ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາ​ແອລວ່າ ການໂຈມຕີທີ່ຊາຍແດນ ຄວນເຮັດໃຫ້ ອີຈິບຕື່ນໂຕ


ທ່ານ Ehud Barak ລັດຖະມົນຕີປ້ອງກັນປະເທດ ອິສຣະແອລ
ທ່ານ Ehud Barak ລັດຖະມົນຕີປ້ອງກັນປະເທດ ອິສຣະແອລ

ລັດ​ຖະ​ມົນຕີີ​ປ້ອງ​ກັນ​ປະ​ເທດ ອິສຣາ​ແອ​ລ ທ່ານ Ehud Barak ກ່າວ​ວ່າ ທ່ານ​ຫວັງ​ວ່າ
ການ​ໂຈມ​ຕີ​ທີ່​ຮ້າຍແຮ​ງ​ເຖິງ​ຕາຍ ຕໍ່​ທະຫານ​ຍາມຊາຍ​ແດນຂອງອີ​ຈິບ ​ໃນ​ວັນ​ອາທິດວານ​ນີ້
ໃກ້​ກັບ​ເຂດ Gaza Strip ​ແລະ​ອິສຣາ​ແອ​ລນັ້ນ​ຈະ​ເ​ປັນ​ “ການ​ປຸກ​ໃຫ້ອີ​ຈິບ​ຕື່ນ​ໂຕ” ແລະ​
ເ​ສີມກໍາລັງ​ຮັກສາ​ຄວາມ​ປອດ​ໄພຂອງ​ຕົນ ​ຢູ່ໃນ​ແຫລມ Sinai ນັ້ນ.

​ມື​ປືນ​ຈໍານວນ​ນຶ່ງໄດ້​ສັງຫານທະຫານ​ຍາມ​ຊາຍ​ແດນ 16 ຄົນ ​ແລ້ວພະຍາຍາມ ​ຈະຂ້າມ​ຊາຍ
​ແດນ ເຂົ້າ​ໄປ​ໃນອິສຣາ​ແອ​ລ ​ໃນລົດສອງ​ຄັນ​ທີ່ລັກຂະ​ໂມ​ຍມາ​. ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ
ລົດ​ຄັນ​ນຶ່ງ​ໄດ້​ລະ​ເບີດຂຶ້ນ ​ແລະ​ລົດ​ຄັນ​ທີ່​ສອງ​ໄດ້​ຂ້າມ​ຊາຍແດນເຂົ້າ​ໄປ ກ່ອນ​ໄດ້​ຖືກທໍາລາຍ ​
ໂດຍ​ການໂຈມ​ຕີທາງ​ອາ​ກາດຂອງ ອິສຣາ​ແອ​ລ​.

ທ່ານ Barak ​ໄດ້​ລາຍ​ງານ​ຕໍ່​ ຄະນະ​ກໍາມະການ​ນຶ່ງ​ຂອງສະພາອິສຣາ​ແອ​ລ​ ​ໃນ​ວັນ​ຈັນ​ນີ້ວ່າ
ກໍາລັງຂອງອິສຣາ​ແອ​ລ ​ໄດ້​ສັງຫານ​ພວກ​ມື​ປືນ 8 ຄົນ.

​ຫົວໜ້າໂຄສົກກອງທັບອິສຣາ​ແອ​ລ ທ່ານ Yoav Mordechai ກ່າວ​ວ່າ ທາງ​ກອງທັບໄດ້​ຮັບ
​ລາຍງານຂ່າວ​ສືບ​ລັບ ທີ່​ໄດ້​ຊ່ວຍໃຫ້​ຂັດຂວາງ​ການ​ໂຈມຕີ​.

ອີ​ຈິບ​ໄດ້​ອັດ​ດ່ານ​ຂ້າມ​ທີ່​ເມືອງ Rafah ຂອງ​ຕົນ​ ທີ່​ຂ້າມ​ໄປ​ສູ່​ເຂດ Gaza ນັ້ນ ​ໃນ​ການ​ຕອບ​ໂຕ້
ຕໍ່​ການ​ໂຈມ​ຕີດັ່ງກ່າວ ຊຶ່ງ ປະທານາທິບ​ບໍດີ Mohammed Morsi ກ່າວ​ວ່າ ​ເປັນ​ການ​ກະທໍາ
​ຂອງ​ພວກ “ຂີ້​ຂາດ​ຕາຂາວ.”

ລັດຖະມົນຕີປ້ອງກັນປະເທດອິສຣາແອລ Ehud Barak ໄປເບິ່ງເຂດຊາຍແດນພາກໃຕ້ ບ່ອນເກີດເຫດ, ວັນທີ 6 ສິງຫາ 2012. (Courtesy of Ariel Hermoni, Israel Ministry of Defense)

XS
SM
MD
LG