ລັດຖະບານໄດ້ຖີ້ມລະເບີດໃສ່ ເມືອງນຶ່ງທາງພາກເໜືອຂອງ
ຊີເຣຍ ໂດຍໄດ້ສັງຫານຢ່າງນ້ອຍ 12 ຄົນ.
ກຸ່ມສັງເກດການສິດທິມະນຸດຊີເຣຍ ທີ່ມີສໍານັກງານຢູ່ປະເທດ
ອັງກິດ ກ່າວວ່າ ຜູ້ເສຍຊີວິດໃນການໂຈມຕີໃນວັນຈັນມື້ນີ້ ທີ່ເມືອງ
Salqin ໃກ້ໆກັບເຂດຊາຍແດນ ເທີກີ ນັ້ນ ແມ່ນມີຮວມ ທັງເດັກ
ນ້ອຍ 5 ຄົນ.
ແຕ່ກຸ່ມພວກນັກເຄື່ອນໄຫວອີກກຸ່ມນຶ່ງ ຊື່ກຸ່ມຄະນະກໍາມະການ
ປະສານງານທ້ອງຖິ່ນ ເວົ້າວ່າ ການໂຈມຕີດັ່ງກ່າວ ໄດ້ເອົາຊີວິດ
30 ຄົນ.
ຍັງບໍ່ມີແຫຼ່ງຂ່າວເອກກະລາດໃດ ໃຫ້ການຢືນຢັນໂຕເລກພວກທີ່ໄດ້ບາດເຈັບລົ້ມຕາຍ
ຍ້ອນການຖິ້ມລະເບີດດັ່ງກ່າວນີ້ ເພາະວ່າ ຊີເຣຍຫ້າມນັກຂ່າວນາໆຊາດ ບໍ່ໃຫ້ເຂົ້າໄປ ເອົາຂ່າວ.
ສົງຄາມກາງເມືອງໃນຊີເຣຍ ປາກົດວ່າໄດ້ຂະຫຍາຍກ້ວາງອອກໄປ ສູ່ເຂດພາກຕາເວັນ
ອອກສຽງເໜືອຂອງປະເທດ ທີ່ມີຊົນເຜົ່າເຄີດອາໄສຢູ່ເປັນສ່ວນໃຫຍ່ຕິດກັບຊາຍແດນ
ເທີ ກີນັ້ນ ໃນວັນອາທິດວານນີ້ ໂດຍມີການໂຈມຕີສະລະຊີບດ້ວຍລະເບີດລົດຄັນນຶ່ງ ທີ່
ໄດ້ສັງຫານຜູ້ຄົນຫຼາຍຄົນ ໃນການໂຈມຕີທີ່ບໍ່ສູ້ມີ ໃນເມືອງ Qamishli ຂອງຊາວເຄີດ-
ຊີເຣຍ ຢູ່ໃກ້ໆ ກັບຊາຍແດນ ເທີກີ.
ສື່ຂອງລັດຊີເຣຍກ່າວວ່າ ມີຢ່າງນ້ອຍ 4 ຄົນ ໄດ້ຖືກສັງຫານ ໃນການໂຈມຕີທີ່ເມືອງ Qamishli ນັ້ນ ໃນຂະນະທີ່ທາງກຸ່ມສັງເກດການສິດທິມະນຸດຊີເຣຍ ກ່າວວ່າ ການວາງ ລະເບີດດັ່ງກ່າວໄດ້ສັງຫານພະນັກງານຮັກສາຄວາມປອດໄພຂອງຊີເຣຍ 8 ຄົນ ຢູ່ໃກ້ໆ ກັບຄ້າຍກໍາລັງຮັກສາຄວາມປອດໄພຂອງລັດຖະບານ.
ນີ້ແມ່ນການໂຈມຕີ ຄັ້ງທໍາອິດ ໃນເຂດທີ່ມີຊົນເຜົ່າເຄີດອາໄສຢູ່ສ່ວນໃຫຍ່ນັ້ນ ນັບແຕ່ໄດ້ ມີການລຸກຮືຂຶ້ນຂອງຊາວຊີເຣຍຕໍ່ຕ້ານການປົກຄອງແບບຜະເດັດການຂອງປະທານາທິບໍ
ດີ Bashar al-Assad ເປັນເວລາ 18 ເດືອນນັ້ນ. ໂດຍສ່ວນໃຫຍ່ແລ້ວ ຊາວເຄີດ-ຊີເຣຍ
ແມ່ນບໍ່ເຂົ້າມາຫຍຸ້ງກ່ຽວແຕ່ຢ່າງໃດ.
ໃນອີກດ້ານນຶ່ງນັ້ນ ທາງນາຍົກລັດຖະມົນຕີ ເທີກີ ທ່ານ Recep Tayyip Erdogan
ໄດ້ຮຽກຮ້ອງໃຫ້ທາງ ອີຣ່ານ, ຣັດເຊຍ ແລະຈີນ ຢຸດເຊົາໃນການໃຫ້ການສະໜັບສະໜູນ
ແກ່ ລັດຖະບານຂອງທ່ານ Assad. ທ່ານໄດ້ກ່າວໃນວັນອາທິດວານນີ້ວ່າ ປະຫວັດສາດ
ຈະບໍ່ໃຫ້ອະໄພ ພວກທີ່ຢືນຢູ່ຄຽງຂ້າງລະບອບການປົກຄອງທີ່ໂຫດຮ້າຍມາລຸນ.