ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານຂອງລັດ ມີພັນທະ ຕ້ອງເບິກຈ່າຍ ເງິນເດືອນ ໃຫ້ພະນັກງານລັດ ກ່ອນ ຖ້າ ລັດຖະບານ ມີງົບປະມານ ບໍ່ພຽງພໍ


ບັນດານັກສຶກສາ ມະຫາວິທະຍາໄລສ້າງຄູ ຮຽນຈົບຫລັກສູດ ແລະໄດ້ຮັບປະລິນຍາຕີ.
ບັນດານັກສຶກສາ ມະຫາວິທະຍາໄລສ້າງຄູ ຮຽນຈົບຫລັກສູດ ແລະໄດ້ຮັບປະລິນຍາຕີ.

ບັນດາທະນາຄານຂອງລັດຖະບານລາວ ມີພັນທະທີ່ຈະຕ້ອງຈ່າຍເງິນເດືອນ ໃຫ້ກັບ
ພະນັກງານຂອງລັດຖະບານ ໃນກໍລະນີທີ່ລັດຖະບານ ມີງົບປະມານບໍ່ພຽງພໍ ໂດຍລັດ
ຖະບານ ຈະຊຳລະຄືນໃຫ້ທະນາຄານໃນພາຍຫລັງ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງຢືນຢັນວ່າ ໃນສົກປີ 2019 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະດຳ
ເນີນການຈ່າຍເງິນເດືອນ ໃຫ້ກັບພະນັກງານລັດ ໃຫ້ກົງເວລາ ແລະພ້ອມກັນ ໃນທົ່ວ
ປະເທດ ທັງນີ້ເພື່ອເປັນການເສີມສ້າງກຳລັງໃຈ ໃນການປະຕິບັດໜ້າທີ່ຂອງພະນັກງານ
ລັດ ທັງຍັງເປັນການຕອບສະໜອງ ຕໍ່ການໃຊ້ຈ່າຍຕ່າງໆ ທີ່ຈຳເປັນໃນຊີວິດປະຈຳວັນ
ແລະຄອບຄົວຂອງພະນັກງານລັດ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ໃນແຕ່ລະເຂດແຂວງ ຂອງລາວນັ້ນ ມີສະພາບການ
ທາງເສດຖະກິດ ແລະຄວາມອາດສາມາດໃນການຈັດເກັບລາຍຮັບ ທີ່ແຕກຕ່າງກັນ ຊຶ່ງກໍເຮັດໃຫ້ຫຼາຍໆພື້ນທີ່ມີລາຍຮັບບໍ່ດຸ່ນດ່ຽງກັບລາຍຈ່າຍ ຫຼືວ່າ ມີລາຍຮັບບໍ່ພຽງພໍ
ສຳລັບການຈ່າຍເງິນເດືອນ ໃຫ້ກັບພະນັກງານລັດ ຈຶ່ງເຮັດໃຫ້ຕ້ອງເພິ່ງພາ ການອຸດ
ໜຸນງົບປະມານຈາກຂັ້ນສູນກາງ ເປັນດ້ານຫຼັກ ຫາກແຕ່ວ່າ ໃນກໍລະນີຂັ້ນສູນກາງ
ກໍຕ້ອງປະເຊີນກັບບັນຫາ ຂາດແຄນງົບປະມານດ້ວຍນັ້ນ ກໍຍ້ອມຈະກະທົບຕໍ່ການ
ຈ່າຍເງິນເດືອນໃຫ້ກັບພະນັກງານລັດ ໃນເຂດດັ່ງກ່າວ ຢ່າງຫລີກລ່ຽງບໍ່ໄດ້ ທັງນີ້ເພື່ອ
ເປັນການແກ້ໄຂບັນຫາດັ່ງກ່າວ ລັດຖະບານຈຶ່ງໄດ້ຂໍການຮ່ວມມື ຈາກບັນດາທະນາ-
ຄານ ຂອງລັດ ໃນການເປັນພາກສ່ວນທີ່ຮັບຜິດຊອບໃນການຈ່າຍເງິນເດືອນພະນັກ
ງານລັດ ໃຫ້ກ່ອນ ແລະລັດຖະບານ ຈະຈ່າຍຄືນໃຫ້ໃນພາຍຫຼັງ ດັ່ງທີ່ ທ່ານ ສົມດີ
ຢືນຢັນໃນກອງປະຊຸມສະໄໝສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດ ເມື່ອບໍ່ນານມານີ້ວ່າ:

“ປີ 2019 ນີ້ ຈະປັບປຸງການເບີກ-ຈ່າຍ ໃຫ້ສະດວກວ່ອງໄວ ອັນນີ້ ພວກເຮົາຈະປະ
ສານສົມທົບກັບ ທະນາຄານໃນການເບີກ-ຈ່າຍເງິນເດືອນ ໝາຍຄວາມວ່າ ຮອດ
ກຳນົດ ແລະຄັນວ່າ ເຮົາບໍ່ມີເງິນ ກະສິໃຫ້ທະນາຄານຈ່າຍກ່ອນ ແລະເຮົາຈະໄດ້
ແທນທະນາຄານ ພາຍໃນກຳນົດເວົ້າກັນກັບທະນາຄານ ໝາຍຄວາມວ່າ ຮອດກຳ
ນົດເວລາຕ້ອງໄດ້ຈ່າຍເງິນເດືອນນີ້ນະ ລາຍຮັບໄດ້ ບໍ່ໄດ້ ກໍຂໍຕ້ອງຈ່າຍໃຫ້ ອັນນີ້
ໄດ້ເວົ້າກັນແນວນັ້ນ ແຫລະ ແລ້ວກະເລື່ອງຈ່າຍເງິນເດືອນຜ່ານ ATM ນີ້ ກະກຳລັງ
ເວົ້າກັນຢູ່.”

ນາຍຄູຄົນນຶ່ງ ກຳລັງສອນ ວິຊາຄະນິດສາດ ໃຫ້ແກ່ລູກສິດ ຢູ່ທີ່ໂຮງຮຽນ ໃນຊົນນະບົດແຫ່ງນຶ່ງ ຂອງລາວ
ນາຍຄູຄົນນຶ່ງ ກຳລັງສອນ ວິຊາຄະນິດສາດ ໃຫ້ແກ່ລູກສິດ ຢູ່ທີ່ໂຮງຮຽນ ໃນຊົນນະບົດແຫ່ງນຶ່ງ ຂອງລາວ

ນອກຈາກການຈ່າຍເງິນເດືອນພະນັກງານລັດໃຫ້ກົງຕາມກຳນົດເວລາດັ່ງກ່າວແລ້ວ
ລັດຖະບານລາວ ກໍຍັງໄດ້ວາງເປົ້າໝາຍ ໃນການຄັດເລືອກເອົາພະນັກງານທີ່ມີຄວາມ
ຮູ້-ຄວາມສາມາດ ໃນການປະຕບັດໜ້າທີ່ຢ່າງແທ້ຈິງອີກດ້ວຍ ເຊັ່ນ ວຽກງານການພົວ
ພັນຮ່ວມມືຕ່າງປະເທດ ເປັນຢ່າງດີ ທັງຍັງຕ້ອງມີມະນຸດສຳພັນທີ່ດີ ມີບຸຄະລິກກະພາບ
ທີ່ດີ ໂດຍບຸຄະລາກອນເພດຍິງ ແລະເພດຊາຍ ຈະຕ້ອງມີສ່ວນສູງຕັ້ງແຕ່ 150 ແລະ
160 ຊັງຕີແມັດຂຶ້ນໄປ ຫາກແຕ່ວ່າ ການຄັດເລືອກບຸຄະລາກອນ ໃນໄລຍະຜ່ານມາ
ກໍຍັງຄົງບໍ່ສາມາດຈັດຕັ້ງປະຕິບັດໄດ້ ຕາມຫຼັກການດັ່ງກ່າວເລີຍ ເພາະໄດ້ມີການຝາກ
ຝັງລູກ-ຫຼານ ແລະຍາດຜ່ານລະບົບເສັ້ນສາຍຕ່າງໆຢູ່ເລື້ອຍມາ.

ທາງດ້ານ ທ່ານ ກອງສີ ແສງມະນີ ລັດຖະມົນຕີຊ່ອຍວ່າການ ກະຊວງສຶກສາທິການ
ແລະກິລາ ຍອມຮັບວ່າ ກະຊວງສຶກສາທິການ ແລະກິລາ ປະເຊີນກັບບັນຫາບຸຄະລາ
ກອນ ຄຸນນະພາບຕ່ຳ ເຊັ່ນດຽວກັນ ໂດຍສະເພາະ ແມ່ນບັນຫາຄູສ່ວນໃຫຍ່ ທີ່ມີຄຸນ
ນະພາບຕ່ຳ ຊຶ່ງມີສາເຫດມາຈາກວິທີການຄັດເລືອກ ທີ່ຜິດພາດ ແລະບໍ່ໄດ້ມາດຕະຖານ
ເພາະການຄັດເລືອກຄູໃນໄລຍະທີ່ຜ່ານມາ ໄດ້ໃຫ້ຄວາມສຳຄັນ ກັບສະພາບຮ່າງກາຍ
ຫຼາຍກວ່າ ຄວາມຮູ້ຄວາມສາມາດ ຈຶ່ງເຮັດໃຫ້ໄດ້ຄູໂຕໃຫຍ່ ແຕ່ບໍ່ມີຄວາມຮູ້ ແລະຄວາມ
ສາມາດໃນການສອນນັກຮຽນ ແລະເຮັດໃຫ້ນັກຮຽນຈົບການສຶກສາ ອອກມາຢ່າງບໍ່ມີ
ຄຸນນະພາບດ້ວຍເຊັ່ນກັນ ສະນັ້ນ ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ກະຊວງສຶກສາ
ທິການ ຈຶ່ງໄດ້ລິເລີ້ມວິທີການຄັດເລືອກຄູ ແບບໃໝ່ ດ້ວຍການຈັດໃຫ້ມີການສອບເສັງ
ຢ່າງເປີດກວ້າງ ແລະຄັດເລືອກເອົາສະເພາະ ຜູ້ທີ່ສອບເສັງໄດ້ຄະແນນສູງເທົ່ານັ້ນ
ຊຶ່ງຈາກການສຳຫຼວດພົບວ່າ ມີຢູ່ 12,744 ໂຮງຮຽນ ໃນເຂດຊົນນະບົດ ຍັງຂາດຄູເຖິງ
19,757 ຄົນ ສ່ວນໂຮງຮຽນໃນເຂດຕົວເມືອງ ກັບມີຄູເກີນຄວາມຕ້ອງການເຖິງ 9,664
ຄົນ ໂດຍໃນນີ້ ຍັງບໍ່ມີຜູ້ໃດທີ່ຈະອາສາ ຫຼື ສະມັກໃຈ ໃນການຍ້າຍໄປສອນ ຢູ່ໂຮງຮຽນ
ໃນເຂດຊົນນະບົດແຕ່ຢ່າງໃດ.

XS
SM
MD
LG