ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ ລັດຖະບານ ​ຊີເຣຍ ແລະ​ ພວກ​ກະບົດ ສູ້ລົບກັນ ໃກ້ໆນະຄອນຫຼວງ


​ນັກ​ເຄື່ອນ​ໄຫວ​ດ້ານສິດ​ທິມະນຸດຂອງຊີ​ເຣຍ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຫລາຍ​ກວ່າ 40 ພັນ​ຄົນ​​ແລ້ວ ໄດ້​​ເສຍ​ຊີວິດຍ້ອນ​ບັນຫາ​​ຂັດ​ແຍ້​ງກັນ​ໃນຊີ​ເຣຍ
​ນັກ​ເຄື່ອນ​ໄຫວ​ດ້ານສິດ​ທິມະນຸດຂອງຊີ​ເຣຍ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຫລາຍ​ກວ່າ 40 ພັນ​ຄົນ​​ແລ້ວ ໄດ້​​ເສຍ​ຊີວິດຍ້ອນ​ບັນຫາ​​ຂັດ​ແຍ້​ງກັນ​ໃນຊີ​ເຣຍ
ພວກ​ນັກເຄຶ່ອນ​ໄຫວ​ກ່າວ​ວ່າ ການ​ສູ້​ລົບກັນ​ຍັງດຳ​ເນີນ​ຢູ່​ຕໍ່​ມາລະ
ຫວ່າງກໍາລັງ​ທະ​ຫານ​ຊີ​ເຣຍ ​ແລະ​ພວກ​ກະບົດ ທີ່​ພະຍາຍາມ​ຮັກ
ສາເຂດຄວບ​ຄຸມຂອງຕົນ ຢູ່​ຕາມ​ຄຸ້ມ​ຕ່າງໆທາງ​ພາກໃຕ້ຂອງນະ​
ຄອນຫຼວງ Damascus​.

ການ​ສູ້​ລົບ​ມີ​ຂຶ້ນໃນ​ຂະນະ​ທີ່ປະທານ​ສະພາ​ແຫ່ງ​ຊາດອີ​ຣ່ານ ທ່ານ
Ali Larijani ​ໄດ້​ເດີນ​ທາງໄປ​ຍັງກຸງ Damascus ​ໃນ​ວັນ​ສຸກມື້ນີ້ ​
ເພື່ອ​ສົນທະນາຫາລື​ກັບປະທານາທິບໍດີຊີ​ເຣຍ ທ່ານ Bashar al-
Assad.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ດ້ານສິດ​ທິມະນຸດຂອງຊີ​ເຣຍ ກ່າວ​ໃນ​ວັນ​
ພະຫັດ​ວານ​ນີ້​ວ່າ ຫຼາຍ​ກວ່າ 40 ພັນ​ຄົນແລ້ວ ໄດ້ເສຍ​ຊີວິດຍ້ອນ​
ບັນຫາຂັດ​ແຍ້​ງກັນ​ໃນຊີ​ເຣຍ ນັບ​ຕັ້ງ​ແຕ່​ໄດ້ມີ​ການ​ລຸກ​ຮືຂຶ້ນ ​ຕ້ານ
ທ່ານ Assad ​ໃນ​ເດືອນ​ມີນາປີ​ກາຍ​ນີ້.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນຊີ​ເຣຍໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ຈໍານວນ​ຜູ້​ເສຍຊີວິດ ແມ່ນ​ຮວມ​ທັງ​ພົນລະ​ເຮືອນ ແລະ​ພວກ​ນັກ​ລົບ​ກະບົດປະມານ 28,000 ພັນ​ຄົນ​. ​ນອກ​ນັ້ນ ຍັງຮວມ
ທັງ​ທະຫານ​ຊີ​ເຣຍ 10,000 ກວ່າ​ຄົນ ​ພວກທະຫານ​ທີ່​ໂຕນ​ທັບ ເກືອ​ບ 1,400 ຄົນ ແລະ ປະມານ 600 ຄົນ​ທີ່​ຍັງພິສູດ​ບໍ່​ໄດ້.

ກ່ຽວຂ້ອງກັນ

XS
SM
MD
LG