ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ແບ່ງ​ແຍກ​ດິນ​ແດນ ​ອີ​ທີ​ເອ ຂອງຊາວບາສຄ໌ ປະກາດ ຍຸບຕົນເອງ


ສະມາຊິກ ​​​​ກຸ່ມ​ແບ່ງ​ແຍກ​ດິນ​ແດນ ຂອງຊາວບາສຄ໌ ຫຼື ETA ຮຽກຮ້ອງ ​ຢຸດເຊົາການ​ຕໍ່ສູ້ ​ເພື່ອຄວາມ​ເປັນ​ເອກ​ກະ​ລາດ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນມາ ​ໄດ້ 60 ປີແລ້ວ​ນັ້ນ ໃນເວັບໄຊຕ໌ ທີ່ເປັນພາສາ ບາສຄ໌, ກາຣາ, 20 ຕຸລາ 2011.
ສະມາຊິກ ​​​​ກຸ່ມ​ແບ່ງ​ແຍກ​ດິນ​ແດນ ຂອງຊາວບາສຄ໌ ຫຼື ETA ຮຽກຮ້ອງ ​ຢຸດເຊົາການ​ຕໍ່ສູ້ ​ເພື່ອຄວາມ​ເປັນ​ເອກ​ກະ​ລາດ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນມາ ​ໄດ້ 60 ປີແລ້ວ​ນັ້ນ ໃນເວັບໄຊຕ໌ ທີ່ເປັນພາສາ ບາສຄ໌, ກາຣາ, 20 ຕຸລາ 2011.

ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ອີ​ທີ​ເອຂອງຊາວບາສຄ໌ ຫຼື ETA ​ແມ່ນ​ໄດ້​ສະຫຼາຍ​ຕົວ​ແລ້ວ
ຫຼັງ​ຈາ​ກ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນມາ​ໄດ້ 60 ປີແລ້ວ​ນັ້ນ ​ແລະ​ຢຸດເຊົາການ​ຕໍ່ສູ້​ເພື່ອຄວາມ
​ເປັນ​ເອກ​ກະ​ລາດ​ ຂອງ​ລັດບາສຄ໌ ທາງ​ພາກ​ເໜືອ​ຂອງ​ສ​ະເປ​ນ ​ແລະ​ພາກ​ໃຕ້
ຂອງ​ຝຣັ່ງ.

ໜັງສືພິມ​ ​ແອ​ລ ດີ​ອາຣີ​ໂອ ຂອງ​ສະ​ເປ​ນ​ໄດ້ພິມເຜີຍ​ແຜ່ຈົດໝາຍ​ສະບັບ​ນຶ່ງໃສ່ໜ້າ​
ເວັບ​ໄຊ​ຕ໌ຂອງ​ຕົນ ຈາກພວກ​ຜູ້ນຳ​ຂອງກຸ່ມ​ແບ່ງ​ແຍກ​ດິນ​ແດນ​ອີ​ທີ​ເອ.

ຈົດໝາຍກ່າວວ່າ “ກຸ່ມ ETA ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ປະກາດ​ກ່ຽວກັບການຍຸຕິລົງຂອງ
ວົງຈອນ ​ປະ​ຫວັດ​ສາດ ​ແລະ​ແຜນການ​ຕ່າງໆ ​ໂດຍຈະຢຸດເຊົາ ການ​ເດີນ​ທາງຂອງ
ຕົນ ກຸ່ມ ETA ​ໄດ້​ຍຸບທຸກໂຄງສ້າງຂອງຕົນຢ່າງສິ້ນເຊີງ ​ແລະ​ໄດ້​ປະກາດ​ຕົນວ່າ
ຈະຍຸຕິ​ການ​ລິ​ເລີ່​ມທາງ​ການ​ເມືອງຂອງ​ຕົນ​ນຳ.”

​ແຕ່ຈົດໝາຍ​ໄດ້ກ່າວ ໃນອັນທີ່ກຸ່ມດັ່ງກ່າວເອີ້ນ​ວ່າ ​ບັນຫາຂັດແຍ້ງລະຫວ່າງ​ປະເທດ
ບາສຄ໌ ​ກັບ​ສະ​ເປ​ນ ​ແລະ​ ​ຝຣັ່ງ ຍັງ​ຈະ​ດຳເນີນຕໍ່​ໄປ​.

ລັດຖະມົນຕີ​ຂອງ​ກະຊວງ​ພາຍ​ໃນ​ຂອງ​ສະ​ເປ​ນ ທ່ານ ຮວນ ອິກນາ​ຊີ​ໂອ ຊອຍ​ໂດ
(Juan Ignacio Zoido) ກ່າວ​ວ່າ ລັດຖະບານ ຈະ​ສືບ​ຕໍ່​ຕາມລ່າ​ຫາພວກ​ທີ່​ຕົນ
ເອີ້ນວ່າ ພວກກໍ່ການຮ້າຍຊາວບາສຄ໌.

​ທ່ານ​ໄດ້​ກ່າວວ່າ “ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ສິ່ງ​ໃດ​ເລີຍ ​ໃນ​ການ​ປະກາດ ທີ່​ພວກ​ເຂົາ​
ເອີ້ນ​ວ່າການ​ຍຸບດັ່ງກ່າວນີ້.”

ກຸ່ມ ETA ທີ່​ຊື່ເຕັມ​ນັ້ນ​ແມ່ນ “ເຂດປົກຄອງແລະ​ອິດສະຫຼະພາບ​ຂອງຊາວບາສຄ໌
ຫລື Basque Homeland and Freedom
” ​ໃນ​ພາ​ສາບາສຄ໌ ​ແມ່ນ​ມີ​ຄວາມ​ຮັບ
ຜິດຊອບຕໍ່ການ​ຕາຍຂອງປະມານ 850 ຄົນ ​ໃນ​ການ​ປຸກລະດົມໂດຍການກໍ່ຄວາມ
ຮຸນແຮງ ມາເກືອບ 60 ປີ ​ແລະການກໍ່ການ​ຮ້າຍ​ເພື່ອແບ່ງແຍກດິນແດນຂອງ
ຊາວບາສຄ໌.

ກຸ່ມ​ຫົວ​ຮຸນ​ແຮງຊາວບາສຄ໌ ​ໄດ້​ສ້າງ​ຕັ້ງ​ຂຶ້ນ ​ເພື່ອເປັນການ​ໂຕ້​ຕອບ​ຕໍ່ຜູ້ນຳລະບອບ
​ຜະ​ເດັດ​ການ​ຂອງ​ສະ​ເປນ ທ່ານຟຣານຊິ​ສໂກ ຟຣັງ​ໂກ ​ຊຶ່ງ​ໄດ້​ເກືອດ​ຫ້າມບໍ່ໃຫ້ເວົ້າ
​ພາສາບາສຄ໌​ ໃນ​ທີ່ສາທາລະນະ.

​ແຕ່​ຊາວບາສຄ໌ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ຖືກຈຳແນກ ​ແລະ​ກົດ​ຂີ່ ມາ​ເປັນ​ເວລາ
​ຫຼາຍ​ທົດ​ສະ​ວັດ ກ່ອນ​ທີ່​ທ່ານຟຣານຊິ​ສໂກ ຟຣັງ​ໂກ ຂຶ້ນ​ກຳ​ອຳນາດ​ໃນ​ປີ 1939
ນັ້ນ​ອີກ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG