ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫຼາຍແສນຄົນ ຊຸມນຸມກັນ ໃນເມືອງ ບາເຊິໂລນາ ເພື່ອປະຕິເສດ ການສະເໜີ ແຍກຕົວ ຂອງແຄວ້ນ ຄາຕາໂລເນຍ


ບັນດານັກເຄື່ອນໄຫວເດີນຂະບວນໃນລະຫວ່າງການຊຸມນຸມຄັ້ງ
ໃຫຍ່ ຕໍ່ຕ້ານການປະກາດແຍກຕົວເປັນເອກະລາດຂອງແຄວ້ນ ຄາຕາໂລເນຍ ໃນເມືອງ ບາເຊິໂລນາ, ສະເປນ. 29 ຕຸລາ, 2017.
ບັນດານັກເຄື່ອນໄຫວເດີນຂະບວນໃນລະຫວ່າງການຊຸມນຸມຄັ້ງ ໃຫຍ່ ຕໍ່ຕ້ານການປະກາດແຍກຕົວເປັນເອກະລາດຂອງແຄວ້ນ ຄາຕາໂລເນຍ ໃນເມືອງ ບາເຊິໂລນາ, ສະເປນ. 29 ຕຸລາ, 2017.

ປະຊາຊົນຜູ້ສະໜັບສະໜູນປະເທດ ສະເປນດຽວ ຫຼາຍພັນຄົນ ໄດ້ລວມຕົວກັນໃນ
ເມືອງ ບາເຊິິິໂລນາ ໃນວັນອາທິດວານນີ້ ເພື່ອສະແດງການຄັດຄ້ານຂອງເຂົາເຈົ້າ
ກ່ຽວກັບ ການປະກາດແຍກຕົວເປັນເອກະລາດຂອງແຄວ້ນ ຄາຕາໂລເນຍ.

ພວກປະທ້ວງທີ່ຮ້ອງຄຳວ່າ “ສະເປນ ຈົ່ງຈະເລີນ” ແລະ ແກວ່ງທຸງຊາດ ສະເປນ,
ຄາຕາໂລເນຍ ແລະ ສະຫະພາບຢູໂຣບໄປມາ, ໄດ້ເດີນຂະບວນໃນເມືອງຫຼວງຂອງ
ແຄວ້ນ ຄາຕາໂລເນຍ ເພື່ອສະແດງໃຫ້ເຫັນວ່າ ເຂົາເຈົ້າສະໜັບສະໜູນການປົດ
ຄະນະລັດຖະມົນຕີຂອງ ແຄວ້ນ ຄາຕາໂລເນຍ ໂດຍລັດຖະບານກາງ ສະເປນ ແລະ
ຍົກເລີກ ການຜັກດັນແຍກຕົວຂອງພາກພື້ນດັ່ງກ່າວ.

ພວກປະທ້ວງໄດ້ຖືປ້າຍຄຳເວົ້າທີ່ອ່ານວ່າ “ພວກເຮົາຈະບໍ່ປ່ອຍໃຫ້ ສະເປນ ຖືກແຍກ
ອອກເປັນຊິ້ນສ່ວນ” ແລະ “ປຸກປະເທດທີ່ມິດງຽບໃຫ້ຕື່ນຂຶ້ນມາ,” ແລະ ອື່ນໆ.

ທ່ານ ອາເລັກສ ຣາມອສ ຫົວໜ້າຂອງສັງຄົມພົນລະເຮືອນ ຄາຕາໂລເນຍ ທີ່ສະໜັບສະ
ໜູນສະຫະພັນທະລັດ ໄດ້ກ່າວວ່າ “ພວກເຮົາໄດ້ຈັດແຈງ ຕົນເອງຊ້າເກີນໄປ, ແຕ່
ພວກເຮົາມາຢູ່ທີ່ນີ້ແມ່ນເພື່ອສະແດງໃຫ້ເຫັນວ່າມັນມີຊາວ ຄາຕາໂລເນຍ ສ່ວນ
ໃຫຍ່ທີ່ບໍ່ໄດ້ມິດງຽບຕໍ່ໄປອີກແລ້ວ ແລະ ຈະບໍ່ຢູ່ມິດງຽບຕໍ່ໄປ.”

ພວກຜູ້ຈັດການປະທ້ວງໄດ້ກ່າວວ່າ ການຊຸມນຸມໄດ້ດຶງດູດປະຊາຊົນຫຼາຍກວ່າ 1
ລ້ານຄົນ, ແຕ່ຕຳຫຼວດໄດ້ຕັ້ງຕົວເລກໄວ້ວ່າມີ 300,000 ຄົນ.

ນາຍົກລັດຖະມົນຕີ ສະເປນ ທ່ານ ມາຣີອາໂນ ຣາຮອຍ ໄດ້ລົບລ້າງສະ ພາຂອງແຄວ້ນ
ຄາຕາໂລເນຍ, ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກລັດຖະ ບານໃນພາກພື້ນໄດ້ລົງຄະແນນ
ສຽງສະໜັບສະໜູນການແຍກຕົວເປັນເອກະລາດຈາກປະເທດ ສະເປນ ໃນວັນສຸກ
ທີ່ຜ່ານມາ.

ນອກຈາກການຍົກເລີກສະພາຂອງແຄວ້ນດັ່ງກ່າວແລ້ວ, ທ່ານ ຣາຮອຍ ກໍໄດ້ຮຽກຮ້ອງ
ໃຫ້ຈັດການເລືອກຕັ້ງກະທັນຫັນໃນແຄວ້ນ ຄາຕາໂລເນຍ ໃນວັນທີ 21 ທັນວາທີ່ຈະ
ມາເຖິງນີ້ ແລະ ໄດ້ປົດບັນດາເຈົ້າໜ້າ ທີ່ຕຳຫຼວດອາວຸໂສສ່ວນຫຼາຍຂອງແຄວ້ນ
ຄາຕາໂລເນຍ ອອກຈາກອຳນາດຂອງເຂົາເຈົ້າ.

ທ່ານ ອິນິໂກ ເມັນເດັສ ເດິ ວີໂກ ໂຄສົກສຳລັບລັດຖະບານ ສະເປນ ໄດ້ກ່າວວ່າ
ທ່ານ ປູອິກເດີມັອນ ແລະ ບັນດາຜູ້ນຳ ຄາຕາໂລເນຍ ຄົນອື່ນໆຈະສາມາດລົງແຂ່ງ
ຂັນໃນການເລືອກຕັ້ງເດືອນທັນວານີ້ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG