ການແຂ່ງລົດ Formula One Grand Prix ໄດ້ສິ້ນສຸດລົງ ໂດຍປາດສະຈາກເຫດຮ້າຍ
ໃດໆເຖິງແມ່ນໄດ້ມີການປະທ້ວງຢ່າງຮຸນແຮງ ມາເປັນເວລານຶ່ງອາທິດ ກ່ອນການແຂ່ງຂັນ
ນັ້ນ ກໍຕາມ.
ນາຍ Sebastian Vettel ແຊ້ມໂລກສອງຄັ້ງ ໄດ້ຊະນະນາຍ Kimi Raikkonen
ທີ່ຂັບໄລ່ຫລັງຕາມມາຕິດໆນັ້ນ ໃນການແຂ່ງຂັນທີ່ມີການຍາມຮັກສາຄວາມປອດໄພ
ຢ່າງໜາແໜ້ນ.
ຄວັນສີດໍາພຸ່ງຂຶ້ນມາຈາກກອງຕີນລົດທີ່ຖືກພວກປະທ້ວງຈູດເຜົາ ໃນເຂດນຶ່ງຢູ່ໃກ້ໆກັບ
ນະຄອນຫລວງ ມານາມາ ທີ່ໄດ້ເຫັນການປະທ້ວງຢ່າງໃຫຍ່ຂອງມະຫາຊົນ ໃນໄລຍະ
ຫລາຍໆມື້ກ່ອນຮອດວັນແຂ່ງຂັນ Grand Prix ໃນວັນອາທິດວານນີ້.
ກຸ່ມຂະບວນການ ວັນທີ 14 ກຸມພາ ຝ່າຍຄ້ານ ໄດ້ປະຕິຍານວ່າ ຈະຈັດການປະທ້ວງ
“ສາມມື້ແຫ່ງຄວາມໂກດແຄ້ນ” ຂຶ້ນ ໃຫ້ກົງກັບການແຂ່ງຂັນ ເພື່ອປະນາມເຫດການ
ດັ່ງກ່າວວ່າ ເປັນການຟຸມເຟືອຍຢ່າງ ໃຫຍ່ໂຕ ໂດຍຄອບຄົວທີ່ຄອງອໍານາດ ທີ່ໄດ້ທັບມ້າງ
ການປະທ້ວງລະດູບານໃໝ່ຂອງອາຫຣັບໃນປະເທດ ເມື່ອປີແລ້ວນີ້.
ອົງມົງກຸດລາດຊະກຸມມານ Salmon bin Hand bin al-Halifax ໄດ້ຊົງປະຕິເສດຕໍ່
ຄໍາຮຽກຮ້ອງໃຫ້ຍົກເລີກການແຂ່ງຂັນປີນີ້ ໂດຍກ່າວວ່າ ການກະທໍາດັ່ງນັ້ນມີແຕ່ຈະເປັນ
ການມອບອໍານາດໃຫ້ພວກຫົວຮຸນແຮງເທົ່ານັ້ນ. ການແຂ່ງຂັນໃນປີກາຍນີ້ໄດ້ຖືກ
ເລື່ອນອອກໄປໃນເບື້ອງຕົ້ນ ແລະຕໍ່ມາໄດ້ຖືກຍົກເລີກໄປເລີຍ ຍ້ອນການປະທ້ວງ.
ລາດຊະວົງຂອງບາຫ໌ເຣນ ແມ່ນເປັນຜູ້ສະໜັບສະໜຸນລາຍສໍາຄັນຂອງການແຂ່ງລົດ
Formula One Grand Prix ນັ້ນ ແລະອົງມົງກຸດລາດຊະກຸມມານ ກໍເປັນເຈົ້າຂອງ
ແລະມີສິດທຸກຢ່າງໃນການແຂ່ງຂັນ.