ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

20 ຄົນ​ເສຍ​ຊີວິດ ໃນການປະທະກັນ ​ຢູ່ບັງກລາແດັສ (ວິດີໂອ/ສະໄລດ໌)


ກຸ່ມ​ Hifazat-e-Islam ​ທີ່​ຫາ​ກໍ່​ຕັ້ງ​ຂຶ້ນມາໃໝ່ ໄດ້ຈຸດເຜົາ ລົດຕໍາຫຼວດ
ກຸ່ມ​ Hifazat-e-Islam ​ທີ່​ຫາ​ກໍ່​ຕັ້ງ​ຂຶ້ນມາໃໝ່ ໄດ້ຈຸດເຜົາ ລົດຕໍາຫຼວດ
ໄດ້​ເກີດການ​ປະ​ທະ​ກັນໃນ​ຄໍ່​າຄືນ​ວານ​ນີ້ ລະຫວ່າງ​ກຸ່ມ​ພວກ​
ປະ​ທ້ວງແລະຕໍາຫຼວດ​ໃນ​ ​ນະຄອນຫຼວງ Dhaka ຂອງ​ປະ
​ເທດBangladesh ​ເຮັດ​ໃຫ້​ມີ​ຢ່າງ​ນ້ອຍ 20 ຄົນ​ເສຍ​ຊີວິດ​
ແລະ​ຫຼາຍໆ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕໍາຫຼວດ​ກ່າວ​ວ່າ ພວກ​ປະ​ທ້ວງທີ່​ຮຽກຮ້ອງເອົາກົດໝາຍ​ໃໝ່
ວ່າ​ດ້ວຍ​ການຕໍ່ຕ້ານການ​ໝິ່ນ​ປະໝາດ​ສາສະໜາ ໄດ້​ເລີ້ມ​
ແກວ່ງກ້​ອນຫີນ​ໃສ່ຕໍາຫຼວດ ​ໃນຕອນ​ເດິກ​ວັນ​ອາທິດວານ​ນີ້
ຊຶ່ງ​ທາງ​ຕໍາຫລວດ​ກໍ​ໄດ້ຕອບໂຕ້​ດ້ວຍ​ການ​ຍິງ​ລູກ​ຢາງ​ໃສ່.
ສື່​ທ້ອງ​ຖິ່ນກ່າວ​ວ່າ ມີ​ລະ​ເບີດທີ່​ເຮັດ​ເອົາ​ແບບ​ຫຍາບໆ ຢ່າງ
​ນ້ອຍ 15 ໜ່ວຍ​ ​ແຕກ​ຂຶ້ນ ​ໃກ້ໆ​ກັບ​ສໍານັກງານ​ໃຫຍ່​ຂອງພັກ​
ສັນນິບາດ Awami ທີ່​ເປັນ​ພັກ​ຂອງລັດຖະບານ.

ພາບວິ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ ​ແປວໄຟໃນ​ທ້ອງຟ້າ​ຕອນ​ກາງຄືນຍ້ອນ​ໄຟ້​ໄໝ້​ຫ້າງ​ຮ້ານ ແລະ​
ລົດ​ຫລາຍ​ສິບ​ຄັນໄດ້ຖືກຈູດ​ເຜົາ ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ນັບ​ເປັນ​ພັນຄົນ ​ພາກັນ​ອາ​ລະ
ວາ​ດຕາມທ້ອງ​ຖະໜົນ. ຫົນທາງຫລາຍ​ສາຍ​ໃນນະຄອນຫຼວງ Dhaka ​ໄດ້​ຖືກຕັນ​ໄວ້.
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ປະ​ທ້ວງໄດ້​ເລີ່​ມ​ສະຫ​ລາຍ​ຕົວ​ໄປແລ້ວ ໃນ​ເຊົ້າ​ວັນ​ຈັນມີ້​ນີ້.



ການຮຽກຮ້ອງຂອງພວກ​ປະ​ທ້ວງ ຈາກ​ກຸ່ມ​ Hifazat-e-Islam ​ທີ່​ຫາ​ກໍ່​ຕັ້ງ​ຂຶ້ນມາ​ ​ແມ່ນ​ມີ​ຂຶ້ນ
​ເພື່ອ​ຕອບ​ໂຕ້ ຕໍ່​ອັນ​ທີ່​ພວກ​ເຄ່ງ​ຄັດ​ໃນ​ສາສະໜາ​ອິສລາມ​ກ່າວຫາວ່າ ເປັນການ​ຂຽນຂໍ້
ຄວາມໝິ່ນປະໝາດ​ຕໍ່​ສາສະໜາ​ອິສລາມ ຂອງ​ພວກທີ່​ຂຽນ​ຄວາມ​ເຫັນ​ລົງ​ໃນ​ອິນ​ເຕີແນ໊ດ.

ພວກ​ປະ​ທ້ວງໄດ້ຢື່ນຄໍາ​ຮຽກຮ້ອງ​ທີ່​ມີ 13 ຂໍ້ ຊຶ່ງ​ຮວມທັງ ​ໃຫ້​ຍຸຕິ​ໃນ​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ
“ລະບົບ​ການ​ສຶກສາ​ທີ່​ບໍ່​ມີ​ພະ​ເຈົ້າ” ​ແລະ​ໃຫ້​ອອກ​ກົດໝາຍ​ໃໝ່ ຫ້າມການ​ຢູ່​ປະ​ປົນກັນ​ໃນ
​ທີ່​ສາທາລະນະ ລະຫວ່າງ​ຍິງ​ແລະ​ຊາຍ​ ​ແລະ​ໃຫ້​ຫ້າມ​ການ​ກໍ່ສ້າງອານຸສາ​ວະລີ​ແລະ​ຮູບ​ປັ້ນ
ຢູ່ໃນ​ປະ​ເທດ ​ແລະ​ຕັດ​ສິດທິ​ຂອງ​ພວກ​ແມ່ຍິງ​ລົງອີກ​ນໍາ.

Bangladesh
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG