ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອທ້ອງແບນຕິດເຄື່ອງຍົກ ກຳລັງມຸ່ງໜ້າໄປຈຸດເກີດເຫດຂົວຫັກ ໃນລັດ ແມຣີແລນ


ກຳປັ່ນຂົນສົ່ງຕູ້ຄອນເທນເນີ ຈອດຢູ່ກ້ອງຊາກຫັກພັງຂອງຂົວ ແຟຣນຊິສ ສກັອດ ຄີ, 28 ມີນາ 2024.
ກຳປັ່ນຂົນສົ່ງຕູ້ຄອນເທນເນີ ຈອດຢູ່ກ້ອງຊາກຫັກພັງຂອງຂົວ ແຟຣນຊິສ ສກັອດ ຄີ, 28 ມີນາ 2024.

ເຮືອທ້ອງແບນຂະໜາດໃຫຍ່ທີ່ຕິດເຄື່ອງຍົກຫຼາຍລຳ ໃນວັນພະຫັດວານນີ້ໄດ້ມຸ່ງໜ້າໄປ ນະຄອນ ບອລຕິມໍ ໃນລັດ ແມຣີແລນ ທາງພາກຕາເວັນອອກຂອງ ສະຫະລັດ ເພື່ອເລີ່ມວຽກງານທີ່ໜັກ ໃນການດຶງເອົາຮາວເຫຼັກທີ່ບິດບ້ຽວ ແລະ ຕ່ອນຫີນຄອນກຣີດຂະໜາດໃຫຍ່ອອກຈາກແມ່ນໍ້າບ່ອນທີ່ຂົວ ແຟຣນຊິສ ສກັອດ ຄີ ໄດ້ພັງລົງຫຼັງຈາກກຳປັ່ນຂົນສົ່ງສິນຄ້າໄດ້ຕຳເຂົ້າໃສ່ມັນ ໃນຕົ້ນອາທິດນີ້.

ຈົນກວ່າມັນຈະຖືກຂົນອອກໄປທັງໝົດ, ຊາກຫັກພັງດັ່ງກ່າວ ຈະກີດກັນກຳປັ່ນຂົນສົ່ງ ບໍ່ໃຫ້ເດີນທາງເຂົ້າ ແລະ ອອກ ຈາກທ່າເຮືອທີ່ສຳຄັນນັ້ນ, ເຊິ່ງແມ່ນນຶ່ງໃນທ່າເຮືອທີ່ໃຫຍ່ທີ່ສຸດຂອງ ສະຫະລັດ, ແລະ ກີດກັນນັກດຳນໍ້າຈາກການຊອກຫາຊາກສົບຂອງກຳມະກອນກໍ່ສ້າງ ຜູ້ທີ່ໄດ້ຕົກລົງໄປຈາກຂົວດັ່ງກ່າວ.

ສົບຂອງຜູ້ເຄາະຮ້າຍສອງຄົນໄດ້ຖືກກູ້ຂຶ້ນມາ ເມື່ອວັນພຸດແລ້ວນີ້ ກ່ອນທີ່ບັນດາ ເຈົ້າໜ້າທີ່ຈະຍົກເລີກການຄົ້ນຫາ ເພາະເຂົາເຈົ້າພິຈາລະນາວ່າ ມັນອັນຕະລາຍ ໂພດໃນແມ່ນໍ້າ ພາແທັບສໂຄ ທີ່ຂຸ້ນ.

ກຳປັ່ນຂົນສົ່ງທີ່ຈະເດີນທາງໄປປະເທດ ສຣີ ລັງກາ ໄດ້ສູນເສຍພະລັງງານໃນ ຕອນເຊົ້າມືດເມື່ອວັນອັງຄານທີ່ຜ່ານມາ ແລະ ໄດ້ຕຳເຂົ້າໃສ່ເສົາຄໍ້າຂອງຂົວ, ເຮັດໃຫ້ຄານເຫຼັກທີ່ຄໍ້າຈູນຂົວພັງລົງຢ່າງວ່ອງໄວ ໃສ່ກຳປັ່ນ ແລະ ສ່ວນທີ່ ເຫຼືອລົງສູ່ແມ່ນໍ້າດັ່ງກ່າວ.

ມັນບໍ່ມີຄວາມກະຈ່າງແຈ້ງໃນທັນທີວ່າ ເວລາໃດພວກເຮືອທ້ອງແບນຕິດເຄື່ອງຍົກດັ່ງກ່າວ ຈະໄປຮອດຈຸດເກີດເຫດ, ແຕ່ບັນດານັກຊ່ຽວຊານເວົ້າວ່າ ມັນອາດໃຊ້ເວລາຫຼາຍອາທິດກ່ອນຊ່ອງທາງການຂົນສົ່ງແມ່ນໍ້າເລິກຈະໂລ່ງ ແລະ ທ່າເຮືອຂອງເມືອງດັ່ງກ່າວ ເປີດຄືນ. ການສ້າງຂົວໃໝ່ແມ່ນຄາດວ່າຈະໃຊ້ເວລາດົນກວ່ານຶ່ງປີ, ແມ່ນກະທັ້ງ ທີ່ປະທານາທິບໍດີ ໂຈ ໄບເດັນ ເວົ້າວ່າ ທ່ານຢາກໃຫ້ມັນດຳເນີນຂຶ້ນໄວເທົ່າທີ່ຈະໄວໄດ້ ແລະ ເຖິງແມ່ນຈະໃຫ້ລັດຖະບານກາງຈ່າຍຄ່າກໍ່ສ້າງມັນ ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG