ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງ ​ທາງ​ການ​ເມືອງ​ ​​ກາຍ​ເປັນ ຄວາມ​ຮຸນ​ແຮງ ໃນ ບັງ​ກລາ​ແດັສ (ສະໄລດ໌)


ຕໍາຫຼວດຂອງບັງ​ກລາ​ແດັສ ສະແດງຕົວໃນລົດປ້ອງກັນ
ຕໍາຫຼວດຂອງບັງ​ກລາ​ແດັສ ສະແດງຕົວໃນລົດປ້ອງກັນ
ການ​ປະ​ທ້ວງ​ທາງ​ການ​ເມືອງ​ໃນ Bangladesh ​ໄດ້​ກາຍ​ມາ​
ເປັນຄວາມ​ຮຸນ​ແຮງ ​ໃນ​ວັນ​ອັງຄານ​ມື້​ນີ້ ຫຼັງຈາກ​ທີ່ຄະນະກໍາ
ມະການ​ເລືອກ​ຕັ້ງແຫ່ງ​ຊາດໄດ້​ປະກາດ​ໃຫ້​ມີ​ການ​ເລືອກ​ຕັ້ງ​
ລັດຖະບານ ໃໝ່ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 5 ມັງກອນ​ໜ້າ​ນີ້.

ມີ​ຊາຍ​ຜູ້​ນຶ່ງ​ເສ​ຍຊີວິດ​ແລະ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ
​ໃນ​ການໂຮມ​ຊຸມນຸມ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ ໃນ​ຂະນະ​ທີ່ ພວກ​ປະ​ທ້ວງ​ພາກັນ​ແກວ່ງ​
ລະ​ເບີດ​ເຂົ້າ​ໃສ່ ປະ​ທະ​ກັບ​ພວກ​ຕໍາ​ຫຼວດ ​ແລະ​ທໍາລາຍ​ລາງ​ລົດ​ໄຟ​ເພື່ອ​ເຮັດ​ໃຫ້ການ
ເດີນ​ທາງ​ຫຍຸ້ງຍາກ.

​ພວກ​ປະ​ທ້ວງ​ທັງຫຼາຍ​ນັ້ນ​ແມ່ນເປັນ​ພວກ​ທີ່​ສະໜັບສະໜູນ​ຝ່າ​ຍຄ້ານທີ່​ນໍາພາ​ໂດຍອະດີດ
ນາ​ຍົກ​ ລັດຖະມົນຕີ ທ່ານ Khaleda Zia. ພວກ​ເຂົາ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້ມີ​ການຈັດຕັ້ງ
ລັດຖະບານ ຮັກສາ​ການ​ທີ່​ເປັນກາງ​ ກ່ອນ​ທີ່​ປະ​ເທດ​ດັ່ງກ່າວ​ຈະ​ຈັດໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ.
ຈຸດປະສົງ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ​ແມ່ນ​ຄັດຄ້ານ​ຕໍ່ ນາ​ຍົກ​ລັດຖະມົນຕີ Sheikh Hasina
ຜູ້​ຊຶ່ງ​ໄດ້ປະຕິ​ເສດຕໍ່​ຂໍ້ສະ​ເໜີ ​ທີ່​ໃຫ້​ມີ​ການຈັດຕັ້ງລັດຖະບານ​ຮັກສາ​ການ​ນັ້ນ.

ໃນ​ບໍ່​ເທົ່າ​ໃດອາທິດ​ມາ​ນີ້ ມີ​ຢ່າງ​ນ້ອຍ 30 ຄົນ ​ໄດ້ເສຍ​ຊີວິດ ​ແລະ​ຮ້ອຍ​ກວ່າ​ຄົນ​ໄດ້​ຮັບ
​ຄວາມ​ບາດ​ເຈັບ ​ໃນ​ການ​ປະ​ທ້ວງຢູ່​ບັງ​ກລາ​ແດັສ.

XS
SM
MD
LG