ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັງກລາແດັສ ຕັດສິນເຫັນພ້ອມ ໃຫ້ປະຫານຊີວິດ ຜູ້ນຳພັກ ອິສລາມ


ທ່ານ Maulana Motiur Rahman Nizami ຫົວໜ້າພັກ​ອິສລາມ Jamaat-e-Islami ຂອງບັງກລາແດັສ
ທ່ານ Maulana Motiur Rahman Nizami ຫົວໜ້າພັກ​ອິສລາມ Jamaat-e-Islami ຂອງບັງກລາແດັສ

ສານ​ສູງ​ສຸດ​ຂອງ​ບັງ​ກລາ​ແດັສ​ໃນ​ວັນ​ພຸດ​ມື້ນີ້​ເຫັນ​ພ້ອມ​ກັບ​ການ​
ຕັດສິນ​ໂທດປະຫານ​ຊີວິດ ຜູ້ນຳ​ຂອງ​ພັກ ສາ​ສະໜາ​ອິສລາມ​ທີ່
​ໃຫຍ່​ທີ່​ສຸດ​ຂອງປະ​ເທດຍ້ອນຄວາມ​ຜິດ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ
​ສົງຄາມ.

ຄະນະ​ຜູ້​ພິພາກສາໄດ້​ປະຕິ​ເສດຕໍ່​ການ​ຂໍ​ອຸທອນຂອງ​ທ່ານ Mo-
tiur Rahman Nizami ຜູ້ນຳ​ຂອງ​ພັກ ສາ​ສະໜາ​ອິສລາມ​ຫົວ​
ຮຸນ​ແຮງ Jamaat-e-Islami.​ ການ​ຕັດສິນ​ດັ່ງກ່າວ​ນີ້​ແມ່ນ​ແຜ້ວ​
ທາງ​ໃຫ້​ແກ່​ອຸບປະສັກ ​ອັນ​ສຸດ​ທ້າຍ ທີ່​ຈະ​ທຳການ​ປະຫານ​ຊີວິດ​
ທ່ານ.

ທ່ານ Nizami ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ເດືອນ​ຕຸລາ​ ປີ​ 2014​ ​ໃນ​ຂໍ້​ຫາ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ຄາດ​ຕະກຳ ທໍລະມານ​ ຂົ່ມຂືນ​ສຳ​ເລົາ ​ແລະ​ທຳລາຍ​ຊັບ​ສິນ ກ່ຽວ​ກັບ
​ບົດບາດ​ຂອງ​ທ່ານ​ ​ໃນ​ລະຫວ່າງ​ການ​ເຮັດ​ສົງຄາມ​ເປັນ​ເວລາ 9 ​ເດືອນ ​ເພື່ອ​ຄວາມ​ເປັນ​
ເອກ​ກະລາດ​ຂອງ​ບັງ​ກລາ​ແດ​ສຈາກ​ປາ​ກິ​ສຖານໃນ​ປີ​ 1971.

ບັງ​ກລາ​ແດັສກ່າວ​ວ່າ ຜູ້​ປະສານ​ງານ​ຢູ່​ໃນ​ທ້ອງ​ຖິ່ນແລະ​ທະຫານ​ປາ​ກິ​ສຖານ​ໄດ້​ສັງຫານ​
ປະຊາຊົນ 3 ລ້ານ​ຄົນ​ ຂົ່ມຂືນ​ແມ່ຍິງ 200,000 ຄົນ ແລະ​ເຮັດ​ໃຫ້ 10 ລ້ານ​ຄົນ ​ຕ້ອງ​ໄດ້​
ອົບ​ພະຍົບຫຼົບ​ໄພ ໄປ​ຢູ່​ຕາມ​ສູນ​ອົບ​ພະຍົບຕ່າງໆ​ໃນ​ປະ​ເທດ​ອິນ​ເດຍທີ່​ເປັນ​ເພື່ອນ​ບ້ານ.
​ພັກ Jamaat-e-Islami ຄັດຄ້ານ​ຕໍ່​ການ​ເປັນ​ເອກ​ກະລາດ​ຂອງ​ບັງ​ກລາ​ແດັສ.

ສານພິ​ເສດ​ທີ່​ຕັ້ງຂຶ້ນ​ໂດຍ​ນາຍົກລັດຖະມົນຕີ Sheikh Hasina ​ໄດ້​ຕັດສິນ​ລົງ​ໂທດ​ຜູ້ນຳ​
ພັກ​ຝ່າຍ​ຄ້ານ​ຫຼາຍກວ່າ 10 ຄົນວ່າ​ມີ​ຄວາມ​ຜິດ​ໃນ​ຖານ​ກໍ່​ອາ​ຊະ​ຍາກຳ​ສົງຄາມນັບ​ແຕ່​ປີ​
2010 ​ເປັນຕົ້ນມາ.​ ພວກ​ຝ່າຍ​ຄ້ານ​ ໄດ້​ປະນາມ​ການ​ດຳເນີນ​ຄະດີ​ເຫຼົ່ານີ້ວ່າ ມີ​ຈຸດປະສົງ​
ທາງ​ການ​ເມືອງ​ ທີ່​ແນ​ເປົ້າໝາຍ​ໃສ່​ສະມາຊິກ​ພັກຝ່າຍ​ຄ້ານ.

Bangladesh War Crime
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG