ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ສະ​ໜັບ​ສະ​ໜຸນ ​​ກຸ່ມ​ລັດ​ອິ​ສ​ລາມ ກຳ​ລັງຫ້ອມ​ລ້ອມ​ກັນ​ ຢູ່​ອ້ອມ​ຂ້າງ ​ຜູ້​ນຳ​ຄົນ​ໃໝ່


ທະ​ຫານ​ອີ​ຣັກ​ຄົນ​ນຶ່ງ ຍ່າງ​ຜ່ານ​ຝາ​ແຜ່ນ​ນຶ່ງ ທີ່​ເປັນ​ຮູບ​ທຸງ​ສີ​ດຳ ທີ່​ມັກ​ໃຊ້​ໂດຍພວກ​ນັກ​ຕໍ່​ສູ້​ ຂອງ​​ກຸ່ມ​ລັດ​ອິ​ສ​ລາມ, ຢູ່​ພາກ​ເໜືອ​ຂອງ​ເມືອງ Mosul ໃນ​ອີ​ຣັກ ໃນວັນ​ທີ 21 ມັງ​ກອນ, 2017
ທະ​ຫານ​ອີ​ຣັກ​ຄົນ​ນຶ່ງ ຍ່າງ​ຜ່ານ​ຝາ​ແຜ່ນ​ນຶ່ງ ທີ່​ເປັນ​ຮູບ​ທຸງ​ສີ​ດຳ ທີ່​ມັກ​ໃຊ້​ໂດຍພວກ​ນັກ​ຕໍ່​ສູ້​ ຂອງ​​ກຸ່ມ​ລັດ​ອິ​ສ​ລາມ, ຢູ່​ພາກ​ເໜືອ​ຂອງ​ເມືອງ Mosul ໃນ​ອີ​ຣັກ ໃນວັນ​ທີ 21 ມັງ​ກອນ, 2017

ຜູ້​ສະ​ໜັບ​ສະ​ໜຸນກຸ່ມ​ລັດ​ອິ​ສ​ລາມ ຫລື IS ຈຳ​ນວນ​ນຶ່ງກຳ​ລັງພາ​ກັນ​ໄປ​ເຕົ້າໂຮມ​ຢູ່​ອ້ອມ​ຂ້າງ​ຜູ້​ນຳ​ຄົນ​ໃໝ່​ ຂອງ​ກຸ່ມ​ດັ່ງ​ກ່າວ ໂດຍ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍເພື່ອທຳ​ການ​ສາ​ບານຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່ຊາຍ​ຄົນ​ນຶ່ງທີ່​ຊື່​ສຽງແທ້​ຈິງອາດຈະຍັງ​ບໍ່​ທັນຮູ້​ຈົນ​ຮອດ​ໄລຍະ​ໃດ​ນຶ່ງ.

ກຸ່ມ IS ໄດ້​ປະ​ກາດ​ການ​ຄັດ​ເລືອກ​ເອົາ​ທ້າວ ອາ​ບູ ອິບ​ຣາ​ຮິ​ມ ອາ​ລ-ຮາ​ຊີ​ມີ ອາ​ລ-ຄູ​ຣາ​ຊີ (Abu Ibrahim al-Hashimi al-Qurashi) ໃຫ້​ເປັນ​ຜູ້​ນຳ​ຄົນ​ໃໝ່​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່​ໃນ​ຂໍ້​ຄວາມ​ອັດ​ສຽງ​ໄວ້​ທີ່​ນຳ​ອອກ​ມາເຜີຍ​ແຜ່​ໂດຍ​ອົງ​ການຂ່າວ​ອາແ​ມັກ​ຂອງກຸ່ມ ແລະ​ອ່ານ​ໂດຍ​ໂຄ​ສົກ​ຄົນ​ໃໝ່ ຂອງ​ກຸ່ມ​ດັ່ງ​ກ່າວ.

“ທ່ານ​ແມ່ນ​ທຸງແຜ່ນ​ນຶ່ງ​ຂອງ​ທຸງຈີ​ຮາ​ດທັງ​ຫລາຍ, ແລະ​ເປັນ​ນັກ​ປາດ​ຄົນ​ນຶ່ງຂອງ ນັກ​ປາດ​ທັງ​ຫລາຍ ແລະເປັນປະ​ມຸກ​ນຳພາ​ທຳ​ສົງ​ຄາມຂອງບັນ​ດາປະ​ມຸກນຳພາ​ທຳ​ສົງ​ຄາມທັງ​ຫລາຍ," ນັ້ນ​ຄືຄຳ​ເວົ້າ​ທີ່​ອັດ​ສຽງໄວ້, ອີງ​ຕາມ​ການ​ແປ​ຢູ່​ໃນເວັບ​ໄຊ​ທ໌ ສືບ​ລັ​ບ ຫລື SITE Intelligence, ທີ່​ຕິດ​ຕາມ​ເບິ່ງ​ການ​ສື່​ສານ​ຂອງ​ພວກ​ຈີ​ຮາດ ຫລື​ພວກ​ທຳ​ສົງ​ຄາມ​ສັກ​ສິດ.

ສຽງ​ນັ້ນ​ກ່າວ​ຕໍ່​ໄປ​ວ່າ ທ່ານ ຄູ​ຣາ​ຊີ (Qurashi) "ໄດ້​ໂຈມ​ຕີ​ຜູ້ປົກ​ປ້ອງ​ປະ​ເທດ​ທົ່ວ​ອາ​ເມ​ຣິ​ກາ ແລະ​ເຮັດ​ໃຫ້​ມັນ​ມີ​ຊື່​ສຽງ​ບໍ່​ດີ."

ຄຳ​ປະ​ກາດ​ດັ່ງ​ກ່າວທີ່​ທັງ​ໄດ້​ຢືນ​ຢັນ​ກ່ຽວ​ກັບ​ການ​ຕາຍ​ຂອງຜູ້​ນຳ​ກຸ່ມລັດອິ​ສ​ລາມ​ທີ່​ປະ​ກາດ​ຕົນ​ເອງ, ທ້າວ ອາ​ບູ ບາ​ເກີ ອາລ-ແບັກ​ດາ​ດີ ແລະ​ໂຄ​ສົກ​ຂອງ​ຜູ້​ກ່ຽວ, ທ້າວ ອາ​ບູ​ ຮັ​ຊ​ຊັນ ອາ​ລ-ມູ​ຮາ​ເຈຍ ນັ້ນໄດ້​ເຮັດ​ໃຫ້​ມີ​ສິ່ງທີ່​ນັກ​ວິ​ເຄາະ​ເຫດ​ການ ​ບາງ​ຄົນ​ພັນ​ລະ​ນາ​ວ່າ ເປັນ​ການເຮັດ​ໃຫ້​ເກີດ​ກະ​ແສຄວາມ​ຕື່ນ​ເຕັ້ນ​ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ ແລະ​ເຮັດ​ໃຫ້ມີ​ຄວາມ​ຖີ່​ຫລາຍ​ຂຶ້ນຢູ່​ໃນ​ເວ​ທີສົ່ງ​ຂໍ້​ຄວາມ​ທາງ​ອິນ​ເຕີ​ແນັດ​ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ກຸ່ມ IS.

ຂໍ້​ຄວາມທີ່​ຂຽນລົງ​ໃນ​ເວັບ​ໄຊ​ທ໌ໂດຍ​ຊ່ອງ​ຂ່າວ​ທີ່​ມີ​ການ​ພົວ​ພັນກັບກຸ່ມ IS ເວົ້າ​ວ່າ “ພວກ​ເຮົາ​ໃຫ້​ຄຳ​ສາ​ບານ​ວ່າ ​ຈະ​ຈົງ​ຮັກ​ພັກ​ດີ​ຕໍ່ອາ​ເມຍ ອາ​ລ-ມູ​ມີ​ນິນ, ຊຶ່ງ​ເປັນປະ​ມຸກຫລື Khalifah ຂອງ​ຊາວມຸສ​ລິມທັງ​ຫລາຍ, ອາ​ບູ ອິບ​ຣາ​ຮິ​ມ ອາ​ລ-ຮາ​ຊີ​ມີ ອາ​ລ-ຄູ​ຣາ​ຊີ (Abu Ibrahim al-Hashimi al-Qurashi), ຈົ່ງ​ຟັງ ແລະ​ເຊື່ອ​ຟັງ​ເພິ່ນ.”

ຄຳ​ເວົ້າ​ກ່ຽວ​ກັບ​ການ​ທີ່​ກຸ່ມ IS ເລືອກເອົາ​ຜູ້​ນຳ​ຄົນ​ໃໝ່ນີ້ ມີ​ຂຶ້ນ​ໃນ​ເວ​ລາບໍ່​ຮອດ 24 ຊົ່​ວ​ໂມງ ພາຍ​ຫລັງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ງອ​ກັນ​ປະ​ເທດສະ​ຫະ​ລັດ ໄດ້​ນຳ​ເອົາວີ​ດິ​ໂອ​ກ່ຽວ​ກັບ​ການ​ບຸກ​ເຂົ້າ​ໄປ ​ຂອງ​ກອງກຳ​ລັງ​ທະ​ຫານ​ພິ​ເສດ ໃນ ເສົາ​ວັນ​ຜ່ານ​ມາ ທີ່​ໄດ້​ສັງ​ຫານທ້າວ ອາລ-ແບັກ​ດາ​ດີ ​ຂະ​ນະ​ທີ່​ລາວ​ໄປ​ຫາ​ທາງ​ລີ້ຊ່ອນຢູ່​ໃນເຂດຢູ່​ອາ​ໄສທີ່ກວ້າງໆ ໃນ​ແຂວງ​ອິດ​ລິບ​ຂອງ​ຊີ​ເຣຍ ຊຶ່ງຫ່າງ​ຈາກ​ຊາຍ​ແດນ​ ຂອງ​ປະ​ເທດຕິດ​ກັບ​ເທີ​ກີພຽງ​ສອງ ສາມ​ກິ​ໂລ​ແມັດ​ເທົ່າ​ນັ້ນ.

ນາຍ​ພົນ ເຄັນ​ເນັດ ແມັກ​ເຄັນ​ຊີຂອງສະ​ຫະ​ລັດ ທີ່ເປັນ​ຜູ້​ຄວບ​ຄຸມ​ການ​ປະ​ຕິ​ບັດ​ງານ​ນັ້ນ ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວກ່ຽວ​ກັບ​ຊ່ວງ​ນາ​ທີ​ສຸດ​ທ້າຍ​ຂອງ​ທ້າວແບັກ​ດາ​ດີ ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດບອກ​ທ່ານ​ໄດ້​ວ່າ. ລາວ​ໄດ້​ຄານ​ເຂົ້າ​ໄປ​ໃນ​ຮູ​ບ່ອນນຶ່ງ​ກັບ​ລູກນ້ອຍຂອງ​ລາວ​ສອງ​ຄົນ ແລະ ລະ​ເບີດ​ຕົນ​ເອງ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG