ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ພວກຫົວຮຸນແຮງ ຫຼາຍກວ່າ 5,000 ຄົນ ຖືກຈັບກຸມ ໃນການກວາດລ້າງ ຂອງ ບັງກະລາແດັສ


ຕຳຫຼວດ ບັງກະລາແດັສ ຢືນຍາມຢູ່ນອກຄຸກDhaka
ໃນເມືອງ Dhaka, ບັງກະລາແດັສ. 12 ມິຖຸນາ, 2016.
ຕຳຫຼວດ ບັງກະລາແດັສ ຢືນຍາມຢູ່ນອກຄຸກDhaka ໃນເມືອງ Dhaka, ບັງກະລາແດັສ. 12 ມິຖຸນາ, 2016.

ຕຳຫຼວດໃນປະເທດ ບັງກະລາແດັສ ກ່າວວ່າ ພວກເຂົາເຈົ້າໄດ້ຈັບຜູ້ຕ້ອງສົງໄສ ອາຊະຍາກອນຫຼາຍກວ່າ 5000 ຄົນໃນສາມວັນສຸດທ້າຍຂອງການກວາດລ້າງ ທົ່ວປະເທດ ສຳລັບ ການຕອບສະໜອງຕໍ່ການແຜ່ຂະຫຍາຍການກໍ່ຄວາມຮຸນ ແຮງຂອງພວກຫົວຮຸນແຮງ ຕໍ່ຜູ້ນັບຖືສາສະໜາກຸ່ມນ້ອຍ ແລະ ພວກນັກ ເຄື່ອນໄຫວທີ່ບໍ່ນັບຖືສາສະໜາ.

ຫົວໜ້າຕຳຫຼວດແຫ່ງຊາດທ່ານ Shahidul Hoque ໄດ້ກ່າວໃນວັນອາທິດວານ ນີ້ວ່າການຈັບກຸມລວມມີພວກຫົວຮຸນແຮງຢ່າງໜ້ອຍ 85 ຄົນ ແລະ ວ່າການ ຈັບກຸມທຸກໆຄັ້ງແມ່ນໄດ້ເກີດຂຶ້ນໃນການຈູ່ໂຈມທີ່ສະເພາະເຈາະຈົງ.

ພວກຫົວຮຸນແຮງໄດ້ຖືກກ່າວຫາວ່າ ການຕາຍຂອງປະຊາຊົນ ບັງກະລາແດັສ ຫຼາຍກວ່າ 30 ຄົນນັບຕັ້ງແຕ່ປີກາຍນີ້ເປັນຕົ້ນມາ, ລວມທັງນັກຂຽນຂໍ້ຄວາມ ໃນເວບໄຊທ໌, ນັກເຄື່ອນໄຫວສິດທິຂອງຄົນຮັກເພດດຽວກັນ, ຜູ້ນັບຖືສາສະໜາ ຄຣິສຕຽນ ແລະ ຮິນດູ. ພວກຫົວຮຸນແຮງ ລັດອິສລາມ ໄດ້ອ້າງເອົາຄວາມຮັບ ຜິດຊອບສຳລັບການຂ້າຄົນຫຼາຍກວ່າ 20 ຄັ້ງ.

ໃນສັບປະດາທີ່ຜ່ານມາ, ພວກຫົວຮຸນແຮງ IS ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການຕາຍຂອງກຳມະກອນວັດຮິນດູ, ພະອາວຸໂສ ຮິນດູ ແລະ ພໍ່ຄ້າຊາວ ຄຣິສຕຽນ. ທັງສາມຄົນແມ່ນໄດ້ຖືກຟັນຈົນຕາຍ. ພັນລະຍາຊາວ ມຸສລິມ ຂອງເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍກໍຍັງຖືກມີດແທງ ແລະ ຖືກຍິງຈົນ ເສຍຊີວິດເຊັ່ນກັນ.

ເຖິງວ່າພວກ IS ຈະອ້າງເອົາຄວາມຮັບຜິດຊອບກໍຕາມ, ແຕ່ບັນດາເຈົ້າໜ້າທີ່ ບັງກະລາແດັສ ກໍຍັງສືບຕໍ່ບໍ່ຍອມຮັບວ່າ ມີກຸ່ມກໍ່ການຮ້າຍຕ່າງປະເທດປະຕິ ບັດການຢູ່ພາຍໃນປະເທດ. ແທນທີ່ຈະເປັນແນວນັ້ນພວກເຂົາເຈົ້າໄດ້ກ່າວຫາ ວ່າແມ່ນ ພວກຫົວຮຸນແຮງທີ່ເກີດຂຶ້ນຢູ່ໃນປະເທດ ແລະ ໃນບາງກໍລະນີແມ່ນ ພວກຝ່າຍຄ້ານທາງດ້ານການເມືອງ ສຳລັບຄວາມຮຸນແຮງດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bangladesh Arrests
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG