ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານ ຕັດຫຍິບ ໃນ ບັງກລາແດັ​ສ ປະທ້ວງ ຂໍຂຶ້ນຄ່າແຮງ


ພວກຄົນງານຕັດຫຍິບ ໃນບັງກລາແດັສ ທີ່ພາກັນປະທ້ວງ ທວງໃຫ້ຂື້ນຄ່າແຮງງານ.
ພວກຄົນງານຕັດຫຍິບ ໃນບັງກລາແດັສ ທີ່ພາກັນປະທ້ວງ ທວງໃຫ້ຂື້ນຄ່າແຮງງານ.
ໂຮງງານ​ຕັດ​ຍິບ​ເສື້ອ​ຜ້າ ຫຼາຍກວ່າ 100 ​ແຫ່ງໃນ​ບັງ​ກລາ​ແດັສ ​ໄດ້​ຖືກ ທາງ​ການ​ບັງຄັບ​ໃຫ້​ປິດ​ລົງ ​ເວລາ​ພວກ​ຄົນ​ງານ​ພາກັນ​ປະ​ທ້ວງ​ມາ​ເປັນ ​ເວລາ​ສາມ​ວັນ​ແລ້ວ​ນັ້ນ ທີ່​ທວງ​ໃຫ້​ຄ່າ​ແຮງງານ​ຂອງ​ພວກ​ເຂົາ​ເຈົ້າ​ເພີ່ມຫຼາຍຂຶ້ນ ຈາກ​ຄ່າ​ແຮງ​ຕໍ່າ​ສຸດ​ນັ້ນ.

ຕໍາຫຼວດ​ໄດ້​ຍິງ​ລະ​ເບີດ​ນໍ້າຕາ ​ແລະ​ລູກປືນ​ຢາງ ປະ​ທະ​ກັບ​ພວກ​ປະ​ທ້ວງ ທີ່​ແກວ່ງ​ກ້ອນ​ຫິ​ນ ​ເມື່ອວັນ​ຈັນ​ມື້​ນີ້ ຢູ່​ທີ່​ເຂດ​ອຸດສາຫະກໍາ Gazipur ​ແລະ Savar ນອກ​ເມືອງຫຼວງ Dhaka ຂອງ​ບັງ​ກລາ​ແດັສ ນັ້ນ. ມີຫຼາຍສິບຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ຄົນ​ງານ​ຕັດຫຍິບ ​ໄດ້​ພາກັນ​ທວງ​ຂໍຂຶ້ນຄ່າ​ແຮງ 100 ​ໂດ​ລ່າ​ຕໍ່​ເດືອນ ຈາກ 38 ​ໂດ​ລ່າ​ຕໍ່​ເດືອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຢູ່​ໃນ​ຂະນະ​ນີ້.

ພວກ​ເຈົ້າຂອງ​ໂຮງງານ​ໄດ້​ສະ​ເໜີ ທີ່​ຈະ​ຂຶ້ນ​ຄ່າ​ແຮງ​ຈາກ ຄ່າ​ແຮງ​ຕໍ່າ​ສຸດ ​ແຕ່​ພວກ​ເຂົາ​ເ​ຈົ້າ​ເວົ້າ​ວ່າ​ຈະ​ຂຶ້ນ​ໃຫ້​ໄດ້​ບໍ່​ເກີນ 45 ​ໂດ​ລ່າ ຕໍ່ເດືອນ.

ສະພາບ​ການ​ທໍາ​ງານ​ຢູ່​ທີ່ໂຮງງານ​ຕັດ​ຫຍິບ​ໃນບັງ​ກລາ​ແດັສ ​ໄດ້​ຖືກຕິດ ຕາມ​ເບິ່ງ​ໃນ​ປີ​ນີ້ ລຸນຫຼັງ​ເກີດ​ເຫດ​ຮ້າຍ​ຕ່າງໆ ​ໂຮມ​ທັງ​ເຫດການ​ຕຶກພັງ​ໃນ ​ເດືອນ​ເມສາ​ຜ່ານ​ມາ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປຫຼາຍກວ່າ 1,100 ຄົນ ນັ້ນ.
XS
SM
MD
LG