ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງ ບັງກລາແດັສ ບໍ່ຍອມ ທົບທວນຄືນເບິ່ງ ໂທດປະຫານຊີວິດ ຜູ້ນໍາຝ່າຍຄ້ານ (ສະໄລດ໌)


ສານ​ສູງ​ສຸດ​ຂອງ Bangladesh ​ໄດ້ປະຕິ​ເສດ​ຕໍ່​ຄຳ​ອຸທອນ​ຄັດ
ຄ້ານ​ການ​ລົງ​ໂທດ​ປະຫານ​ຊີວິດຜູ້ນຳ​ມຸສລິ​ມຝ່າຍ​ຄ້ານ​ຄົນ​ນຶ່ງ
​ທີ່​ຖືກ​ຕັດສິນ​ວ່າຄວາມ​ຜິດ​ຖານ​ກໍ່​ອາ​ຊະ​ຍາກໍາສົງຄາມຊຶ່ງ​ເປັນ
​ການ​ແຜ້ວ​ທາງ​ໃຫ້​ທຳ​ການ​ປະຫານ​ຊີວິດ​ຜູ້ກ່ຽວ​ໄດ້.

​ໃນ​ວັນ​ພຸດ​ວານ​ນີ້ ສານ​ສູງ​ສຸດໄດ້​ປະຕິ​ເສດ​ຕໍ່​ຄຳ​ຂໍ​ຮ້ອງ​ທີ່​ໃຫ້​
ສານ​ທົບ​ທວນຄືນ​ເບິ່ງ​ການ​ລົງ​ໂທດ​ປະຫານ​ຊີວິດ​ຈາກຄະນະ
ທະນາຍຄວາມ​ຂອງ​ທ່ານ Abdul Qader Mollah ທີ່​ໄດ້​ມີ
ກຳນົດຖືກ​ປະການ​ຊີວິດ ​ໂດຍ​ການແຂວນ​ຄໍ​ໃນ​ວັນ​ພຸດ​ວານ​ນີ້
​ແຕ່​ພວກ​ທະນາຍ ຄວາມ​ຂອງ​ທ່ານ ໄດ້​ເຄື່ອນ​ໄຫວ​ຢ່າງ​ສໍາ
​ເລັດ​ຜົນ ​ໃຫ້ມີ​ການ​ເລືອນ​ກຳນົດ​ອອກ​ໄປ​ນັ້ນ.

ທ່ານ Mollah ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາກໍາສົງຄາມ​ໃນ​ລະຫວ່າງ
​ສົງຄາມ​ກອບ​ກູ້​ເອກະລາດ​ຂອງ​ປະ​ເທດ ຈາກ​ປາກິ​ສຖານ​ໃນ​ປີ 1971 ນັ້ນ.ພວກ​ວິພາກ​
ວິຈານ ​ພາກັນ​ຢ້ານ​ກົວ​ວ່າ ຖ້າຫາກ​ທ່ານ​ຖືກ​ປະຫານ​ຊີວິດ ມັນອາດ​ສາມາດກະ​ຕຸ້ນ​ໃຫ້​
ເກີດ​ຄື້ນຟອງແຫ່ງ​ຄວາມ​ວຸ້ນວາຍ​ທາງ​ດ້ານ​ການ​ເມືອງ​ໃໝ່​ຄືນ​ອີກ​ໄດ້ ກ່ອນ​ການ​ເລືອກ​ຕັ້ງ​
ແຫ່ງຊາດ​ ທີ່ກຳນົດ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້.

ພັກ Jamaat-e-Islami ຂອງ​ທ່ານ Mollah ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງເຕືອນ​ວ່າ
ຈະ​ມີ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ເກີດ​ຂຶ້ນຖ້າ​ຫາກ​ທ່ານ​ຖືກ​ປະຫານ​ຊີວິດ.



XS
SM
MD
LG