ບັນດາເຈົ້າໜ້າທີ່ໃນສະເປນ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ພວກເຂົາເຈົ້າເຊື່ອວ່າ ຜູ້ຂັບລົດ
ທີ່ຮັບຜິດຊອບ ສຳລັບ ການສັງຫານ 13 ຄົນ ໃນການໂຈມຕີດ້ວຍການແລ່ນເຂົ້າຕຳຄົນ
ເມື່ອສັບປະດາແລ້ວນີ້ ໃນນະຄອນ Barcelona ແມ່ນຜູ້ຊາຍ ຊາວມາຣົກ ອາຍຸ 22 ປີ
ທີ່ພວກເຂົາເຈົ້າກຳລັງຊອກຫາຢູ່ນັ້ນ ຊຶ່ງເປັນສະມາຊິກຄົນສຸດທ້າຍ ຂອງກຸ່ມແຊລ
ຈຳນວນ 12 ຄົນ ທີ່ຍັງຫລົບໜີການຈັບກຸມ ຢູ່ນັ້ນ.
ລັດຖະມົນຕີ ກະຊວງພາຍໃນຂອງເຂດ Catalan Joaquim Forn ໄດ້ກ່າວຕໍ່ວິທະຍຸ
Catlunya ວ່າ “ທຸກສິ່ງທຸກຢ່າງ ຊີ້ບອກວ່າ” ທ້າວ Younes Abouyaaqoub ແມ່ນ
ຜູ້ກຳພວງມະໄລຂອງລົດຕູ້ ໃນລະຫວ່າງການໂຈມຕີ ເມື່ອວັນພະຫັດ ຜ່ານມານີ້ ທີ່ຍັງ
ເຮັດໃຫ້ອີກຫຼາຍກວ່າ 100 ຄົນ ໄດ້ຮັບບາດເຈັບ.
ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເຂົາເຈົ້າບໍ່ຮູ້ຈັກວ່າ ທ້າວ Abouyaaqoub ຍັງຢູ່ໃນ
ສະເປນ ຫຼືບໍ່.
ຕຳຫຼວດໄດ້ຈັບກຸມຜູ້ຕ້ອງສົງໄສ 4 ຄົນ ໃນຂະນະທີ່ ສ່ວນທີ່ຍັງເຫຼືອນັ້ນ ແມ່ນໄດ້ຖືກ
ສັງຫານໂດຍຕຳຫຼວດ ຫຼືວ່າ ໄດ້ເສຍຊີວິດ ໃນເຫດລະເບີດແຕກຢູ່ທີ່ເຮືອນ ໃນມື້ກ່ອນ
ການໂຈມຕີ. ພວກຜູ້ຕ້ອງສົງໄສຫຼາຍຄົນ ແມ່ນມີພູມລຳເນົາ ຢູ່ທີ່ເມືອງ Ripoll ທາງ
ພາກຕາເວັນອອກສຽງເໜືອ ຂອງປະເທດ ຊຶ່ງເປັນສະຖານທີ່ແຫ່ງໜຶ່ງ ບ່ອນທີ່
ຕຳຫຼວດໄດ້ເພັ່ງເລັງການສືບສວນສອບສວນ ຂອງພວກເຂົາເຈົ້າໃສ່.
ໃນກອງປະຊຸມຖະແຫລງຂ່າວ ເມື່ອວັນອາທິດວານນີ້ ຕຳຫຼວດຂອງສະເປັນ ໄດ້
ລາຍງານວ່າ ພວກເຂົາເຈົ້າ ໄດ້ພົບເຫັນ ຖັງແກັສ 120 ຖັງ ຢູ່ໃນເຮືອນຫຼັງໜຶ່ງ ຢູ່
ທີ່ເມືອງ Alcanar ຊຶ່ງໄດ້ເຊື່ອກັນວ່າເປັນໂຮງງານຜະລິດລະເບີດ ຂອງພວກຜູ້ຕ້ອງ
ສົງໄສ ທີ່ໃຊ້ໃນການໂຈມຕີເມື່ອວັນພະຫັດຜ່ານມານີ້. ໄດ້ພົບເຫັນວັດຖຸຕ່າງໆຢ່າງ
ພຽງພໍ ທີ່ຖືກນຳໃຊ້ໃນການດຳເນີນ “ການໂຈມຕີໜຶ່ງ ຫຼື ຫຼາຍກວ່ານັ້ນ ຢູ່ໃນນະຄອນ
Barcelona” ຊຶ່ງ ຫົວໜ້າກົມຕຳຫຼວດຂອງຂົງເຂດ ທ່ານ Josep Lluis Trapero
ໄດ້ບອກບັນດານັກຂ່າວ ໂດຍເປີດເຜີຍ ວ່າ ມີຮ່ອງຮອຍຂອງວັດຖຸລະເບີດ TATP
ຖືກພົບເຫັນນຳ.
ເຫດລະເບີດແຕກ ເມື່ອວັນພຸດຜ່ານມາ ຢູ່ທີ່ເຮືອນຫຼັງໜຶ່ງນັ້ນ ມີຊາກສົບຫລົງເຫຼືອຢູ່
ໃນສິ່ງຫັກພັງ ແລະ ບັນດາເຈົ້າໜ້າທີ່ ໄດ້ທຳການກວດສອບຫາ DNA ອັນເປັນສ່ວນ
ໜຶ່ງຂອງການສືບສວນ.
ນອກເໜືອຈາກທ້າວ Abouyaaqoub ແລ້ວ ບັນດາເຈົ້າໜ້າທີ່ ຍັງຊອກຫາ ອີມາມ
ນັກສອນສາສະໜາອິສລາມ ຊື່ວ່າ Abdelbaki Es Satty ຜູ້ທີ່ພວກເຂົາເຊື່ອວ່າ
ອາດໄດ້ປ່ຽນແນວຄິດຂອງພວກຄົນດັ່ງກ່າວ ໃຫ້ດຳເນີນການໂຈມຕີ ຢູ່ໃນນະຄອນ
Barcelona ແລະ ຕໍ່ຈາກນັ້ນ ອີກແຫ່ງໜຶ່ງ ຢູ່ໃນສະຖານທີ່ຕາກອາກາດ ຂອງເມືອງ
Cambrils ທີ່ໄດ້ສັງຫານໜຶ່ງຄົນ.
ອົງການຂ່າວ AP ລາຍງານວ່າ ພວກເພື່ອນບ້ານໃກ້ຄຽງ ໄດ້ກ່າວວ່າ ລົດຕ່າງໆ
ທີ່ໄດ້ຖືກນຳໃຊ້ໃນການໂຈມຕີ ທີ່ເມືອງ Cambrils ແລະ Barcelona ນັ້ນ ແມ່ນໄດ້
ເຫັນຢູ່ທີ່ເຮືອນ ໃນເມືອງ Alcanar ກ່ອນໜ້າເຫດລະເບີດແຕກ.