ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ພິ​ເສດ ບັງກລາແດັສ ໄດ້​ຕັດສິນ​ລົງ​ໂທດ ປະຫານ​ຊີວິດ ທ່ານ Mir Quasem Ali


ທ່ານ Mir Quashem Ali ຜູ້ນຳ​ອະວຸ​ໂສ​ຄົນນຶ່ງ ຂອງພັກສາສະໜາອິສລາມ ​ທີ່​ໃຫຍ່​ທີ່​ສຸດ​
ຂອງ​ປະ​ເທດ Jamaat-e-Islami ຊູນິ້ວມື ເປັນສັນຍາລັກ ຂອງໄຊຊະນະ ໃນຂະນະທີ່ ເຈົ້າໜ້າທີ່ຕຳຫລວດ ນຳລາວຂຶ້ນລົດຕູ້ ຫຼັງຈາກສານພິເສດ ໄດ້ຕັດສິນລົງໂທດ ປະຫານຊີວິດ ໃນນະຄອນຫລວງດາກາ ປະເທດບັງກລາແດັສ, ວັນທີ 2 ພະຈິກ 2014.
ທ່ານ Mir Quashem Ali ຜູ້ນຳ​ອະວຸ​ໂສ​ຄົນນຶ່ງ ຂອງພັກສາສະໜາອິສລາມ ​ທີ່​ໃຫຍ່​ທີ່​ສຸດ​ ຂອງ​ປະ​ເທດ Jamaat-e-Islami ຊູນິ້ວມື ເປັນສັນຍາລັກ ຂອງໄຊຊະນະ ໃນຂະນະທີ່ ເຈົ້າໜ້າທີ່ຕຳຫລວດ ນຳລາວຂຶ້ນລົດຕູ້ ຫຼັງຈາກສານພິເສດ ໄດ້ຕັດສິນລົງໂທດ ປະຫານຊີວິດ ໃນນະຄອນຫລວງດາກາ ປະເທດບັງກລາແດັສ, ວັນທີ 2 ພະຈິກ 2014.

ສານ​ພິ​ເສດ ​ໃນ​ບັງ​ກລາ​ແດັສ ​ໄດ້​ຕັດສິນ​ລົງ​ໂທດ ປະຫານ​ຊີວິດ
ຜູ້ນຳ​ອະວຸ​ໂສ​ຄົນນຶ່ງ ຂອງພັກສາສະໜາອິສລາມ ​ທີ່​ໃຫຍ່​ທີ່​ສຸດ​
ຂອງ​ປະ​ເທດ ​ຍ້ອນກໍ່​ອາ​ຊະ​ຍາ​ກຳ​ສົງຄາມ.

ສານ​ອາ​ຊະ​ຍາ​ກຳ​ສົງຄາມ ​ໃນ​ນະຄອນຫລວງ​ດາ​ກາ​ ​ໄດ້ພົບ​ວ່າ
ທ່ານ Mir Quasem Ali ມີ​ຄວາມຜິດ ໃນວັນອາທິດມື້ນີ້ ໃນຂໍ້​ຫາ
ຫຼາຍກະ​ໂທ​ງ ທີ່ເກີດຈາກ​ສົງຄາມ​ເພື່ອ​ຄວາມເປັນເອກະລາດ​
ຂອງ​ປະ​ເທດແຍກ ອອກຈາກ​ປາ​ກິ​ສຖານ​ ໃນ​ປີ 1971.

​ນັກທຸລະກິດດ້ານ​ສື່​ມວນ​ຊົນທີ່ລ້ຳລວຍ​ ​ໄວ 62 ປີ ​ທ່ານນີ້ ແມ່ນ​ເຊື່ອ​ກັນ​ວ່າ ​ເປັນ​ຜູ້ສຳຄັນຄົນ​ນຶ່ງ​ ທີ່ໃຫ້ການສະໜັບສະໜຸນດ້ານ​ການ​ເງິນ​ ແກ່​ພັກ Jamaat-e-Islami.

ບັງ​ກລາ​ແດັສ ​ໄດ້​ກ່າວ​ຫາ​ ທະຫານປາ​ກິ​ສຖານ ​ແລະ ພວກໃຫ້​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື
ທ້ອງ​ຖິ່ນ ເປັນຜູ້ຮັບຜິດຊອບຕໍ່​ການ​ເສຍ​ຊີວິດ​ຂອງປະຊາ ຊົນ 3 ລ້ານ​ຄົນ ​ໃນ​ລະຫວ່າງ
ສົງຄາມ​ ທີ່​ແກ່ຍາວ​ມາ ​ເປັນ​ເວລາ 9 ​ເດືອນ.

BANGLADESH WAR CRIMES SOTVO
please wait

No media source currently available

0:00 0:00:40 0:00

XS
SM
MD
LG