ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກ່າວວ່າ ທ່ານທຣຳ ຈະພົບວ່າ ທຳນຽບຂາວ ຈະ 'ເຮັດໃຫ້ທ່ານ ຕື່ນຕົວຢ່າງວ່ອງໄວ'


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງປະຊຸມ Brady ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ພະຈິກ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງປະຊຸມ Brady ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ພະຈິກ 2016.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ຄຳເວົ້າທີ່ດີຕ່າງໆ ບໍ່ແມ່ນວ່າ ຈະເປັນນະໂຍ ບາຍດີ ສະເໝີໄປ ແລະ ທ່ານກ່າວວ່າ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຈະພົບວ່າ ການດຳລົງຕຳແໜ່ງ ຢູ່ທີ່ທຳນຽບຂາວນັ້ນ ຈະ “ເຮັດໃຫ້ ທ່ານຕື່ນຕົວຢ່າງວ່ອງໄວ.”

ທ່ານໂອບາມາ ໃນວັນຈັນວານນີ້ ໄດ້ຈັດກອງປະຊຸມຖະແຫລງຂ່າວ ທີ່ທຳນຽບຂາວຄັ້ງທຳອິດ ນັບຕັ້ງແຕ່ທ່ານ Trump ໄດ້ຊະນະທ່ານນາງ Hillary Clinton ຢ່າງບໍ່
ຄາດຝັນ ໃນການເລືອກຕັ້ງ ເມື່ອສັບປະດາແລ້ວນີ້.

ທ່ານປະທານາທິບໍດີ ບາຣັກ ໂອບາມາ ພົບປະກັບ ທ່ານດໍໂນລ ທຣຳ ປະທານາທິບໍດີທີ່ຖືກເລືອກໃໝ່ ຢູ່ໃນຫ້ອງການ ຮູບໄຂ່ ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 10 ພະຈິກ 2016.
ທ່ານປະທານາທິບໍດີ ບາຣັກ ໂອບາມາ ພົບປະກັບ ທ່ານດໍໂນລ ທຣຳ ປະທານາທິບໍດີທີ່ຖືກເລືອກໃໝ່ ຢູ່ໃນຫ້ອງການ ຮູບໄຂ່ ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 10 ພະຈິກ 2016.

ທ່ານປະທານາທິບໍດີ ໄດ້ຈັດການພົບປະ ກັບທ່ານທຣຳ ໄປແລ້ວ ແລະ ໄດ້ກ່າວວ່າ ທ່ານເຊື່ອວ່າ ປະທານາທິບໍດີ ຜູ້ທີ່​ຈະເຂົ້າມາຮັບຕຳແໜ່ງ ບໍ່​ແມ່ນຜູ້​ທີ່​ມີອຸດົມຄະຕິ
ຫຼາຍ​ເກີນ​ໄປ ດັ່ງທີ່ຜູ້ຄົນຄິດ ແລະວ່າທ່ານທຣຳ ຈະເປັນຜູ້ນຳທີ່ຮັບມືກັບສິ່ງຕ່າງໆ
ອີງ​ຕາມຄວາມເປັນຈິງ ຕາບໃດທີ່ທ່ານ ມີພວກຄົນທີ່ດີໆ ຢູ່ອ້ອມຂ້າງທ່ານ.

ທ່ານໂອບາມາ ໄດ້ກ່າວວ່າ ທ່ານຈະປະ ປະເທດໄວ້ ຢູ່ໃນສະພາບທີ່ດີກວ່າເກົ່າທີ່
ເຄີຍເປັນ ໃນເວລາທີ່ທ່ານເຂົ້າກຳອຳນາດ ໃນປີ 2009 ຊຶ່ງໃນເວລານັ້ນ ເສດຖະກິດ ແມ່ນກຳລັງຢູ່ໃນພາວະຕົກຕ່ຳ ແລະ ມີ “ໄຟຂະໜາດ​ໃຫຍ່ຈຳນວນນຶ່ງ” ທີ່ຈະຕ້ອງ ໄດ້ດັບມອດ. ທ່ານໄດ້ກ່າວວ່າ ທ່ານທຣຳ ຈະມີ “ເວລາ ແລະ ເນື້ອທີ່ ເພື່ອທີ່ຈະຕັດ
ສິນໃຈໄດ້ ຢ່າງຮອບຄອບ”
ແລະວ່າ ອາລົມທີ່ມີຊື່​ສຽງໂດ່ງດັ່ງຂອງທ່ານທຣຳນັ້ນ ຈະບໍ່ເປັນການດີສຳລັບທ່ານ ໃນບາງ​ໂອກາດເວລາ.

Obama Calls Trump ‘Gregarious,’ ‘Pragmatic’
please wait

No media source currently available

0:00 0:02:07 0:00

ທ່ານປະທານາທິບໍດີ ໄດ້ກ່າວຕື່ມວ່າ ພວກຜູ້ທີ່ຄັດຄ້ານທ່ານທຣຳ ຕ້ອງໄດ້ຍອມຮັບວ່າ ນີ້ແມ່ນແນວທາງຂອງປະຊາທິປະໄຕ. ທ່ານໄດ້ຮຽກ ຮ້ອງຕໍ່ພວກຄົນເຫຼົ່ານັ້ນວ່າ ຈົ່ງໃຫ້ ທ່ານທຣຳຕັດສິນໃຈເອງ ໂດຍກ່າວວ່າ ຊາວອາເມຣິກັນ ຈະເປັນຜູ້ຕີ​ລາຄາເອງ ຖ້າ
ພວກເຂົາເຈົ້າມັກ ​ໃນອັນທີ່ພວກເຂົາເຈົ້າເຫັນນັ້ນ.​

Obama: US Will Keep Honoring NATO Commitments
please wait

No media source currently available

0:00 0:02:00 0:00

ແຕ່ທ່ານໂອບາມາ ໄດ້ກ່າວວ່າ ການເລືອກຕັ້ງຂອງທ່ານທຣຳ ຊຶ່ງໄດ້ມີຜູ້ມີສິດປ່ອນບັດ ທັງໝົດ ອອກມາໃຊ້ສິດ ພຽງປະມານ 55 ເປີເຊັນ ແລະທ່ານທຣຳ ໄດ້ເສຍໄຊ ໃນດ້ານ ຄະແນນຂອງ​ປະຊາຊົນ ແຕ່ໄດ້ຊະນະ ດ້ວຍຄະແນນສຽງ ຈາກຜູ້ແທນລັດ ຫຼື Electoral College ນັ້ນ ເປັນການເຕືອນໃຫ້ຮູ້ວ່າ ການເລືອກຕັ້ງແມ່ນເລື່ອງທີ່ສຳຄັນ ແລະ ທຸກ ຄະແນນສຽງມີຄວາມສຳຄັນດ້ວຍ. ທ່ານນຶກແປກໃຈອອກມາວ່າ ມີຈັກຄັ້ງ ທີ່ປະເທດ ໄດ້ມີບົດຮຽນແບບນີ້.

Obama Talks of ‘Strong, Robust NATO Relationship’
please wait

No media source currently available

0:00 0:00:47 0:00

ທ່ານໂອບາມາ ມີແຜນທີ່ຈະອອກເດີນທາງໄປຍັງຕ່າງປະເທດ ເປັນຄັ້ງສຸດທ້າຍ ໃນການ ດຳລົງຕຳແໜ່ງເປັນປະທານາທິບໍດີ ໃນວັນຈັນ ໂດຍຈະຢຸດແວ່ ທີ່ປະເທດ Greece, Germany ແລະ Peru.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama Stresses Smooth Transition
please wait

No media source currently available

0:00 0:01:10 0:00

XS
SM
MD
LG