ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ດໍາເນີນ ສືບຕໍ່ມາ ເປັນມື້ທີ 4 ຢູ່ບັງກລາແດັສ (ສະໄລດ໌)

ພວກນັກເຄື່ອນໄຫວຈາກພັກ Jamaat-e-Islami ປະທ້ວງຕໍ່ການຕັດສິນໂທດປະຫານຊີວິດ ທ່ານ Delwar Hossain Sayedee ສະມາຊິກອາວຸໂສຂອງພັກ Jamaat-e-Islam ຊຶ່ງເປັນພັກຂອງຊາວອິສລາມໃຫຍ່ທີ່ສຸດໃນປະເທດ ໄດ້ຕັນຖະໜົນຫົນທາງ ຢູ່ເມືອງ Bogra ຂອງ ບັງກລາແດັສ ໃນວັນທີ 3 ມີນາ 2013.

ບັງກລາແດັສ ໄດ້ສົ່ງທະຫານອອກລາດຕະເວນ ຢູ່ໃນພາກ
ເໜືອຂອງປະເທດ ໃນຄວາມພະຍາຍາມຍຸດຕິການປະທະ
ກັນ ລະຫວ່າງຕໍາຫລວດແລະພວກເດີນ ຂະບວນໃນວັນອາ
ທິດມື້ນີ້ ຊຶ່ງເປັນມື້ທີ 4 ຂອງການປະທ້ວງ ນັບຕັ້ງແຕ່ມີການ
ຕັດສິນປະຫານຊີວິດ ຜູ້ນໍາອາວຸໂສຂອງຝ່າຍຄ້ານອິສລາມ
ຄົນນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ 6 ຄົນໄດ້ເສຍຊີວິດໃນວັນອາທິດມື້ນີ້ ຢູ່
ຫລາຍໆແຫ່ງ.

ພວກເຂົາເຈົ້າຍັງເວົ້າອີກວ່າ ຢ່າງໜ້ອຍມີ 49 ຄົນເສຍຊີວິດ
ນັບຕັ້ງແຕ່ເລີ້ມມີ ການປະທ້ວງ ທີ່ສືບເນື່ອງມາຈາກການຕັດ
ສິນໂທດປະຫານຊີວິດ ທ່ານ Delwar Hossain Sayedee ສະມາຊິກອາວຸໂສຂອງພັກ Jamaat-e-Islam. ຜູ້ກ່ຽວໄດ້ຖືກ
ຕັດສິນໂທດປະຫານຊີວິດໃນວັນພະຫັດຜ່ານມາ ໂດຍສານ
ອາຊະ ຍາກໍາສົງຄາມ ລຸນຫລັງຖືກພົບເຫັນວ່າ ໄດ້ກະທໍາຄວາມ
ໂຫດຮ້າຍຫລາຍຢ່າງ ຊຶ່ງລວມທັງການ ຂົ່ມຂືນຊໍາເລົາ ແລະ
ສັງຫານໝູ່.

ທະນາຍຄວາມຂອງທ່ານ Sayedee ເອີ້ນການຕັດສິນນັ້ນວ່າ ບໍ່ຍຸດຕິທໍາ ແລະກ່າວວ່າ ຈະຂໍອຸທອນຄືນ.

ທ່ານ Sayedee ເປັນສະມາຊິກຄົນທີ່ສາມຂອງພັກ Jamaat ທີ່ຖືກຕັດສິນລົງໂທດ ສໍາລັບ
ອາຊະຍາກໍາສົງຄາມ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງສານອາຊະ ຍາກໍາສົງຄາມຂຶ້ນ ໃນປີ 2010 ເປັນຕົ້ນມາ.

ເບິ່ງພາບຫລ້າສຸດຂອງການປະທ້ວງໃນບັງກລາແດັສ:
XS
SM
MD
LG