ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ ເພື່ອ ຮັກສາ ກຽດສັກສີ ຂອງອົງການສືບລັບ CIA ສະຫະລັດ

ຫ້ອງໂທງຂອງສຳນັກງານໃຫຍ່ ທີ່ຕຶກອົງການສືບລັບ CIA ໃນເມືອງ ແລງລີ ລັດເວີຈີເນຍ.
ຫ້ອງໂທງຂອງສຳນັກງານໃຫຍ່ ທີ່ຕຶກອົງການສືບລັບ CIA ໃນເມືອງ ແລງລີ ລັດເວີຈີເນຍ.

ເກືອບສອງເດືອນມາແລ້ວ ນັບຕັ້ງແຕ່ອົງການສືບລັບ CIA ໄດ້ລິເລີ້ມການປະຊາສຳພັນ
ກັບມະຫາຊົນ ເພື່ອຊຸກຍູ້ໃຫ້ຄົນຂອງຕົນ ເຂົ້າຮັບຕຳແໜ່ງຜູ້ອຳນວຍການ ເຊິ່ງຜູ້ເຮັດ
ແຜນການດັ່ງກ່າວ ຈະເຫັນໄດ້ວ່າ ມັນໄດ້ຜົນ ດີ ຫຼື ຂີ້ຮ້າຍ ຊ່ຳໃດ.

ເຈົ້າໜ້າທີ່ CIA ຜູ້ມີປະສົບການ ແລະ ເປັນຮອງຜູ້ອຳນວຍການ ຄົນປັດຈຸບັນ ທ່ານນາງ
ຈີນາ ແຮສແປລ ຈະໄປປາກົດຕົວ ຕໍ່ໜ້າຄະນະກຳມະການສືບລັບຂອງສະພາສູງ ໃນວັນ
ພຸດມື້ນີ້ ເພື່ອຮັບຟັງຄຳໃຫ້ການ ໃນການພິຈາລະນາຮັບ ຮອງເອົາທ່ານນາງ ທີ່ມີທ່າທາງ
ວ່າ ຈະກ່ຽວພັນກັບບົດບາດຂອງທ່ານນາງ ໃນການເຮັດວຽກ ກ່ຽວກັບການສອບສວນ
ຂອງອົງການນີ້ ແລະ ອາດເປັນໄປໄດ້ວ່າມີປົກປິດມັນດ້ວຍ.

ທ່ານນາງ ຈີນາ ແຮັສແປລ, ຜູ້ທີ່ຖືກສະເໜີຊື່ໃຫ້ເປັນອຳນວຍການ ອົງການສືບລັບ CIA ໂດຍປະທານາທິບໍດີ ທຣຳ, ໂບກມືໃນຂະນະທີ່ ເດີນທາງໄປຮອດ ກອງປະຊຸມ ກັບ ທ່ານໂຈ ແມນຊີນ ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດ ເວີຈີເນຍ ຕາເວັນຕົກ, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພຶດສະພາ 2018.

ພວກຄົນສ່ວນໜ້ອຍ ໃນປະຊາຄົມ ສືບລັບຂອງສະຫະລັດ ບໍ່ໃຫ້ຄວາມສຳຄັນ ກັບການ
ສອບຖາມເຊັ່ນນັ້ນ ແຕ່ຫາກ ພວກເຂົາເຈົ້າເປັນຫ່ວງວ່າ ການຫາຄຳຕອບ ຈະບັງໃຫ້ມິດ
ຄວາມກັງວົນອີກຊຸດນຶ່ງ ທີ່ເປັນເລື່ອງຂອງການຮັກສາໄວ້ ຊຶ່ງຄວາມເປັນມືອາຊີບ ແລະ
ວັດຖຸປະສົງ ຂອງອົງການສືບລັບ ທີ່ນຳໜ້າຂອງຊາດ ໃນຍຸກສະໄໝ ເຊິ່ງການຖືພັກ
ຖືພວກໃນວົງການການເມືອງ ແມ່ນມີແຜ່ຫຼາຍ ໃນທຸກລະດັບຂອງລັດຖະບານ.

ແຕ່ຢ່າງໃດກໍດີ ສິ່ງດຽວເປັນທີ່ແນ່ນອນ ກໍຄືການພິຈາລະນາຮັບຮອງ ນັ້ນ ຈະໂດດເດັ່ນ
ອັນຈະເປັນແສງໄຟປະກາຍຂຶ້ນຕື່ມ ໃຫ້ແກ່ແມ່ຍິງຄົນນຶ່ງ ຜູ້ທີ່ຕັດສິນໃຈມີອາຊີບ ໂດຍ
ການປະຕິບັດໜ້າທີ່ຕະຫຼອດມາ ຢູ່ທາງເບື້ອງຫລັງ.

ທ່ານນາງ ແຮສແປລ ໃນການທີ່ມີຂອບເຂດທີ່ຈະເປີດໂຕຕໍ່ມະຫາຊົນ ກໍປາກົດໂຕອອກ
ມາ ເພື່ອທີ່ຈະພະຍາຍາມໂອບອ້ອມເອົາໂອກາດນີ້.

ໃນເວລານັ້ນ ທ່ານ ຈອນ ແມັກລອຟລິນ ເປັນຜູ້ຮັກສາການ ອຳນວຍການ ອົງການສືບລັບ CIA ປາກົດໂຕຕໍ່ໜ້າ ຄະນະກຳມະການ ກອງທັບຂອງສະພາສູງ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 17 ສິງຫາ 2004, ເພື່ອສົນທະນາ ເລື່ອງການສະເໜີປະຕິຮູບປະຊາຄົມ ສືບລັບ.

“ຕື່ນເຕັ້ນໃຈ ໃນວັນພຸດ” ທ່ານນາງໄດ້ກ່າວບອກບັນດານັກຂ່າວ ເມື່ອວັນຈັນຜ່ານມາ
ໃນລະຫວ່າງ ທີ່ໄປຢ້ຽມຢາມ ລັດຖະສະພາ ກ່ອນທີ່ຈະຫາຍເຂົ້າໄປໃນຫ້ອງການ ຂອງ
ທ່ານໂຈ ແມນຊີນ ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດ ເວີຈີເນຍ
ຕາເວັນຕົກ.

ຈຸດຢືນຂອງຄວາມເຫັນທີ່ແຕກຕ່າງກັນ ຕໍ່ບົດລາຍງານທັງຫຼາຍ ເມື່ອບໍ່ດົນມານີ້ ທີ່ວ່າ
ທ່ານນາງ ແຮສແປລ ໄດ້ຫາທາງຈະຖອນໂຕ ຈາກການຖືກສະເໜີຊື່ ໃຫ້ເປັນຜູ້ອຳນວຍ
ການ ຂອງອົງການສືບລັບ CIA ແລະ ພຽງແຕ່ໄດ້ຍິນຍອມທີ່ຈະເດີນໜ້າ ຫຼັງຈາກ
ບັນດາເຈົ້າໜ້າທີ່ ທຳນຽບຂາວ ໄດ້ໂອ້ລົມກັບທ່ານນາງ ເປັນເວລາຫຼາຍຊົ່ວໂມງ ແລ້ວກໍ
ໄດ້ເຮັດໃຫ້ໝັ້ນໃຈ ຈຶ່ງໄດ້ເຮັດໄປຕາມແຜນການ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ແຊນເດີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນ
ຜ່ານມານີ້ ແຕ່ກໍໄດ້ປະຕິເສດ ທີ່ຈະຕອບໂຕ້້ຕໍ່ລາຍງານດັ່ງກ່າວນັ້ນ ວ່າ “ທ່ານນາງ
ແຮສແປລ ມີຄວາມໝາຍໝັ້ນ 100 ເປີເຊັນ ທີ່ຈະເດີນໜ້າຜ່ານຂະ ບວນການຮັບ
ຮອງນີ້ ແລະຈະຖືກຮັບຮອງໃຫ້ເປັນຜູ້ນຳອົງການ CIA ຄົນຕໍ່ໄປ.”

ທ່ານນາງ ແຊນເດີ ກ່າວຕື່ມວ່າ “ທ່ານນາງ ແຮສແປລຢາກເຮັດທຸກສິ່ງທຸກຢ່າງ ທີ່
ສາມາດເຮັດໄດ້ ເພື່ອເຮັດໃຫ້ແນ່ໃຈວ່າ ກຽດສັກສີຂອງ CIA ແມ່ນຍັງຢູ່ຄືເກົ່າ ແລະ
ການຖືກໂຈມຕີທີ່ບໍ່ຈຳເປັນນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG