ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກ ຢູ່ນອກ ໂຮງແຮມບ່ອນຜູ້ນໍາອິນເດຍ ພັກເຊົາຢູ່ ໃນບັງກລາແດັສ (ສະໄລດ໌)


ຕໍາຫລວດຢູ່ນະຄອນຫລວງ Dhaka ຂອງບັງກລາແດັສ ຢືນຍາມ ຢູ່ຕໍ່ໜ້າໂຮງແຮມ ທີ່ທ່ານ Pranab Mukherjee ປະທານາທິບໍດີ ອິນເດຍພັກເຊົາໃນວັນທີ 4 ມີນາ, 2013.
ຕໍາຫລວດຢູ່ນະຄອນຫລວງ Dhaka ຂອງບັງກລາແດັສ ຢືນຍາມ ຢູ່ຕໍ່ໜ້າໂຮງແຮມ ທີ່ທ່ານ Pranab Mukherjee ປະທານາທິບໍດີ ອິນເດຍພັກເຊົາໃນວັນທີ 4 ມີນາ, 2013.
ຕໍາຫລວດຢູ່ນະຄອນຫລວງ Dhaka ຂອງບັງກລາແດັສເວົ້າວ່າ
ລະເບີດທີ່ ເຮັດເອົາເອງ ໄດ້ແຕກຂຶ້ນຢູ່ນອກໂຮງແຮມແຫ່ງນຶ່ງ
ບ່ອນທີ່ປະທານາທິບໍດີ ອິນເດຍພັກເຊົາຢູ່ ໃນວັນຈັນມື້ນີ້.

ບໍ່ເປັນທີ່ແຈ້ງຂາວ ໃນທັນທີນີ້ເທື່ອວ່າ ທ່ານ Pranab
Mukherjee ຢູ່ໃນໂຮງ ແຮມ ນັ້ນຫລືບໍ່ ໃນຕອນທີ່ລະເບີດ
ແຕກຂຶ້ນນັ້ນ.

ຕໍາຫລວດເວົ້າວ່າ ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດລະເບີດ
ດັ່ງກ່າວ ຊຶ່ງເກີດ ຂຶ້ນຖ້າມກາງການນັດຢຸດງານທົ່ວໄປໃນທົ່ວ
ບັງກລາແດັສ ທີ່ຮຽກໃຫ້ມີຂຶ້ນ ໂດຍພວກອິສລາມຝ່າຍຄ້ານ ເພື່ອປະທ້ວງຕໍ່ການຕັດສິນໂທດປະຫານຊີວິດ ຜູ້ນໍາອາວຸໂສ
ຄົນນຶ່ງຂອງຕົນນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ຢ່າງໜ້ອຍ 58 ຄົນ ໄດ້ເສຍຊີວິດໃນການ
ປະທະກັນລະຫວ່າງຕໍາຫລວດ ແລະພວກເດີນຂະບວນ ນັບ
ຕັ້ງແຕ່ເລີ້ມມີການປະທ້ວງ ໃນວັນພະຫັດອາທິດ ແລ້ວນີ້ ເມື່ອ
ທ່ານ Delwar Hossain Sayedee, ສະມາຊິກອາວຸໂສຂອງ
ພັກ Jamaat-e-Islam ໄດ້ຖືກຕັດສິນໂທດປະຫານຊີວິດ ໂດຍສານອາຊະຍາກໍາສົງ
ຄາມ ລຸນຫລັງຖືກພົບເຫັນວ່າ ໄດ້ກະທໍາຄວາມໂຫດຮ້າຍຫລາຍຢ່າງ ຊຶ່ງລວມທັງການ
ຂົ່ມຂືນຊໍາເລົາ ແລະສັງຫານໝູ່.

ທະນາຍຄວາມຂອງທ່ານ Sayedee ເອີ້ນການຕັດສິນນັ້ນວ່າ ບໍ່ຍຸດຕິທໍາ ແລະກ່າວວ່າ ຈະຂໍອຸທອນຄືນ.

ທ່ານ Sayedee ເປັນສະມາຊິກຄົນທີ່ສາມຂອງພັກ Jamaat ທີ່ຖືກຕັດສິນລົງໂທດ ສໍາລັບອາຊະຍາກໍາສົງຄາມ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງສານອາຊະຍາກໍາສົງຄາມຂຶ້ນ
ໃນປີ 2010 ເປັນຕົ້ນມາ.

ຢ່າງໜ້ອຍມີສະມາຊິກອາວຸໂສຂອງພັກ Jamaat-e-Islam ອີກ 8 ຄົນຍັງຖືກດໍາເນີນ
ຄະດີຢູ່.

ເບິ່ງສະພາບການປະທ້ວງໃນບັງກລາແດັສຮອດວັນທີ 4 ມີນາ:

XS
SM
MD
LG