ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Obama ກ່າວວ່າ ທ່ານ Moammar Gadhafi ຕ້ອງໄດ້ອອກຈາກຕໍາແໜ່ງ


ພິທີຮັບຕ້ອນທ່ານ Obama ຢ່າງເປັນທາງການທີ່ Chile
ພິທີຮັບຕ້ອນທ່ານ Obama ຢ່າງເປັນທາງການທີ່ Chile

ປະທານາທິບໍດີສະຫະລັດທ່ານ Barack Obama ກ່າວ
ວ່າມັນເປັນນະໂຍບາຍຂອງສະຫະລັດ ທີ່ທ່ານ Moam-
mar Gadhafi" ຈໍາເປັນຕ້ອງໄດ້ອອກຈາກຕຳແໜ່ງ, ແຕ່
ກ່າວຕື່ມວ່າ ນັ້ນບໍ່ແມ່ນເປົ້າໝາຍຂອງການປະຕິບັດງານ
ທາງທະຫານນາໆຊາດ ຕໍ່ກອງກຳລັງນິຍົມGadhafi ແຕ່ ຢ່າງໃດ.

ໃນຄໍາປາໄສທີ່ປະເທດ Chile ໃນວັນຈັນວານນີ້ ປະທາ
ນາທິບໍດີ Obama ໄດ້ກ່າວປ້ອງກັນການຕັດສິນໃຈກ່ຽວ
ກັບການເປີດສາກໂຈມຕີຢູ່ໃນລີເບຍໂດຍເວົ້າວ່າ ປະຊາ
ຄົມນາໆຊາດບໍ່ສາມາດທີ່ຈະພຽງແຕ່ຢືນເບິ່ງແລະເວົ້າຊື່ໆ
ໂດຍບໍ່ຊ່ອຍຫຍັງເລີຍ ຂະນະທີ່ທ່ານ Gadhafi ໃຊ້ກໍາລັງ ທະຫານ ເຂັນຂ້າປະຊາຊົນຕົວເອງນັ້ນ.

ທ່ານ Obama ຍັງກ່າວຕື່ມວ່າ ການປະຕິບັດງານທາງ
ທະຫານຂອງສະຫະລັດໃນ Libya ແມ່ນເພື່ອໃຫ້ການ
ສະໜັບສະໜຸນມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ອະນຸມັດໃຫ້ມີ
ການສ້າງຕັ້ງເຂດ “ຫ້າມບິນ”ຂຶ້ນນັ້ນ. ທ່ານກ່າວວ່າ ສິດອຳນາດທີ່ວ່ານີ້ ແມ່ນໄດ້ເພັ່ງເລັງ ເປັນພິເສດໃສ່ການຂົ່ມຂູ່ທາງມະນຸດສະທໍາຂອງທ່ານ Moammar Gadhafi ໃສ່ປະຊາຊົນ​ ຂອງຕົວເອງນັ້ນ.

ປະທານາທິບໍດີສະຫະລັດ ຍັງກ່າວຕື່ມວ່າ ສະຫະລັດໄດ້ເປັນຜູ້ນໍາພາຂັ້ນທຳອິດຂອງການ
ປະຕິບັດງານກໍເພາະວ່າຄວາມສາມາດທາງດ້ານທະຫານຂອງສະຫະລັດ ແຕ່ໃນອີກຫຼາຍ
ມື້ຂ້າງໜ້າສະຫະລັດຈະມອບໂອນການນຳພາ ໃຫ້ແກ່ພວກທີ່ເຂົ້າຮ່ວມການປະຕິບັດງານ
ອື່ນໆ. ປະທານາທິບໍດີໂອບາມາກ່າວວ່າ ແນ່ນອນບັນດາປະເທດອາຣັບຈະເຂົ້າຮ່ວມໃນ
ການປະຕິບັດງານທີ່ວ່ານີ້.

XS
SM
MD
LG