ສານສູງສຸດຂອງ Banglasdesh ໄດ້ຕັດສິນລົງໂທດປະຫານ
ຊິວິດ ຕໍ່ຜູ້ນໍາພັກສາສະໜາ ອິສລາມ ທີ່ຖືກກ່າວຫາວ່າ ກໍ່ອາດ
ຊະຍາກຳສົງຄາມ ໃນລະຫວ່າງສົງຄາມເພື່ອຄວາມເປັນເອກ
ກະລາດ ຕໍ່ຕ້ານປາກິສຖານ ຂອງປະເທດດັ່ງກ່າວ ໃນປີ 1971
ທີ່ເປັນສົງຄາມກາງເມືອງ ຫຼັງຈາກທີ່ໄດ້ມີການຕັດສິນໂທດ
ກ່ອນໜ້ານີ້ ໂດຍສານອາດຊະຍາກຳສົງຄາມ ທີ່ເຫັນວ່າ
ເບົາເກີນໄປ.
ໃນວັນຈັງຄານມື້ນີ້ ທີ່ສານສູງສຸດໄດ້ຕັດສິນວ່າ ທ່ານ Abdul
Quader Mollah ຜູ້ນໍາຂອງພັກ Jemaate-Islami ຄວນຖືກລົງ
ໂທດປະຫານຊີວິດຍ້ອນໄດ້ກໍ່ໂທດກຳຕ່າງໆຕ້ານມະນຸດແທນທີ່
ຈະເປັນໂທດຈໍາຄຸກຕະຫຼອດຊີວິດ ທີ່ທ່ານໄດ້ຮັບໃນຂັ້ນຕົ້ນນັ້ນ.
ໄດ້ມີການປະທ້ວງລະເບີດຂຶ້ນ ຫຼັງຈາກໄດ້ມີການຕັດສິນໂທດ ໃນຂັ້ນຕົ້ນ ເມື່ອເດືອນມັງກອນ
ທີ່ຜ່ານມາ ຊຶ່ງພາໃຫ້ທາງສະພາແຫ່ງຊາດຕ້ອງໄດ້ດັດແປງແກ້ໄຂກົດໝາຍວ່າດ້ວຍອາດຊະ
ຍາກຳສົງຄາມໃໝ່. ກົດໝາຍດັ່ງກ່າວນີ້ ຊຶ່ງປະຈຸບັນ ອະນຸຍາດໃຫ້ລັດຖະບານຂໍ ອຸທອນໄດ້
ຕໍ່ການຕັດສິນໂທດໃດໆກໍຕາມ ທີ່ເຫັນວ່າ ເປັນການບໍ່ພຽງພໍຫລືບໍ່ເໝາະສົມເທົ່າທີ່ຄວນ.
ມີຫຼາຍກວ່າ 100 ຄົນ ເສຍຊີວິດ ໃນການປະທ້ວງທີ່ດຳເນີນມາເປັນເວລາຫຼາຍໆເດືອນແບບ
ຕໍ່ເນືອງ ໃນຕົ້ນປີນີ້.
ການຕັດສິນໂທດທ່ານ Mollah ນີ້ ແມ່ນເປັນການຕັດສິນຄັ້ງທໍາອິດ ຂອງສານອາດຊະຍາກໍາ
ສົງຄາມ.