ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ບັງກລາແດັສ ສັງຫານ ພວກຫົວ ຮຸນແຮງ 9 ຄົນ ໃນການບຸກໂຈມຕີ


ຕຳຫຼວດເດີນທາງກັບ ຫຼັງຈາກການບຸກໂຈມຕີ ພວກຫົວຮຸນແຮງ ໃນຕຶກຫຼັງໜຶ່ງ ທີ່ນະຄອນຫຼວງ Dhaka, ບັງກລາແດັສ, 26 ກໍລະກົດ, 2016.
ຕຳຫຼວດເດີນທາງກັບ ຫຼັງຈາກການບຸກໂຈມຕີ ພວກຫົວຮຸນແຮງ ໃນຕຶກຫຼັງໜຶ່ງ ທີ່ນະຄອນຫຼວງ Dhaka, ບັງກລາແດັສ, 26 ກໍລະກົດ, 2016.

ຕຳຫຼວດໃນປະເທດ ບັງກລາແດັສ ກ່າວວ່າ ພວກເຂົາເຈົ້າໄດ້ຂ້າພວກຫົວຮຸນແຮງ 9 ຄົນ ໃນວັນອັງຄານມື້ນີ້ ໃນລະຫວ່າງການຍິງປະທະກັນໃກ້ກັບນະຄອນຫຼວງ Dhaka.

ຜູ້​ບັນຊາ​ການຕຳຫຼວດແຫ່ງຊາດ ທ່ານ Shahidul Hoque ໄດ້ກ່າວວ່າ ກຸ່ມຫົວຮຸນແຮງ ອິສລາມ Jamaat-ul-Mujahideen ຫຼື JMB ທີ່ເຊື່ອວ່າ ເປັນ​ເຄືອ​ຂ່າຍ​ຂອງ​ລັດອິສລາມ ໄດ້ວາງແຜນທີ່ຈະເປີດການໂຈມຕີທີ່ຄ້າຍຄືກັນກັບການໂຈມຕີໃນຕົ້ນເດືອນນີ້ທີ່ຮ້ານອາ ຫານ ເຊິ່ງເຮັດໃຫ້ 22 ຄົນເສຍຊີວິດ.

ພວກເຈົ້າໜ້າທີ່ໄດ້ກ່າວວ່າ ພວກຫົວຮຸນແຮງໄດ້ກີດກັ້ນຕຶກແຫ່ງໜຶ່ງທີ່ມີຄວາມສູງ 5 ຊັ້ນ ​ໃນ​ເຂດ​ຊານ​ເມືອງຂອງນະຄອນຫຼວງ Dhaka ທີ່​ຄຸ້ມ Kalyanpur ເມື່ອພວກເຂົາເຈົ້າໄດ້ ເລີ່ມ ຍິງປືນໃສ່ຕຳຫຼວດ ຜູ້ທີ່ພະຍາຍາມບຸກເຂົ້າໄປໃນຕຶກດັ່ງກ່າວ. ພວກຫົວຮຸນແຮງໄດ້ ຮ້ອງຄຳບູ ຊາພະເຈົ້າໃນເວລາທີ່ພວກເຂົາຍິງປືນໃສ່ຕຳຫຼວດ.

ທ່ານ Hoque ໄດ້ກ່າວຕໍ່ນັກຂາວຫຼັງຈາກພວກຫົວຮຸນແຮງໄດ້ຖືກຂ້າຕາຍວ່າ “ພວກເຂົາ ເຈົ້າໄດ້ໃສ່ເຄື່ອງສີດຳ, ຜ້າຄຸມຫົວ ແລະ ເປ້ກະ ເປົາ ເຊິ່ງຄ້າຍຄືກັບເຄື່ອງນຸ່ງຂອງພວກ ໂຈມຕີຮ້ານອາຫານ. ພວກເຂົາເຈົ້າໄດ້ວາງແຜນທີ່ຈະທຳການໂຈມຕີຄັ້ງໃຫຍ່ ໃນນະ ຄອນຫຼວງ ຄືກັບຄັ້ງທີ່ຜ່ານມາຢູ່ໃນຮ້ານອາຫານ.”

ລວມຢູ່ໃນ 9 ຄົນທີ່ຖືກຂ້າຕາຍນັ້ນ, ທ່ານ Hoque ໄດ້ກ່າວວ່າ ຕຳຫຼວດໄດ້ຈັບກຸມພວກ ຫົວຮຸນແຮງ 1 ຄົນ.

ທ່ານໄດ້ກ່າວວ່າ “ຫົວຮຸນແຮງທີີ່ໄດ້ຖືກຈັບກຸມໄດ້ນັ້ນອ້າງວ່າພວກເຂົາແມ່ນສະມາຊິກ ຂອງ ລັດອິສລາມ ແຕ່ພວກເຮົາຄິດວ່າພວກເຂົາເຈົ້າແມ່ນພວກ JMB."


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bangladesh Raid
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG