ການແນມເບິ່ງໄປລ່ວງໜ້າ ເສດຖະກິດຂອງໄທ ຊຶ່ງໄດ້ຮັບເຄາະມາ ເປັນເວລາຍາວນານ ຈາກຄວາມປັ່ນປ່ວນທາງດ້ານການເມືອງ ພວມປະເຊີນໜ້າກັບ ຄວາມບໍ່ແນ່ນອນ ທີ່ຍັງ ຂວາງໜ້າຢູ່ ໂດຍການລົງປະຊາມະຕິ ຮັບຮອງເອົາຮ່າງລັດຖະທັມມະນູນ ທີ່ໜູນຫຼັງ ໂດຍຣັດຖະບານທະຫານໃນເດືອນສິງຫານີ້.
ບັນດານັກເສດຖະສາດພາກັນເວົ້າວ່າ ພວກລົງທຶນ ທັງຢູ່ໃນແລະຈາກຕ່າງປະເທດ ຍັງຄົງ ພາກັນລໍຖ້າເບິ່ງໄປກ່ອນ ທັງຢ້ານວ່າຈະເກີດມີຄວາມເຄັ່ງຕຶງທາງດ້ານການເມືອງພາຍໃນ ໃນບໍ່ຫຼາຍເດືອນຂ້າງໜ້ານີ້.
ຮ່າງ ລັດຖະທັມມະນູນທີ່ວ່ານີ້ ຊຶ່ງເຫີນຫ່າງຈາກອັນກ່ອນຕັ້ງຫຼາຍເທົ້າ ຈະບັ່ນທອນອຳ ນາດ ຂອງພັກທີ່ຖືກເລືອກຂຶ້ນມາ ແລະສະ ເໜີຊື່ພວກຜູ້ແທນ ສະພາສູງທີ່ແຕ່ງຕັ້ງ ໂດຍ ຝ່າຍທະຫານອັນມີລວມທັງນາຍທະຫານຊັ້ນອາວຸໂສ ນາຍຕຳຫຼວດ ແລະ ໜ່ວຍຮັກສາ ຄວາມປອດໄພນໍາ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ