ປະທານາທິບໍດີ Omar al-Bashir ແຫ່ງຊູດານເດີນທາງໄປ
ຮອດຊູດານໃຕ້ແລ້ວ ເພື່ອທຳການໂອ້ລົມສົນທະນາກັນເລື້ອງ
ຄວາມວຸ້ນວາຍທີ່ກຳລັງດຳເນີນໄປໃນປະເທດ ໃນຂະນະທີ່
ພວກນັກເຈລະຈາສຳລັບປະທານາທິບໍດີ Salva Kiir ແລະ
ທ່ານ Riek Machar ຜູ້ນຳຝ່າຍກະບົດກຳລັງດີ້ນຮົນເພື່ອ
ຫາທາງໃຫ້ມີການພົບປະເຈລະຈາສັນຕິພາບອັນແທ້ຈິງເກີດ
ຂຶ້ນນັ້ນ.
ທ່ານ Bashir ກ່າວຖ້ອຍຖະແຫລງດັ່ງກ່າວ ເວລາເດີນທາງ
ໄປຮອດໃນວັນຈັນມື້ນີ້ ກ່ອນຈະມຸ້ງໜ້າໄປພົບປະກັນກັບທ່ານ
Kiir ນັ້ນ.
ທ່ານ Ahmed Bilal ລັດຖະມົນຕີຖະແຫຼງຂ່າວຊູດານ ກ່າວຕໍ່ວີໂອເອວ່າ ປະເທດຂອງທ່ານ
ມີຄວາມກະຕືລືລົ້ນແລະເປັນຫ່ວງຫຼາຍ ກ່ຽວກັບສະຖານະການ ແຕ່ວ່າທ່ານຄຶດວ່າ ທ່ານ
Bashir ສາມາດຫລິ້ນບົດບາດໄດ້ໃນການຊ່ອຍສອງຝ່າຍໃນຊູດານໃຕ້ພົບຊອງທາງແກ້ໄຂ
ບັນຫາກັນໄດ້.
ການເຈລະຈາເພື່ອຍຸດຕິການສູ້ລົບກັນທີ່ໄດ້ເລີ້ມຂຶ້ນໃນກາງເດືອນທັນວາຜ່ານມາ ມີໝາຍກຳ
ນົດທີ່ຈະເລີ້ມຂຶ້ໜໃນປະເທດເອທິໂອເປຍໃນສັບປະດາແລ້ວນີ້ ແຕ່ຄະນະຜູ້ຕາງໜ້າບໍ່ສາມາດ
ບັນລຸຂໍ້ຕົກລົງຕ່າງໆກັນໄດ້ ເຊັ່ນຄຳຂໍຮ້ອງຂອງຝ່າຍກະບົດທີ່ຢາກໃຫ້ມີການປ່ອຍໂຕພວກ
ນັກການເມືອງທີ່ຖືກກັກຂັງຢູ່ນັ້ນ.
ທ່ານ Michael Makui ລັດຖະມົນຕີຖະແຫຼງຂ່າວຊູດານໃຕ້ກ່າວໃນວັນອາທິດວານນີ້ວ່າລັດ
ຖະບານຈະບໍ່ປ່ອຍໃຫ້ພວກນັກການເມືອງທີ່ຖືກກັກຂັງເຫຼົ່ານີ້ອອກຈາກທີ່ກັກຂັງໃນຖານະເປັນພາກສ່ວນນຶ່ງຂອງການເຈລະຈາກັນນີ້.
ການສູ້ລົບກັນໄດ້ສັງຫານປະຊາຊົນໄປແລ້ວຫຼາຍກວ່າ 1 ພັນຄົນແລະຍັງດຳເນີນສືບຕໍ່ມາ
ໃນວັນອາທິດວານນີ້ໃນຂະນະທີ່ທະຫານຂອງຝ່າຍລັດຖະບານດຳເນີນການເພື່ອຍຶດເອົາ
ເມືອງ Bor ຄືນທີ່ຢູ່ພາຍໃຕ້ການຍຶດຄອງຂອງຝ່າຍກະບົດນັ້ນ.