ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ຖອນຄຳຮ້ອງ ຂໍກູ້ເງິນ ຈາກທະນາຄານໂລກ


ແຜນທີ່ບັງກລາແດັສ
ແຜນທີ່ບັງກລາແດັສ
ບັງກລາແດັສໄດ້ຖອນຄຳຮ້ອງຂໍຢືມເງິນຈາກທະນາຄານໂລກ ສຳລັບໂຄງການສ້າງຂົວ ທີ່ເຕັມໄປດ້ວຍການກ່າວຫາກ່ຽວກັບ ການສໍ້ລາດບັງຫຼວງນັ້ນ.

ທະນາຄານໂລກໄດ້ຍົກເລີກໂຄງການໃຫ້ເງິນກູ້ຢືມ 1 ພັນ 200
ລ້ານໂດລາເພື່ອນຳໄປສ້າງຂົວທີ່ຍາວ 6.2 ກິໂລແມັດໃນປີກາຍ
ນີ້ ຫລັງຈາກພົບຫຼັກຖານວ່າ ມີການສໍ້ລາດບັງຫຼວງໂດຍບັນດາ ເຈົ້າໜ້າທີ່ບັງກລາແດັສ.

ໃນວັນສຸກມື້ນີ້ ທະນາຄານໂລກກ່າວວ່າ ຕົນໄດ້ຮັບໜັງສືສະບັບ ນຶ່ງຈາກລັດຖະບານບັງກລາແດັສຂໍຖອນຄຳຮ້ອງເພື່ອໂຄງການ ສ້າງຂົວຂ້າມແມ່ນໍ້າ Padma.

ບັງກລາແດັສໄດ້ຮ້ອງຂໍໃຫ້ທະນາຄານໂລກພິຈາລະຈາການຍົກເລີກຂໍເງິນກູ້ຢືມ ຂອງຕົນ ແຕ່ທາງທະນາຄານໂລກຢືນຢັນວ່າການສືບສວນທີ່ໜ້າເຊື່ອຖືກ່ຽວກັບ ການສໍ້ລາດບັງຫຼວງ ແມ່ນຈຳເປັນເພື່ອໃຫ້ເງິນກູ້ຢືມນັ້ນ.

ທະນາຄານໂລກທີ່ມີສຳນັກງານໃຫຍ່ຢູ່ກຸງວໍຊິງຕັນກ່າວວ່າ ບັງກລາແດັສຕັ້ງໃຈທີ່ຈະສືບຕໍ່ ການສືບສວນກ່ຽວກັບການສໍ້ລາດບັງຫຼວງທີ່ວ່ານີ້.

ຂົວແຫ່ງດັ່ງກ່າວ ຈະເປັນຂົວຂ້າມແມ່ນໍ້າທີ່ຍາວທີ່ສຸດໃນບັງກລາແດັສ.
XS
SM
MD
LG