ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ແລະທ່ານນາງ Clinton ຮວມກຳລັງ ເພື່ອສ້າງຄວາມສາມັກຄີ ໃຫ້ພັກເດໂມແຄຣັດ


ປະທານາທິບໍດີ Obama ແລະຜູ້ສະໝັກເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ເມືອງ Charlotte ລັດ North Carolina ວັນທີ 5 ກໍລະກົດ, 2016.
ປະທານາທິບໍດີ Obama ແລະຜູ້ສະໝັກເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ເມືອງ Charlotte ລັດ North Carolina ວັນທີ 5 ກໍລະກົດ, 2016.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ຄັ້ງ​ນຶ່ງເຄີຍ​ເປັນ​ຄູ່​ແຂ່ງ​ທ່ານ​ນາງ Hillary Clinton ​ໄດ້ຮວມກຳລັງ​ກັນ ​ໃນ​ຂະນະ​ທີ່ ທ່ານ​ນາງ Clinton ຊອກ​ຫາ​ຊ່ອງ​ທາງ​ເພື່ອເອົາ​ຊະນະການ​ເຂົ້າກຳ​ຕຳ​ແໜ່​ງທີ່​ທຳນຽບຂາວ ​ແລະ​ປະທານາທິບໍດີ​ຄົນ​ປັດຈຸບັນ ພະຍ​າຍາ​ມ​ໃຫ້ການ​ຄໍ້າປະກັນ​ວ່າ ນະ​ໂຍບາຍ​ຂອງ​ທ່ານ ຈະ​ດຳ​ເນີນ​ຕໍ່​ໄປ​ເກີນ​ກວ່າ​ສະ​ໄໝການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ.

ທ່່ານ Obama ​ໄດ້​ຖະ​ແຫລ​ງດ້ວຍ​ຄວາມ​ກະຕືລືລົ້ນວ່າ ​ເປັນ​ຫຍັງ​ທ່ານຈຶ່ງ​ເຊື່ອ​ວ່າ ຊາວ​ອາ​ເມຣິກັນ​ຄວນ​ທີ່​ຈະ​ເລືອກ​ເອົາ ທ່ານ​ນາງ Clinton ​ເປັນ​ປະທານາທິ ບໍດີຄົນ​ທີ 45 ຂອງ​ສະຫະລັດ.

“ຂ້າພະ​ເຈົ້າຕື່ນ​ເຕັ້ນ! ທ່ານ​ນາງ Hillary ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຕື່ນ​ເຕັ້ນ ​ແລະ​ຂ້າ ພະ​ເຂົ້າ​ພ້ອມ​ແລ້​ວທີ່​ຈະ​ເຮັດ​ວຽກ​ຢ່າງ​ໃດ​ຢ່າງ​ນຶ່ງລົງ​ໄປ ທ່ານ​ໄດ້ກ່າວ​ຕໍ່​ຝູງ​ຊົນຂະໜາດ​ໃຫຍ່​ ແລະ​ໂຮ່ຮ້ອງສະໜັບສະ​ໜຸນ​ແບບ​ມີ​ຊີວິດ​ຊີວາ ຢູ່​ບ່ອນ​ໂຄສະນາ ຫາ​ສຽງ​ຂອງ​ທ່ານ​ນາງ Clinton ທີ່​ລັດ North Carolina ​ໃນ​ວັນ​ອັງຄານ​ວານນີ້.

Obama Praises Clinton in First Joint Campaign Appearance
please wait

No media source currently available

0:00 0:02:35 0:00

ທ່ານ Obama ກ່າວ​ເຖິງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງທ່ານ​ວ່າ​ເປັນ​ບຸກຄົນ​ທີ່​ສະຫຼາດ ມີ​ຄຸນ​ນະ​ວຸດ​ທິທີ່​ພຽບພ້ອມ​ທີ່​ສຸດ ​ເຮັດ​ວຽກ​ໜັກ ​ເຄັ່ງ​ຄັດ ​ແລະຜູ້ນຳ​ທີ່​ເຫັນ​ອົກ​ເຫັນ​ໃຈ ​ທີ່​ຈະປົກ​ປ້ອງປະ​ເທດ​ຊາດ ຊ່ວຍບັນດາ​ຄອບຄົ​ວ ​ທີ່​ເຮັດ​ວຽກ​ເຮັດ​ການ ແລະ​ສົ່ງ​ເສີມ​ຜົນ​ປະ​ໂຫຍ​ດ ​ແລະ​ຄຸນຄ່າ​ຂອງ​ຊາວ​ອາ​ເມຣິ ກັນ.

ປະທານາທິບໍດີ Obama ແລະຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ຍ່າງລົງຈາກເຮືອບິນ Air Force.
ປະທານາທິບໍດີ Obama ແລະຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ຍ່າງລົງຈາກເຮືອບິນ Air Force.

ປະທາ​ນາ​ທິບໍດີ Obama ກ່າວ​ຕໍ່​ຝູງຊົນທີ່ຮ້ອງ​ໂຮ​ວ່າ “ທ່ານນາງ​ຮູ້​ຈັກ ​ທີ່​ຈະ​ລະດົມ​ໂລກ ​ທີ່ຢູ່​ອອ້ມ​ແອ້ມ ​ໃຫ້​ເຫັນ​ພ້ອມເລື້ອງ​ຕ່າງໆທີ່​ພວກ​ເຮົາ​ເຊື່ອ ທີ່​ພວກ​ເຮົາ​ຮູ້​ວ່າ​ຖືກຕ້ອງ ​ແລະ​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ປະ​ເທດ​ອື່ນໆ​ຮັບຜິດຊອບ​ໃນ​ພາລະຂອງ​ເຂົາ​ເຈົ້າ​ຢ່າງ. ການ​ເປັນ​ຜູ້ນຳ​ດັ່ງກ່າວ ​ແລະ​ນັ້ນຄື​ຄວາມ​ເຂັ້ມ​ແຂງ ​ນັ້ນຄື​ຄວາມ​ເປັນ​ຜູ້ນຳ ​ແລະ​ນັ້ນຄື​ວ່າ​ເປັນ​ຫຍັງທ່ານ​ນາງ Hillary Clinton ຈຶ່ງ ຕ້ອງເປັນ​ປະທາ​ນາ​ທິບໍດີ ຄົນ​ຕໍ່​ໄປ​ຂອງສະຫະລັດອາ​ເມຣິກາ.”

ປະທານາທິບໍດີ Barack Obama ທຳທ່າເສັດນໍ້າຕາ ໃນຂະນະທີ່ຜູ້ສະໝັກປະທານາທິບໍດີ ທ່ານນາງ Hillary Clinton ກ່າວເຖິງການຮຽນຈົບຂອງ ນາງ Malia Obama.
ປະທານາທິບໍດີ Barack Obama ທຳທ່າເສັດນໍ້າຕາ ໃນຂະນະທີ່ຜູ້ສະໝັກປະທານາທິບໍດີ ທ່ານນາງ Hillary Clinton ກ່າວເຖິງການຮຽນຈົບຂອງ ນາງ Malia Obama.

ປະທານາທິບໍດີ ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບສູງ​ພາຍ​ໃນ​ພັກ​ເດ​ໂມ​ແຄຣັດ ​ແລະ​ການ​ສະໜັບສະໜູນ​ຂອງ​ທ່ານ ຄາດ​ວ່າ​ຈະ​ເຮັດ​ໃຫ້​ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້ ສະໝັກປະທານາທິບໍ ດີ ​ພັກ​ເດ​ໂມ​ແຄຣັດ ​ໄດ້​ຮັບ​ການ​ຊຸກ​ຍູ້​ຫລາຍ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Obama Clinton Rally
please wait

No media source currently available

0:00 0:02:35 0:00

XS
SM
MD
LG