ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ປ. ໂອບາມາ ພົບປະເປັນການສ່ວນຕົວ ກັບ ອົງດາໄລ ລາມະ ທີ່ທຳນຽບຂາວ


ປະທານາທິບໍດີ ບາຣັກ ໂອບາມາ ທັກທາຍກັບຜູ້ນຳທາງສາສະໜາ ອົງດາໄລລາມະ ທີ່ທາງເຂົ້າຂອງຫ້ອງຊັ້ນລຸ່ມ ຫຼື Map Room ຂອງທຳນຽບຂາວ. 15 ມິຖຸນາ, 2016.

ບໍ່ມີກ້ອງຖ່າຍວິດີໂອ ຫຼືນັກຂ່າວຄົນໃດຖືກອະນຸຍາດໃຫ້ເຂົ້າ​ໄປໃນຫ້ອງຊັ້ນລຸ່ມ ຫຼື Map room ຂອງທຳນຽບຂາວໃນວັນພຸດວານນີ້ເພື່ອຖ່າຍ ທຳການປະຊຸມ ຄັ້ງທີ 4 ລະຫວ່າງ ຜູ້ນຳທາງສາສະໜາທີ່ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດຂອງ Tibet ອົງດາໄລລາມະ ແລະ ປະທາ ນາທິບໍດີ ໂອບາມາ.

ແຕ່ຫຼັງຈາກນັ້ນ, ຮູບພາບກໍໄດ້ປະກົດ​ໃຫ້​ເຫັນ, ທຳອິດແມ່ນໃນໜ້າ Instagram ຂອງອົງ ດາໄລລາມະ ແລະ ຕໍ່ມາໄດ້ຖືກເປີດເຜີຍໂດຍທຳນຽບຂາວ, ສະແດງ ໃຫ້ເຫັນທັງສອງ ທ່ານຫັນໜ້າເຂົ້າຫາກັນ, ​ໂອບກອດກັນ ເຊິ່ງສະແດງໃຫ້ເຫັນ ເຖິງຄວາມອົບອຸ່ນ ກ່ຽວກັບ ສາຍພົວພັນຂອງພວກເພິ່ນ.

ໃນການສຳພາດກັບວີໂອເອ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດສຳລັບ​ເຂດ ເອເຊຍ ທ່ານ Myles Caggins ໄດ້ກ່າວວ່າ ການພົບປະຂອງປະທານາທິບໍດີ ກັບອົງດາໄລ ລາມະ ແມ່ນເປັນສ່ວນຕົວໂດຍທຳມະຊາດ.

ທ່ານໄດ້ກ່າວວ່າ “ໃນກໍລະນີນີ້ ມັນເປັນເລື່ອງສ່ວນຕົວ ເພາະວ່າທ່ານປະທານາ ທິບໍດີ, ໃນຂະນະທີ່ທ່ານຕ້ອນຮັບອົງດາໄລລາມະ ໃນຫ້ອງຊັ້ນລຸ່ມຂອງທຳ ນຽມຂາວນັ້ນ, ທ່ານໄດ້ທັກທາຍກັບພະອົງ ໃນຖານະຜູ້ ນຳຄົນໜຶ່ງ, ຊຶ່ງ​ເປັນ​ທີ່​ຍອມຮັບໂດຍສາກົນ ວ່າເປັນຜູ້ນຳທາງສາສະໜາ ແລະ ຜູ້ນຳດ້ານວັດທະນະ ທຳຂອງ Tibet. ແຕ່ໃນທາງ ກົງກັນຂ້າມ, ການຢ້ຽມຢາມຢ່າງເປັນທາງການ ຈະລວມມີການເຊີນຍ່າງຕາມປົກກະ ຕິທີ່ເດີ່ນຫຍ້າດ້ານໃຕ້ຂອງທຳນຽບຂາວ, ແລະ ມີຄວາມເປັນໄປໄດ້ວ່າຈະປະຊຸມກັນທີ່​ຫ້ອງ Oval office ແລະ ການລ້ຽງ ຮັບຮອງອາຫານຄ່ຳຢ່າງ​ເປັນ​ທາງການ.”

ກ່ອນໜ້ານີ້, ຈີນ ໄດ້ເຕືອນ ສະຫະລັດ ຕໍ່ການພົບປະກັບອົງດາໄລລາມະ ໂດຍກ່າວວ່າ ມັນອາດຈະເຮັດໃຫ້ຄວາມ​ໄວ້​ເນື້ອ​ເຊື່ອ​ກັນ​ຂອງ ທັງສອງຝ່າຍໄດ້ ຮັບຄວາມເສຍຫາຍ. ຈີນມອງເຫັນອົງດາໄລລາມະ ວ່າ ​ເປັນພວກແບ່ງແຍກ ດິນ​ແດນທີ່ບັນເປັນອັນຕະລາຍ.

ທ່ານ ໂອບາມາ ໄດ້ພົບປະກັບອົງດາໄລລາມະ 4 ຄັ້ງໃນລະຫວ່າງ​ການດຳລົງຕຳແໜ່ງ ປະທານາທິບໍດີຂອງທ່ານ ແລະ​ໄດ້​ກ່າວ​ເຖພິງ​ພະອົງວ່າ ເປັນເພື່ອນ ສະໜິດຂອງທ່ານ. ແຕ່ຈີນຢ້ານວ່າ ການພົບປະດັ່ງກ່າວນີ້ ຈະເປັນການສົ່ງ ຂໍ້ຄວາມທີ່ຜິດພາດຕໍ່ປະຊາຊົນ ຊາວ Tibet.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama Dalai Lama
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG