ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະ​ຊາ​ຊົນ ​ບັງ​ກ​ລາ​ແດັສ ລົງ​ຄະ​ແນນ​ສ​ຽງ ໃນ​ການ​ເລືອກ​ຕັ້ງ​ ສະ​ພາ​ແຫ່ງ​ຊາດ


ນ​າຍ​ົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ ​ເຊກ​ ຮາ​ຊິ​ນາ ສະ​ແດງ​ຍົກ​ສອງ​ນິ້ວ ຫຼັງ​ຈາກ​ການ​ປ່ອນ​ບັດ ​ວັນ​ທີ 30 ທັນ​ວາ 2018.
ນ​າຍ​ົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ ​ເຊກ​ ຮາ​ຊິ​ນາ ສະ​ແດງ​ຍົກ​ສອງ​ນິ້ວ ຫຼັງ​ຈາກ​ການ​ປ່ອນ​ບັດ ​ວັນ​ທີ 30 ທັນ​ວາ 2018.

ການ​ປະ​ທະ​ກັນລະ​ຫວ່າງ ຜູ້​ສະ​ໜັບ​ສະ​ໜູນ​ພັກ​ທີ່​ກຳ​ລັງປົກ​ຄອງ​ປະ​ເທດ ບັງ​ກ​ລາ​ແດັ​ສ
ຢູ່ ແລະ ​ພວກ​ຝ່າຍ​ຄ້ານຂອງ​ເຂົາ​ເຈົ້າ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ສອງ​ຄົນ ແລະ​ ຮັບ​ບາດ​
ເຈັບ​ເປັນສິບຄົນ​ໃນ​ວັນ​ອາ​ທິດ​ມື້​ນີ້ ອີງ​ຕາມກ​ານ​ກ່າວ​ຂອງເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ນຶ່ງ
ແລະ ​ຕຳ​ຫຼວດ, ໃນ​ຂະ​ນະ​ທີ່​ປະເທດ​ໄດ້ປ່ອນ​ບັດ​ລົງ​ຄະ​ແນ​ນ​ສຽງໃນ​ການ​ເລືອກ​ຕັ້ງທົ່ວ
​ໄປ ຫຼັງ​ຈາ​ກການ​ໂຄ​ສະ​ນາ​ຫາ​ສຽງທີ່​ຖືກ​ຂັດ​ຂວາງ​ໂດຍ​ຄວາມ​ຮຸນ​ແຮງ. ພວກ​ນັກ​ຂ່າວ
​ຣອຍ​ເຕີ ຢູ່​ທົ່ວ​ປະ​ເທດທີ່​ມີ​ 165 ລ້ານ​ຄົນ​ນັ້ນ ໄດ້​ເຫັນ​ຄົນ​ມາ​ອອກ​ສຽງ​ຢູ່​ຕູ້​ປ່ອນ​ບັດ​ພຽງ​
ໜ້ອຍ​ດຽວ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ມີ​ການ​ແຂ່ງ​ຂັນ​ຢ່າງ​ເຕັມ​ທີ່​ຄັ້ງ​ທຳ​ອິດ ໃນ​ຮອບ​ນຶ່ງ​
ທົດ​ສະ​ວັດ ທີ່​ຄາດ​ກັນ​ຢ່າງກວ້າງ​ຂວາງວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທ່າ​ນ​ນາງ ເຊກ ຮາ​ຊິ​ນາ
ຈະ​ໄດ້​ຮັບ​ໄຊ​ຊະ​ນະ, ​ເຮັດ​ໃຫ້​ທ່ານ​ນາງ​ດຳ​ລົງຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສາມຕິດ​ຕໍ່​ກັນ.

ອິນ​ເຕີ​ແນັດໂທ​ລະ​ສັບ​ມື​ຖື​ໄດ້​ຖືກກີດ​ກັ້ນ ແລະ ​ຖະ​ໜົນ​ຫົນສ່ວນ​ໃຫຍ່ຂອງ​ນະ​ຄອນຫຼວງ​
ແມ່ນ​ເປົ່າ​ຫວ່າງ ໃນ​ຂະ​ນະ​ທີ່​ຫຼາຍ​ຄົນ​ໄດ້​ພາ​ກັນ​ໄປ​ປ່ອນ​ບັດໃນ​ບ້ານ​ເກີດຂອງ​ເຂົາ​ເຈົ້າ
ຄົນ​ອື່ນໆຈຳ​ນວນ​ນຶ່ງ​ໄດ້​ເຫັນ​ພາ​ກັນ​ເຂົ້າ​ໄປ​ຫ້ອ​ງ​ໜ່ວຍ​ປ່ອນ​ບັດ ບ່ອນ​ທີ່​ມີ​ຮູບ​ໂປ​ສ​ເຕີ
ທີ່​ເປັນ​ສັນ​ຍາ​ລັກ “ເຮືອ” ​ຂອງ​ພັກ ອ​າ​ວາ​ມີ ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ຢູ່ ເຊິ່ງ​ມີ​ຈຳ​ນວນ​
ໜ້ອຍກວ່າ​ພັກ​ຝ່າຍ​ຄ້ານ.

ທ່ານ ມາ​ຣ​ບັບ ຕາ​ລຸກ​ດາ​ຣ ນຶ່ງ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງຫ້າ​ທ່ານ ຜູ້​ທີ່​ໄດ້​ສ້າງ
​ບັນ​ຫາ​ໃນອາ​ທິດ​ແລ້ວ​ນີ້ໂດຍ​ເວົ້າ​ວ່າ ບໍ່​ມີລະ​ດັບ​ການ​ແຂ່ງ​ຂັນ​ໃນ​ລະ​ດັບ​ດຽວ​ກັນ​ສຳ​ລັບ
​ພັກ​ຕ່າງໆ. ທ່ານໄດ້​ກ່າວ​ຕໍ່​ອົງ​ການຂ່າວ ​ຣອຍ​ເຕີ ​ວ່າ ບໍ່​ໄດ້ເຫັນເຈົ້າ​ໜ້າ​ທີ່​ສະ​ຖານ​ທີ່​
ເລືອກ​ຕັ້ງ​ຈາກ​ຝ່າຍ​ຄ້ານຢູ່​ໃກ້​ກັບໜ່ວຍ​ປ່ອນ​ບັດ​ນະ​ຄອນຫຼວງ ດັກ​ກາ ບ່​ອນ​ທີ່​ທ່ານ​ໄດ້
ລົງ​ຄະ​ແນນ​ສຽງ, ແລະ​ໄດ້​ສະ​ເໜີ​ວ່າ​ເຂົາ​ເຈົ້າໄດ້ຖືກ​ກັ້ນໃຫ້​ຢູ່​ຫ່າງ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG