ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະມາຢ້ຽມຢາມ ປະເທດຈີນ ແລະ ລາວ​ ໃນເດືອນໜ້າ


ໃນ​ເດືອນ​ໜ້ານີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ ຈະ​ເຮັດ​ໃນ​ອັນ​ທີ່​ຄາດ​ກັນ​ວ່າ ​ເປັນ​ການ​ເດີນທາງ​ເທື່ອ​ສຸດ​ທ້າຍ​ມາ​ຍັງ​ເຂດ​ເອ​ເຊຍ.

ທຳນຽບຂາວ​ໄດ້​ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ໃນ​ວັນ​ທີ 2 ກັນຍາ ປະທານາທິບໍ​ດີ​ໂອ​ບາ​ມາ ຈະ​ເດີນທາງ​ມາ​ປະ​ເທດ​ຈີນ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ​ຈີ​ 20 ທີ່ເມືອງ​ຫາງໂຈ່​ວ.

ຫລັງ​ຈາກ​ນັ້ນ ທ່ານ​ກໍ​ຈະ​ເດີນທາງ​ມາ​ປະ​ເທດ​ລາວ ຊຶ່ງ​ທ່ານ​ຈະ​ເປັນ​ປະທານາທິບໍດີ​ຄົນ​ ທຳ​ອິດ ​ມາ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ ​ທີ່​ຕັ້ງຢູ່​ໃນ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້.

ທີ່​ປະ​ເທດ​ຈີນ ທ່ານ​ໂອ​ບາ​ມາ ຈະ​ເພັ່ງ​ເລັງ​ໃສ່​ເລື້ອງຄວາມ​ສຳຄັນ ​ກ່ຽວ​ກັບ​ໂອກາດທາງ​ດ້ານ​ເສດຖະກິດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ໂອກາດ​ແລະ​ຜົນ​ປະ​ໂຫຍ​ດນຳ​ກັນ ນັ້ນຄື​ຄຳ​ເວົ້າຂອງ​ໂຄສົກທຳນຽບຂາວ ທ່ານ Josh Earnest.

ນອກ​ນັ້ນ ປະທານາທິບໍດີ​ ໂອ​ບາ​ມາ ຍັງ​ຈະ​ໄດ້​ພົບ​ປະ ​ກັບປະ​ທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ຍັງ​ສືບ​ຕໍ່​ເພີ້ມທະວີ​ຂຶ້ນຢູ່​ໃນ​ຂົ​ງເຂດ​ກ່ຽວ​ກັບ​ເລື້ອງທະ​ເລ​ຈີນ​ໃຕ້ແລະ​ຄວາມ​ໄຝ່ຝັນ​ທາງດ້ານ​ນິວ​ເຄລຍຂອງເກົາຫຼີ​ເໜືອ.

ຢູ່​ທີ່​ປະ​ເທດ​ລາວ ປະທານາທິບໍດີ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ​ສະຫະລັດ​ກັບອາ​ຊ່ຽນ ​ແລະ​ເຈລະຈາ​ຫາລື​ກັບ​ປະທານ​ປະ​ເທດ​ລາວທ່ານ​ບຸນ​ຍັງ ວໍລະ​ຈິດ​ ແລະ​ເຈົ້າໜ້າ​ທີ່ຄົນ​ສຳຄັນ​ອື່ນໆ​ເພື່ອ​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສະຫະລັດ​ແລະ​ລາວ​ໃນ​ດ້ານ​ເສດຖະກິດ ການ​ພັດທະນາ ​ແລະ​ຄວາມ​ສຳພັນ​ລະຫວ່າງປະຊາຊົນ​ກັບ​ປະຊາຊົນ.

ນອກ​ນັ້ນ​ແລ້ວ ການ​ເດີນທາງ​ໃນ​ຄັ້ງນີ້ ຍັງ​ຈະ​ເປັນ​ໂອກາດ​ໃຫ້​ແກ່​ທ່ານ​ໂອ​ບາ​ມາ ​ໄດ້​ຊຸກ​ຍູ້ຂໍ້​ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫຼື TPP ທີ່​ມີ​ສະມາຊິກ 12 ປະ​ເທດ ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​ຍຸດ​ທະ​ສາດ​ຫັນ​ໄປ​ສູ່​ເຂດ​ເອ​ເຊຍທີ່​ທ່ານ​ຫວັງ​ວ່າລັດຖະສະພາ​ຈະ​ໃຫ້ການ​ອະນຸມັດ ກ່ອນ​ສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ 20 ມັງກອນ​ປີໜ້າ.

​ໃນ​ລະຫວ່າງ​ທີ່​ກຳ​ຕຳ​ແໜ່​ງຢູ່​ໃນ​ທຳນຽບຂາວນັ້ນ ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈະ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​ໃໝ່ ຫລື​ຫັນ​ການ​ປ້ອງ​ກັນ​ປະ​ເທດແລະເສດຖະ ກິດຂອງສະຫະລັດ ​ໄປ​ຕ້ານ​ກັບ​ອິດ​ທິພົນ​ທີ່​ມີ​ເພີ້ມຂຶ້ນຂອງ​ຈີນຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG