ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດາຣາຮູບເງົາ Christian Bale ຢ້ຽມຢາມ ຜູ້ໄດ້ຮັບບາດເຈັບ (ສະໄລດ໌ ກັບວີດີໂອ)


ດາຣາຮູບເງົາ Christian Bale (ຊ້າຍ) ພະເອກໃນເລື້ອງ The Dark Night Rises ກັບ Zhang Yimou ຊາວຈີນ ຜູ້ສ້າງຮູບເງົາເລື້ອງ "The Flowers of War".
ດາຣາຮູບເງົາ Christian Bale (ຊ້າຍ) ພະເອກໃນເລື້ອງ The Dark Night Rises ກັບ Zhang Yimou ຊາວຈີນ ຜູ້ສ້າງຮູບເງົາເລື້ອງ "The Flowers of War".

ດາ​ຣາຮູບ​ເງົາ Christian Bale ຜູ້​ສະແດງ​ເປັນ Batman ຫລື ​ເຈຍ ​ໃນ​ເລື້ອງ The
Dark Night Rises
​ໄດ້​ໄປ​ຢ້ຽມຢາມບັນດາແຟນ ທີ່​ໄດ້​ຮັບ​ບາດ​ເຈັບ ໃນເຫດການ
​ຍິງຄົນຕາຍເປັນ​ໝູ່ ຫວ່າງ​ອາທິດ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ຊົມຮູບ​ເງົາເລື້ອງດັ່ງກ່າວ​ຢູ່ໃນ​ໂຮງ
ສາຍຮູບ​ເງົາ ທີ່ລັດ Colorado ​ທາງພາກ​ກາງ​ຂ້ອນ​ໄປ​ທາງ​ຕາ​ເວັນ​ຕົກ​ຂອງສ​ະຫະລັດ.

ນາຍ Bale ​ໄດ້​ພົບ​ກັບ​ຜູ້​ເຄາະ​ຮ້າຍ 7 ຄົນ ​ໃນ​ວັນ​ອັງຄານວານ​ນີ້ ທີ່​ໂຮງໝໍ ​ໃນ​ເມືອງ
Aurora ໂດຍ​ໄດ້​ຖ່າຍຮູບ​ກັບ​ຜູ້​ໄດ້​ຮັບ​ບາດ​ເຈັບ ຂອບ​ໃຈ​ບັນດາ​ທ່ານໝໍ ​ແລະ​ເຈົ້າ​ໜ້າ​ທີ່
​ຕໍາຫລວດ. ຫົວໜ້າ​ໂຮງໝໍ​ກ່າວ​ວ່າ ພວກ​ຄົນ​ເຈັບ​ພາກັນ​ດີ​ໃຈ ​ທີ່​ໄດ້​ພົບ​ກັບ​ດາ​ລາ ​ແລະ
​ເວົ້າ​ວ່​າ ​ການ​ຢ້ຽມຢາມ​ຂອງເຂົາ ​ເປັນ​ການ​ປີ່​ນປົວ​ເຂົາ​ເຈົ້າ.

ນອກ​ນັ້ນ ນາຍ Bale ພ້ອມ​ດ້ວຍ​ພັນ​ລະ​ຍາ ​ຍັງໄດ້​ໄປ​ທີ່ບ່ອນ​ໄວ້ອາ​ໄລ​ທີ່​ຈັດ​ໄວ້​ຢູ່​ນອກ​
ໂຮງສາຍຮູບ​ເງົາ ​ແລະ​ສະ​ແດງ​ຄວາມ​ໄວ້ອາ​ໄລດ້ວຍ​ໃບ​ໜ້າໂສກ​ເສົ້າ ສາຍຕາ​ມອງ​ເບິ່ງ
ກອງ​ດອກ​ໄມ້ ​ແລະ​ຄໍາໄວ້ອາ​ໄລ​ຕ່າງໆ ​ທີ່​ຜູ້​ຄົນ​ປະ​ໄວ້​ເພື່ອ ລະນຶກ​ເຖິງຜູ້ເຄາະ​ຮ້າຍ.

​ລາວ​ກ່າວ​ວ່າ ລາວ​ບໍ່​ສາມາດ​ທີ່​ຈະ​ບັນ​ລະ​ຍາຍ​ຄວາມ​ຕົກ​ໃຈ​ຂອງ​ລາວ​ໄດ້ ​ເວລາ​ລາວ​ໄດ້
​ຍິນ​ຂ່າວ​ວ່າ ມີຄົນ​ຜູ້​ນຶ່ງ​ຍິງ​ປືນເຂົ້າໄສ່ ບັນດາ​ຜູ້​ເຂົ້າ​ຊົມ​ຮູບ​ເງົາເລື້ອງ The Dark Knight
Rises
​ໃນ​ຕອນເດິກ​ວັນ​ພະຫັດ ​ຫລື​ເຊົ້າ​ມືດ​ວັນ​ສຸກ​ແລ້ວ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ
​ແລະ​ອີກ 58 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜູ້​ຖືກຕ້ອງ​ຫາ ທ້າວ James Holmes ກໍາລັງ​ຖືກ​ຂັງດ່ຽວ ​ເພື່ອລໍຖ້າ​ການໄປປະກົດ​ຕົວ
​ຕໍ່​ສານ ຄັ້ງຕໍ່​ໄປ. ຜູ້ກ່ຽວ​ບໍ່​ໄດ້​ກ່າວ​ຫຍັງ​ໝົດ​ຕໍ່ຕໍາ​ຫລວດ​ ກ່ຽວ​ກັບສາ​ເຫດ​ທີ່ລາວ​ກໍ່​ອາ​ຊະ
​ຍາ​ກໍາ​ດັ່ງກ່າວ​.

ວີດີໂອກ່ຽວກັບຮູບເງົາເລື້ອງ The Dark Night Rises:

XS
SM
MD
LG