ທາງການບັງກລາແດັສເວົ້າວ່າ ຕໍາຫລວດໄດ້ໃຊ້ກະສຸນຢາງ ແລະ
ລະເບີດນໍ້າຕາ ຍິງເຂົ້າໃສ່ພວກປະທ້ວງທີ່ອັດຕັນຖະໜົນຫົນທາງ
ສາຍຕ່າງໆ ໃນການໂຮມຊຸມນຸມຕໍ່ຕ້ານລັດຖະບານ ຢູ່ທົ່ວນະ
ຄອນຫລວງນັ້ນ ໃຫ້ສະຫລາຍຕົວໄປ.
ເຈົ້າໜ້າທີ່ກ່າວວ່າ ຕໍາຫລວດໄດ້ປະທະກັນກັບພວກເດີນຂະ
ບວນປະທ້ວງຢູ່ໃນນະຄອນຫລວງ Dhaka ໃນວັນອາທິດມື້ນີ້
ລຸນຫລັງທີ່ພວກປະທ້ວງໄດ້ ໂຈມຕີລົດລາ ດ້ວຍລະເບີດທີ່
ເຮັດເອົາເອງ.
ແນວໂຮມຂອງພັກຝ່າຍຄ້ານໄດ້ດໍາເນີນການປະທ້ວງ ເພື່ອ
ຮຽກຮ້ອງໃຫ້ມີການຮື້ຟື້ນຄືນມາລະບົບການປ່ອນບັດ ທີ່ມີ
ລັດຖະບານຮັກສາການທີ່ເປັນເອກະລາດ ເປັນຜູ້ກໍາກັບດູແລ
ການເລືອກຕັ້ງລະດັບຊາດ. ພວກປະທ້ວງຢາກໃຫ້ນໍາເອົາ ລະບົບດັ່ງກ່າວກັບຄືນມາໃຊ້ ໃນການປ່ອນບັດລົງຄະແນນສຽງຄັ້ງຕໍ່ໄປ.
ລະບົບການລົງຄະແນນສຽງທີ່ມີລັດຖະບານຮັກສາການ ເປັນຜູ້ດູແລກໍາກັບນໍາການເລືອກຕັ້ງນັ້ນ ໄດ້ຖືກທັບມ້າງໂດຍລັດຖະບານຂອງນາຍົກລັດຖະມົນຕີ Sheik Hasina.