ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

40 ກວ່າປະເທດ ຝຶກຊ້ອມ ຮັບມືກັບລະເບີດ ຢູ່ໃຕ້ທະເລ (ວີດີໂອ)


ຫລາຍກວ່າ 40 ປະເທດ ຊ້ອມການຮັບມືກັບລະເບີດ ທີ່ຫ້າງໄວ້ ຢູ່ໃຕ້ທະເລສາກົນ ທີ່ຈັດຂຶ້ນໂດຍສະຫະລັດ ຢູ່ປະເທດ Bahrain.

ທະຫານຈາກຫລາຍກວ່າ 40 ປະເທດ ໄດ້ໄປເຕົ້າໂຮມກັນ
ຢູ່ທີ່ປະເທດ Bahrain ເພື່ອເຂົ້າຮ່ວມການຝຶກຊ້ອມ ​ເອົາ
ມາດຕະການຕອບໂຕ້ຕໍ່ລະເບີດທີ່​ຫ້າງ​ໄວ້ຢູ່ໃຕ້ ທະເລສາກົນ.
ການຝຶກຊ້ອມຄັ້ງນີ້ ຈະເປັນການຝຶກຊ້ອມຄັ້ງໃຫຍ່ທີ່ສຸດເທົ່າ
ທີ່ເຄີຍມີມາ ຢູ່ໃນຂົງເຂດດັ່ງກ່າວ ແລະມີ​ເປົ້າ​ໝາຍ​ເພື່ອປົກ
ປ້ອງ​ແລະ​ຮັກ​ສາຄວາມປອດໄພ​ໃຫ້ ແກ່ ການຄ້າສາກົນ.

ການຝຶກຊ້ອມແມ່ນຈັດຂຶ້ນ ໂດຍທັບ​ເຮືອ ທີ 5 ຂອງກອງບັນຊາການກາງ ຂອງກອງ
ທັບເຮືອສະຫະລັດ ທີ່ຕັ້ງຢູ່ໃນປະ​ເທດ Bahrain.

ນາຍພົນເຮືອຈັດຕະວາ Simon Ancona ເວົ້າວ່າ ຂໍ້ຫຍຸ້ງຍາກ ທີ່ສຸດກໍຄືວ່າ ທິມງານ
ຈາກທຸກປະເທດໃນໂລກ ຈະສາມາດເຮັດວຽກຮ່ວມກັນໄດ້ ຫລືບໍ່. ທ່ານນາຍພົນເຮືອ
ຈັດຕະວາ Simon Ancona ຊຶ່ງເປັນຜູ້ບັນຊາການ ພາກສ່ວນນາວີກະໂຍທິນ ຂອງ​ກອງທັບອັງກິດ ແລະຮອງຜູ້ບັນຊາການຂອງກອງທັບນາວີກະໂຍທິນປະສົມກ່າວ
ຕໍ່ຜູ້ສື່ຂ່າວວ່າ:

“ມີຫລາຍກວ່າ 40 ປະເທດ, ກໍ່າປັ່ນ 35 ລໍາ, ທີມງານ 18 ທີມ ແຕກຕ່າງກັນ ທີ່ໄດ້ມາຮ່ວມ​ໃນ​ການ​ຝຶກ​ຊ້ອມ​ຄັ້ງ​ນີ້ ຊຶ່ງສ່ວນໃຫຍ່​ແມ່ນ​ຈະ​ພາກັນຝຶກ​ແອບໃຊ້
ເຄື່ອງມືໃນອະນາຄົດ ສໍາລັບການຕ້ານຢັນລະເບີດໃນທະເລ ຊຶ່ງກໍ​ຄື​ການ​
ຄວບ​ຄຸມຍານພາຫະນະ ທີ່ແລ່ນຢູ່ໃຕ້ພື້ນທະເລ ໂດຍບໍ່ມີຄົນຂັບ. ລວມ​ແລ້ວ ​
ແມ່ນ​ມີທະຫານ 6,500 ຄົນ ທັງຍັງແລະຊາຍ ເຂົ້າຮ່ວມດໍາເນີນການຝຶກຊ້ອມ
ຄັ້ງນີ້.”


ການຝຶກຊ້ອມດັ່ງກ່າວ ຈະສິ້ນສຸດລົງໃນທ້າຍເດືອນນີ້.
XS
SM
MD
LG