ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດ ສະຕີໝາຍເລກນຶ່ງ ຂອງ ສຫລ ບາຣບາຣາ ບຸດຈ໌ ຕົກຢູ່ໃນສະພາບປ່ວຍໜັກ

Barbara Bush
please wait
Embed

No media source currently available

0:00 0:02:40 0:00

ທ່ານນາງ ບາຣບາຣາ ບຸດຈ໌ ພັນລະຍາຂອງປະທານາທິບໍດີຜູ້ນຶ່ງ ແລະເປັນມານດາ ຂອງ
ປະທານາທິບໍດີ ບຸດສ໌ ຄົນທີສອງ ພວມຕົກຢູ່ໃນສະພາບເຈັບປ່ວຍໜັກ ແລະໄດ້ຕັດສີນ
ໃຈ ໄປຮັກສາໂຕຢູ່ສະຖານທີ່ບົວລະບັດເບິ່ງແຍງທີ່ດີ ແທນທີ່ຈະສືບຕໍ່ໃຫ້ທຳການພະຍາ
ບານຕໍ່ໄປ.

ສຳນັກງານ ຂອງສາມີຂອງທ່ານນາງ ອະດີດປະທານາທິບໍດີ ໂຈຣຈ໌ ເຫັຈ ດັບໂບຢູ ບຸດຈ໌
ໄດ້ກ່າວໃນວັນອາທິດວານນີ້ວ່າ ອະດີດສະຕີໝາຍເລກນຶ່ງ ໄວ 92 ປີໄດ້ຕັດສີນໃຈກະທຳ
ສິ່ງດັ່ງກ່າວ ລຸນຫຼັງໄດ້ໄປປິ່ນປົວຢູ່ໂຮງພະຍາບານລຽນຕິດຫຼາຍຄັ້ງ ແລະລຸນຫຼັງທີ່ໄດ້ປຶກ
ສາຫາລືກັບຄອບຄົວ ແລະທ່ານໝໍຫຼາຍຄົນແລ້ວ.

ປະທານາທິບໍດີ ໂຈຣຈ໌ ບຸດຈ໌ ຍົກມືຂວາຂຶ້ນ ຂະນະທີ່ສາບານໂຕ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ສະຫະລັດ ຄົນທີ 41 ໃນຂະນະທີ່ ສະຕີໝາຍເລກນຶ່ງ ທ່ານນາງ ບາຣບາຣາ ບຸດຈ໌ ແນມເບິ່ງຢູ່, ທີ່ດ້ານໜ້າກ້ຳຕາເວັນຕົກ ຂອງຕຶກລັດຖະສະພາ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 20 ມັງກອນ 1989.

ຖະແຫຼງການສະບັບດັ່ງກ່າວ ບໍ່ໄດ້ບອກໃຫ້ຮູ້ ວ່າທ່ານນາງໄດ້ໄປປິ່ນປົວຍ້ອນໂຣກອັນໃດ
ເມື່ອມໍ່ໆມານີ້ ແຕ່ ອົງການຂ່າວ ຊີ ແອັນ ແອັນ ໄດ້ເວົ້າວ່າ ທ່ານນາງ ໄດ້ລົ້ມປ່ວຍ ຍ້ອນ
ໂຣກຊຳເຮຶ້ອປອດບວມ ແລະຫາຍໃຈຝືດ. ໃນໄລຍະຫຼາຍໆປີຫຼັງນີ້ ທ່ານນາງໄດ້ໄປນອນ
ໂຮງພະຍາບານ ຍ້ອນໂຣກຮ້າຍແຮງ ດ້ວຍສະພາບການຕ່ອມນໍ້າ ຫຼື thyroid ແລະທໍ່
ຫຼອດລົມ ຫຼືອາການຫາຍໃຈຍາກ.

ພາບຖ່າຍຄອບຄົວ ຂອງທ່ານ ໂຈຣຈ໌ ເຫັຈ ດັບໂບຢູ ບຸດຈ໌ ນັ່ງຢູ່ໂຊຟາ ກັບພັນລະຍາ ຂອງທ່ານ ທ່ານນາງ ບາຣບາຣາ ແລະພວກລູກເຕົ້າທັງໝົດ ໃນປີ 1964.
ພາບຖ່າຍຄອບຄົວ ຂອງທ່ານ ໂຈຣຈ໌ ເຫັຈ ດັບໂບຢູ ບຸດຈ໌ ນັ່ງຢູ່ໂຊຟາ ກັບພັນລະຍາ ຂອງທ່ານ ທ່ານນາງ ບາຣບາຣາ ແລະພວກລູກເຕົ້າທັງໝົດ ໃນປີ 1964.

ຖະແຫຼງການດັ່ງກ່າວເວົ້າວ່າ “ມັນຈະບໍ່ເຮັດໃຫ້ຜູ້ໃດ ທີ່ຮູ້ທ່ານນາງ ບາຣບາຣາ ບຸດຈ໌
ແປກໃຈຫຍັງ ວ່າທ່ານນາງຈະມີສີໜ້າເຂັ້ມແຂງໃນເຣື່ອງສຸຂະພາບທີ່ຊຸດໂຊມຂອງ
ທ່ານນາງ ໂດຍທີ່ຕົນເອງ ບໍ່ຕ້ອງກັງວົນ ຍ້ອນຄວາມເຊື່ອຖືຂອງເພິ່ນ ແຕ່ຄົນອື່ນ ແມ່ນ
ຈະພາກັນກັງວົນ.”
ພວກຄອບຄົວແລະຜູ້ຮັກແພງຈະພາກັນນັ່ງຫ້ອມລ້ອມທ່ານນາງຢູ່
ແລະເພິ່ນກໍສະແດງຄວາມຂອບໃຈຕໍ່ສານ ແລະຂໍ້ຄວາມເປັນຫ່ວງຕ່າງໆ ແລະສົ່ງໄປຫາ
ໂດຍສະເພາະຄວາມໄຫວ້ວອນທັງຫຼາຍ ທີ່ທ່ານນາງໄດ້ຮັບໄປ.

ທ່ານນາງ ແຊຣາ ແຊນເດີ ຮັກກາບີ ໂຄສົກທຳນຽບຂາວ ຂອງປະທານາທິບໍດີ ດໍໂນລ
ທຣຳ ໄດ້ກ່າວໃນຖະແຫຼງການ ສະບັບນຶ່ງໃນ ແລງວັນອາທິດວານນີ້ວ່າ “ທ່ານປະທານາ
ທິບໍດີ ພ້ອມດ້ວຍສະຕີໝາຍເລກນຶ່ງ ຂໍສົ່ງສານໄຫວ້ວອນມາຍັງຄອບຄົວຂອງ ທ່ານ
ບຸດຈ໌ ໃນເວລາອັນຄັບຂັນນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG