ປະທານາທິບໍດີສະຫະລັດ ທ່ານ Barack Obama ໄປຢ້ຽມຢາມເມືອງ Flint ໃນລັດ Michigan ໃນວັນພຸດມື້ນີ້ ເພື່ອທົບທວນເບິ່ງຄວາມຄືບໜ້າຂອງລັດຖະ ບານກາງ ແລະ ຂອງລັດ ເພື່ອເຮັດໃຫ້ວິກິດການນ້ຳເປັນພິດໃນເມືອງດັ່ງກ່າວ ທີ່ມີມາເປັນເວລາຫລາຍ ເດືອນແລ້ວນັ້ນສິ້ນສຸດລົງ.
ເປັນທີ່ຄາດກັນວ່າ ປະທານາທິບໍດີ Obama ຈະຖືກຮັບຕ້ອນຈາກຜູ້ປົກຄອງລັດ Michigan ທ່ານ Rick Snyder ຜູ້ທີ່ໄດ້ຮັບການຕິຕຽນຈາກປະຊາຊົນໃນເຂດທ້ອງຖິ່ນ ພ້ອມດ້ວຍບັນດາເຈົ້າໜ້າທີ່ລັດຖະບານກາງ ບັນດາສະມາຊິກສະພາ ແລະບັນດານັກ ເຄື່ອນໄຫວເພື່ອສິດທິພົນລະເມືອງໃນອັນທີ່ເຫັນກັນຢ່າງແຜ່ກວ້າງວ່າ ໄດ້ຖືກປະປ່ອຍ ໃນການແກ້ໄຂວິກິດການທີ່ມີມາເປັນປີ.
ທຳນຽບຂາວກ່າວວ່າ ການຢ້ຽມຢາມມີຂຶ້ນຍ້ອນ ໄດ້ຮັບໜັງສືຂອງເດັກຍິງອາຍຸແປດປີ ຈາກທ້ອງຖິ່ນຫວ່າງມໍ່ໆມານີ້ ທີ່ໄດ້ຂໍພົບກັບ ປະທານາທິບໍດີດ້ວຍຕົວເອງ ເພື່ອໂອ້ລົມ
ກ່ຽວກັບວິກິດການ. ນາງ Amariyanna “Mari” Copeny ແມ່ນນຶ່ງໃນຈຳນວນປະຊາ ຊົນຂອງເມືອງ Flint ທີ່ມີຢູ່ 100,000 ຄົນທີ່ປາດສະຈາກການມີນໍ້າດື່ມ ແລະນໍ້າອາບທີ່ ປອດໄພ ນັບແຕ່ວິກິດການໄດ້ເລີ້ມຂຶ້ນ.
ວິກິດການໃນເມືອງ Flint ໄດ້ເກີດຂຶ້ນໃນປີ 2014 ເວລາລັດຖະບານເມືອງ ດັ່ງກ່າວທີ່ ຂາດເຂີນເງິນ ຢາກປະຢັດເງິນໂດຍການດູດເອົານໍ້າຈາກແມ່ນໍ້າໃນເຂດທ້ອງຖິ່ນແທນ ທີ່ມາຈາກລະບົບນໍ້າ ໃນນະຄອນ Detroit ທີ່ຕັ້ງຢູ່ໃກ້ຄຽງ.
ຫລາຍເດືອນຕໍ່ມາໄດ້ພົບເຫັນວ່າ ບັນດານັກວິສະວະກອນ ບໍ່ໄດ້ເຮັດຕາມຂະບວນການ ໃນການນຳໃຊ້ແມ່ນໍ້າ Flint ທີ່ເປື້ອນເປິຢ່າງເໝາະສົມ ເພື່ອປ້ອງກັນທາດກົ່ວທີ່ເກີດຈາກ ທໍ່ນໍ້າເກົ່າ ຢູ່ໃນເມືອງ ຂອງຊາວອາເມຣິກັນເຊື້ອສາຍ ອາຟຣິກາອາໄສຢູ່ເປັນສ່ວນໃຫຍ່. ຕໍ່ມາໄດ້ມີການສະແດງບຄວາມບໍ່ພໍໃຈຢ່າງໃຫຍ່ເວລາໄດ້ຮຽນຮູ້ວ່່າ ຊາວເມືອງ Flint ບໍ່ ໄດ້ຖືກຕັກເຕືອນ ກ່ຽວກັບນໍ້າທີ່ເປື້ອນເປິມາເປັນເວລາ 18 ເດືອນແລ້ວນັ້ນ.
ການຢ້ຽມຢາມຂອງປະທານາທິບໍດີ Obama ມີຂຶ້ນແປດມື້ ຫລັງຈາກບັນດາ ສະມາຊິກ ສະພາສູງສະຫະລັດ ຈາກສອງພັກການເມືອງໄດ້ບັນລຸຂໍ້ຕົກລົງເພື່ອອະນຸມັດເງິນ 170 ລ້ານໂດລາ ໃນການຊ່ວຍເຫລືອເພື່ອປ່ຽນທໍ່ນໍ້າໃໝ່ ແລະການສ້າງສາໂຄງລ່າງອຶ່ນໆ.
ຂໍ້ຕົກລົງໃນປີແຫ່ງການເລືອກຕັ້ງຈະຊ່ວຍເມືອງດັ່ງກ່າວໃນເດືອນກຸມພາ ອັນເປັນພາກ
ສ່ວນຮ່າງກົດໝາຍແຫລ່ງນໍ້າ ທີ່ໄດ້ປະສົບກັບຄວາມລົ້ມແຫລວເວລາບັນດາຜູ້ເຈລະຈາ ຂອງພັກຣີພັບບລິກັນ ແລະພັກເດໂມແຄຣັດ ບໍ່ສາມາດຕົກລົງກັນໄດ້ວ່າ ຈະໃຊ້ເງິນນີ້ຊ່ວຍເມືອງ Flint ຢ່າງໃດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ