ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານບາ​ເຊຍ​ຣ໌ ຢ້ຽມ​ຢາມ ​ກາ​ຕາ​ຣ໌ ໃນ​ຂະ​ນະ​ທີ່ ເກີດ​ການ​ປະ​ທ້ວງ ຢູ່​ຊູ​ດານ


ປະ​ທາ​ນາທິ​ບໍ​ດີ​ຊູ​ດານ ທ່ານໂອ​ມາ​ຣ໌ ອາ​ລ-ບາ​ເຊຍ​ຣ໌ ກ່າວ​ຕໍ່​ພວກ​ທີ່​ໄປ​ຮ່ວ​ມ​ ສະ​ໜັບ​ສະ​ໜຸນ ຢູ່​ບ່ອນໂຮມ​ຊຸມ​ນຸມ ​ທີ່​ຄະ​ນະ​ຫຼວງ​ຄາ​ຣ໌​​ທູມ, ຊູ​ດານ, 9 ມັງ​ກອນ 2019.
ປະ​ທາ​ນາທິ​ບໍ​ດີ​ຊູ​ດານ ທ່ານໂອ​ມາ​ຣ໌ ອາ​ລ-ບາ​ເຊຍ​ຣ໌ ກ່າວ​ຕໍ່​ພວກ​ທີ່​ໄປ​ຮ່ວ​ມ​ ສະ​ໜັບ​ສະ​ໜຸນ ຢູ່​ບ່ອນໂຮມ​ຊຸມ​ນຸມ ​ທີ່​ຄະ​ນະ​ຫຼວງ​ຄາ​ຣ໌​​ທູມ, ຊູ​ດານ, 9 ມັງ​ກອນ 2019.

ປະ​ທາ​ນາທິ​ບໍ​ດີ​ຊູ​ດານ ທ່ານໂອ​ມາ​ຣ໌ ອາ​ລ-ບາ​ເຊຍ​ຣ໌ ມີ​ໝາຍ​ກຳ​ໜົດ​ທີ່​ຈະ​ເດີນ​ທາງ​ໄປ​
ຍັງ​ກາ​ຕາ​ຣ໌ ໃນ​ສັບ​ປະ​ດາ​ນີ້ ຊຶ່ງ​ແມ່ນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ອອກນອກ​ ປະ​ເທດຂອງ
​ທ່ານ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປະ​ທ້ວງ ​ຕໍ່ຕ້ານ​ລັດ​ຖະ​ບານ ໃນ​ທົ່ວ​ປະ​ເທດ​ນັ້ນ.

ທ່ານບາ​ເຊຍ​ຣ໌ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ກະ​ສັດ​ຂອງ​ກາ​ຕາ​ຣ໌ ອີ​ມຽກ ​ຊິກ ຕາ​ມິນ ບິ​ນ
ຮາ​ມັດ ​ອາ​ລ ທາ​ນີ (Emir Sheikh Tamin bin Hams Al Thani) ໃນ​ວັນ​ພຸດ​ມື້​ອື່ນ
ເພື່ອຫາ​ລື​ເລື້ອງ​ການ​ສົ່ງເສີມ​ສາຍ​ພົວ​ພັນ ອີ​ງ​ຕາມ​ລາຍ​ງານ​ຂອງ ​ອົງ​ການ​ຂ່າວລັດ​ຖະ
​ບານ ກາ​ຕາ​ຣ໌ ​ທີ່​ເອີ້ນ​ຫຍໍ້​ວ່າ QNA ໃນ​ວັນ​ຈັນ​ວານ​ນີ້.ທ່ານ ບາ​ເຊຍ​ຣ໌ ໄດ້​ພະ​ຍາ​ຍາມ
​ທີ່​ຈະ​ບໍ່ໃຫ້​ຄວາມ​ສຳ​ຄັນ ຕໍ່​ການ​ປະ​ທ້ວງ​ດັ່ງ​ກ່າວ ໂດຍຢືນ​ຢັດ​ວ່າ “ພວກສາຍ​ລັບ”
ຕ່າງ​ປະ​ເທດແລະ “ພວກແຊກ​ຊຶມ” ແມ່ນ​ເປັນ ຜູ້​ຮັບ​ຜິດ​ຊອບ​ຕໍ່​ການບໍ່​ລົງ​ຮອຍ​ກັນ​
ທີ່​ວ່າ​ນີ້ພ້ອມ​ທັງ​ຄວາມ​ຮຸນ​ແຮງ​ທີ່​ໄດ້ເກີດ​ຂຶ້ນ​ຕາມ​ມານັ້ນ.

“​ມີບາງ​ພວກ​ທີ່​ຢູ່​ໃນ​ໝູ່​ພວກ​ປະ​ທ້ວງ​ນີ້ ໄດ້​ສັງ​ຫານ​ພວກ​ປະ​ທ້ວງ,” ຊຶ່ງ​ທ່ານ ບາ​ເຊຍ​ຣ໌
ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້.

ລົດຕຳຫຼວດຖືກທຳລາຍແລະພິກຂວັ້ມ ໂດຍພວກທີ່ໄວ້ອາໄລ ໃກ້ໆກັບບ້ານຂອງພວກປະທ້ວງ ທີ່ໄດ້ເສຍຊີວິດຈາກການຖືກຍິງ ໃນການປະທ້ວງຕໍ່ຕ້ານລັດຖະບານໃນກາຕູມຣ໌, ຊູດານ, 18 ມັງກອນ 2019.
ລົດຕຳຫຼວດຖືກທຳລາຍແລະພິກຂວັ້ມ ໂດຍພວກທີ່ໄວ້ອາໄລ ໃກ້ໆກັບບ້ານຂອງພວກປະທ້ວງ ທີ່ໄດ້ເສຍຊີວິດຈາກການຖືກຍິງ ໃນການປະທ້ວງຕໍ່ຕ້ານລັດຖະບານໃນກາຕູມຣ໌, ຊູດານ, 18 ມັງກອນ 2019.


ມີ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ ​ເລີ້ມ​ແຕ່ວັນ​ທີ 19 ທັນ​ວາ ​ປີ​ກາຍ​ນີ້
ເປັນ​ຕົ້ນ​ມາ, ​ເວ​ລາລັດ​ຖະ​ບານ​ໄດ້​ຂຶ້ນ​ລາ​ຄາ​ເຂົ້າ​ຈີ່. ພວກ​ປະ​ທ້ວງແມ່ນ​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ
ແລະ​ມີ​ຫຼາຍໆ​ຄົນ ​ໄດ້​ຮຽກ​ຮ້ອງ​ໃຫ້​ການ​ປົກ​ຄອງທີ່​ຍືດ​ຍາວ​ມາ​ເປັນ​ເວ​ລາ 3 ທົດ​ສະ​ວັດ
ຂອງ​ທ່ານ​ນັ້ນ ສິ້ນ​ສຸດ​ລົງ.

ລັດ​ຖະ​ບານ ໄດ້​ຢືນ​ຢັນ​ວ່າ ມີ 24 ຄົນ ເສຍ​ຊີ​ວິດ ໃນ​ການ​ປະ​ທ້ວງ ​ດັ່ງ​ກ່າວ, ແຕ່​ວ່າ
ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ລາຍ​ງານທີ່​ເຊື່ອ​ຖື​ໄດ້ແຈ້ງວ່າ ຈຳ​ນວນ​ຂອງ​ພວກ​ທີ່
ບາດ​ເຈັບ​ລົ້ມ​ຕາຍ​ນັ້ນ ອາດ​ຈະ​ຫຼາຍ​ເປັນ​ສອງ​ເທົ່າ ​ກໍ​ເປັນ​ໄດ້. ນອກນັ້ນ ຍັງ​ມີ​ຜູ້​ບາດ​ເຈັບ
​ຈຳ​ນວນຫຼວງ​ຫຼາຍ ແລະ​ມີ​ລາຍ​ງານ​ວ່າ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ​ໄດ້​ຍິງ​ລະ​ເບີດ
ນ້ຳ​ຕາແລະ​ລູກ​ປືນ​ເຂົ້າ​ໃສ່​ໂຮງ​ພະ​ຍາ​ບານ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຕິດ​ຕາມພວກ​
ປະ​ທ້ວງທີ່​ໄດ້​ຮັບ​ບາດ​ເຈັບ.

ມີຫຼາຍກວ່າ 800 ຄົນ ຖືກ​ຈັບ​ກຸ​ມ ຊຶ່ງ​ຮວມ​ທັງ ພວກ​ນັກ​ຂ່າວ, ພວກ​ຜູ້​ນຳ​ຝ່າຍ​ຄ້ານ,
ພວກ​ປະ​ທ້ວງ ແລະ​ບັນ​ດາ​ສະ​ມາ​ຊິກ​ກຸ່ມສັງ​ຄົມ​ພົນ​ລະ​ເຮືອນ​ອື່ນ​ໆ​ນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG