ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະມົນຕີ ກ.ຊ. ຍຸຕິທຳ ສຫລ ກ່າວປ້ອງກັນຢ່າງແຂງຂັນ ຕໍ່ການສົ່ງກໍາລັງໄປ ຕອບໂຕ້ກັບພວກປະທ້ວງ


ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານວິລລຽມ ບາຣ ລາຍງານຕໍ່ລັດຖະສະພາ.
ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານວິລລຽມ ບາຣ ລາຍງານຕໍ່ລັດຖະສະພາ.

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ ວິລລຽມ ບາ ໄດ້ປ້ອງກັນການ ສົ່ງບັນດາ
ເຈົ້າໜ້າທີ່ລັດຖະບານກາງຫຼາຍຮ້ອຍຄົນໄປນະຄອນປອດແລນ ລັດ ອໍເຣກອນ ແລະ
ບ່ອນອື່ນໆເພື່ອປາບປາມການປະທ້ວງທີ່ໃຊ້ຄວາມຮຸນແຮງ ຢ່າງແຂງຂັນ, ໃນຂະນະ
ທີ່ພັກຝ່າຍຄ້ານເດໂມແຄຣັດ ໄດ້ກ່າວຫາທ່ານວ່າ ລ່ວງ ລະເມີດສິດທິພົນລະເມືອງ
ກ່ຽວກັບ ການປະທ້ວງທີ່ສະຫງົບ.

ນີ້ແມ່ນການປາກົດຕົວຕໍ່ຄະນະກຳມະການຕຸລາການສະພາຕໍ່າ ທີ່ຖືກຄວບຄຸມ ໂດຍ
ພັກເດໂມແຄຣັດເປັນຄັ້ງທຳອິດ ໃນຖານະເປັນລັດຖະມົນຕີກະຊວງຍຸຕິທຳ ຂອງທ່ານ
ບາ, ເຊິ່ງພັກເດໂມແຄຣັດ ໄດ້ກ່າວຫາທ່ານ ກ່ຽວກັບ ການດຳເນີນ ການທີ່ວ່ານັ້ນໃນ
ນະຄອນ ປອດແລນ ເພື່ອສະໜັບສະໜູນຄວາມພະຍາຍາມ ເລືອກຕັ້ງຄືນຂອງປະ
ທານາທິບໍດີ ດໍໂນລ ທຣຳ ໃນເດືອນພະຈິກ.

ທ່ານບາ ໄດ້ໃຫ້ຄຳສາລະພາບດົນກວ່າສີ່ຊົ່ວໂມງ ໃນຫ້ອງການໃຫ້ການທີ່ເຕັມ ໄປ
ດ້ວຍຄວາມເຄັ່ງຕຶງ ເຊິ່ງພັກເດໂມແຄຣັດ ເຫັນໄດ້ຊັດວ່າບໍ່ພໍໃຈຢ່າງຊັດເຈນ ແລະ ພັກ
ຣີພັບບລີກັນກໍຫງຸດຫງິດທີ່ທ່ານ ບາ ຖືກລົບກວນເວລາທີ່ທ່ານພະຍາ ຍາມຈະຕອບ
ບາງຄຳຖາມ.

ທ່ານ ບາ ໄດ້ກ່າວວ່າ ການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍຜິວດຳ, ໃນຂະນະ
ທີ່ຖືກຄວບຄຸມຕົວໂດຍຕຳຫຼວດໃນນະຄອນ ມິນເນອາໂປລິສ ລັດ ມິນເນໂຊຕ້າ ໃນທ້າຍ
ເດືອນພຶດສະພາທີ່ຜ່ານມາ ແມ່ນ “ຊົ່ວຮ້າຍຫຼາຍ” ເປັນ ເຫດການທີ່ໄດ້ກໍ່ໃຫ້ເກີດການ
ກວດກາທີ່ຈຳເປັນ ກ່ຽວກັບ ສາຍພົວພັນລະຫວ່າງ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ກັບ
ຄົນອາເມຣິກັນ ເຊື້ອສາຍອາຟຣິກາ ໃນ ສະຫະລັດ.

ແຕ່ທ່ານໄດ້ກ່າວວ່າ ການປະທ້ວງທີ່ດຳເນີນຢູ່ໃນນະຄອນ ປອດແລນ ແລະ ບ່ອນອື່ນໆ
ແມ່ນເລີ່ມທີ່ຈະບໍ່ເຊື່ອມໂຍງກັບການຕາຍຂອງທ້າວ ຟລອຍດ໌.

ທ່ານ ບາ ໄດ້ກ່າວວ່າ “ເຫດການສ່ວນຫຼາຍທີ່ບໍ່ໄດ້ສະແດງໃຫ້ເຫັນໃນພາບ ຂອງການ
ທຳລາຍພວກນີ້ ຍັງເປັນການພະຍາຍາມທີ່ບໍ່ມີຄວາມສຳຄັນໂດຍ ພວກກໍ່ຈະລາຈົນ ເພື່ອ
ເຊື່ອມໂຍງການກະທຳຂອງພວກເຂົາກັບການຕາຍຂອງ ທ້າວ ຈອຣຈ໌ ຟລອຍດ໌ ຫຼືການ
ຮຽກຮ້ອງເພື່ອການປະຕິຮູບທີ່ຖືກຕ້ອງການກົດ ໝາຍໃດໆ.”

ປະທານຄະນະກຳມະການ, ສັງກັດພັກເດໂມແຄຣັດ ທ່ານ ເຈີໂຣລ ແນດເລີ, ໄດ້ດ່າທ່ານ ບາ ສຳລັບ “ການປົກປ້ອງຄວາມຢ້ານກົວ” ໃນທົ່ວປະເທດດ້ວຍ ການສົ່ງກຳລັງ
ທະຫານໄປນະຄອນ ປອດແລນ ໂດຍບໍ່ສົນໃຈກັບການຄັດຄ້ານ ຂອງລັດ ແລະ ບັນດາ
ເຈົ້າໜ້າທີ່ໃນທ້ອງຖິ່ນ.

ທ່ານ ແນດເລີ ໄດ້ກ່າວຕໍ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍລະດັບສູງຂອງປະເທດວ່າ “ເຈົ້າ
ມັນໜ້າອັບອາຍຂາຍໜ້າຫຼາຍ, ທ່ານ ບາ.”

ທ່ານ ບາ ໄດ້ຕອບໂຕ້ຄືນວ່າ, ໃນນະຄອນ ປອດແລນ, ຕຶກຂອງສານແມ່ນໄດ້ ຖືກໂຈມຕີ.”
ທ່ານກ່າວຕື່ມວ່າ “ພວກເຮົາໄດ້ໄປຢູ່ຕຶກຂອງສານ ເພື່ອປົກປ້ອງ ສານ” ຕໍ່ການພະຍາ
ຍາມທີ່ຈະຈູດມັນໂດຍພວກປະທ້ວງ. ພວກເຮົາບໍ່ໄດ້ພະຍາ ຍາມທີ່ຈະສ້າງບັນຫາ.”

ທ່ານບາ ໄດ້ກ່າວວ່າ “ຖ້າລັດອອກມາປົກປ້ອງສະຖານທີ່ນັ້ນ, ພວກເຮົາກໍບໍ່ຈຳເປັນຕ້ອງ
ໄປທີ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG