ກອງກຳລັງທະຫານ ທີ່ກຳລັງຕໍ່ສູ້ລົບກັນຢູ່ຕາມຖະໜົນຫົນທາງ ໃນນະຄອນ ຫຼວງຂອງຊູດານ ໄດ້ປະກາດການຢຸດຍິງ ເປັນເວລາ 24 ຊົ່ວໂມງຄັ້ງໃໝ່ ໃນວັນພຸດວານນີ້, ນຶ່ງມື້ຫຼັງຈາກຄວາມພະຍາຍາມຢຸດຍິງທີ່ຄ້າຍຄື ກັນນີ້ບໍ່ສຳເລັດ.
ກອງກຳລັງປະກອບອາວຸດຊູດານ ແລະ ກອງກຳລັງທະຫານກອງໜູນເຄື່ອນຕົວຢ່າງວ່ອງໄວ ຫຼື RSF ໄດ້ປະກາດເປັນການຕ່າງຫາກວ່າ ເຂົາເຈົ້າຈະຢຸດການປະທະກັນຊົ່ວຄາວໃນເວລາ 6 ໂມງແລງຕາມເວລາໃນທ້ອງຖິ່ນ.
ມີລາຍງານກ່ຽວກັບການປະທະກັນເປັນໄລຍະໄປ ຫຼັງຈາກສັນຍາຢຸດຍິງໄດ້ມີຜົນບັງຄັບໃຊ້.
ທີ່ນະຄອນຫຼວງວໍຊິງຕັນ, ໂຄສົກທຳນຽບຂາວ, ທ່ານນາງແຄຣິນ ຊັອງປີແອ (Karine Jean-Pierre) ຮຽກຮ້ອງໃຫ້ສອງຝ່າຍເຄົາລົບຂໍ້ຕົກລົງຢຸດຍິງ, “ເຊົາໃຊ້ຄວາມຮຸນແຮງ ແລະກັບຄືນສູ່ການເຈລະຈາ”. ທ່ານນາງກ່າວວ່ານາຍພົນສູງສຸດສອງຄົນຂອງປະເທດ ຊຶ່ງທະຫານຂອງພວກເຂົາເຈົ້າໄດ້ຫັນເອົາເມືອງຫລວງເປັນເຂດສົງຄາມໃນເວລາ 5 ມື້ທີ່ຜ່ານມາ "ຕ້ອງຮັບຜິດຊອບໃນການຮັບປະກັນການປົກປ້ອງພົນລະເຮືອນ ແລະພວກບໍ່ແມ່ນນັກລົບ."
ເບິ່ງວີດິໂອທີ່ຜະລິດໂດຍ ອານິຕາ ພາວລ: