ເມື່ອວັນພະຫັດມື້ນີ້ ສານທີ່ນະຄອນ Dhaka ໄດ້ຕັດສິນໂທດປະຫານຊີວິດທ່ານ Delwar Hossain Sayedee ສະມາຊິກອາວຸໂສຂອງພັກ Jamaat-e-Islami ໃນຂໍ້ຫາກໍ່ໂທດກຳຕ່າງໆ ໂຮມທັງການຂົ່ມຂືນ ແລະການສັງຫານໝູ່.
ພັກ Jamaat-e-Ismali ໄດ້ຮຽກຮ້ອງໃຫ້ມີການນັດຢຸດງານທົ່ວໄປເມື່ອ ວັນພະຫັດມື້ນີ້ ເພື່ອປະນາມຕໍ່ການຕັດສິນຄະດີ ແລະທວງໃຫ້ປ່ອຍທ່ານ Sayedee ເປັນສະຫຼະ.
ປະເທດບັງກລາແດັສໄດ້ສູ້ລົບໃນສົງຄາມເປັນເວລາເກົ້າເດືອນ ກັບປາກີສຖານໃນປີ 1971 ເພື່ອເປັນເອກກະລາດ.