ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີບັງກລາແດັສ ທ່ານນາງ ຊິກ ຮາຊິນາ ດຳລົງຕໍາແໜ່ງ ວາລະທີ່ 4 ຕິດຕໍ່ກັນ


ປະຊາຊົນອ່ານໜ້າໜັງສືພິມ ທີ່ຕິດຢູ່ຝາ, ເຊົ້າວັນຕໍ່ມາຫຼັງຈາກທີ່ພັກ ພັກສັນນິບາດ ອາວາມີ (Awami League) ຊະນະການເລືອກຕັ້ງທົ່ວໄປ ຄັ້ງທີ 12, ນະຄອນຫຼວງດາກາ.
ປະຊາຊົນອ່ານໜ້າໜັງສືພິມ ທີ່ຕິດຢູ່ຝາ, ເຊົ້າວັນຕໍ່ມາຫຼັງຈາກທີ່ພັກ ພັກສັນນິບາດ ອາວາມີ (Awami League) ຊະນະການເລືອກຕັ້ງທົ່ວໄປ ຄັ້ງທີ 12, ນະຄອນຫຼວງດາກາ.

ນາຍົກລັດຖະມົນຕີບັງກລາແດັສ ທ່ານ​ນາງ ຊິກ ຮາຊິນາ (Sheikh Hasina) ຊະນະການເລືອກຕັ້ງສະໄໝທີ 4 ຕິດຕໍ່ກັນ ໃນຂະນະທີ່ພັກຂອງທ່ານນາງໄດ້ຮັບສຽງສ່ວນຫຼາຍຢ່າງ​ເດັດ​ຂາດ ທ່າມກາງ ຜູ້ອອກ​ໄປລົງຄະແນນສຽງທີ່ໜ້ອຍ ໃນການເລືອກຕັ້ງທົ່ວໄປ ​ຍ້ອນຖືກຂວ້າມບາດໂດຍພັກຝ່າຍຄ້ານຫຼັກ, ອົງການສຳຫຼວດຄວາມຄິດເຫັນຂອງປະເທດ ກ່າວໃນວັນຈັນວານນີ້, ອີງຕາມລາຍງານຂອງອົງການຣອຍເຕີສ໌.

ພັກສັນນິບາດ ອາວາມີ (Awami League) ຂອງທ່ານນາງ ໄດ້​ຮັບ 165 ບ່ອນນັ່ງຈາກ 224 ບ່ອນນັ່ງໃນການເລືອກຕັ້ງໃນວັນອາທິດ, ເຊິ່ງຜົນຂອງບ່ອນນັ່ງທີ່ຍັງເຫຼືອ ຍັງບໍ່ໄດ້ຖືກປະກາດ, ອີງຕາມການເປີດເຜີຍທີ່ບໍ່ເປັນທາງການ ທີ່ຄະນະກໍາມະການເລືອກຕັ້ງກ່າວໄດ້.

ພັກຝ່າຍຄ້ານຫຼັກ ພັກຊາດນິຍົມບັງກລາແດັສ ຫຼື BNP ເຊິ່ງເຂົ້າຮ່ວມໃນການເລື້ອງຕັ້ງ ປີ 2018 ແຕ່ບໍ່ໄດ້ເຂົ້າຮ່ວມໃນປີ 2014, ໄດ້ຂວ້າມບາດການເລືອກຕັ້ງ ຫຼັງຈາກ ທ່ານນາງ ຮາຊິນາ (Hasina) ປະຕິເສດຕໍ່ການຮຽກຮ້ອງທີ່ຈະລາອອກ ແລະອະນຸຍາດໃຫ້ມີອຳນາດທີ່ເປັນກາງດຳເນີນການຈັດການເລືອກຕັ້ງ.

ພັກ BNP ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ເປັນ​ເວ​ລາ​ສອງ​ມື້​ໃນ​ທົ່ວ​ປະ​ເທດ​ຈົນ​ເຖິງ​ວັນ​ອາ​ທິດ, ເພື່ອຂໍ​ໃຫ້​ປະ​ຊາ​ຊົນ​ຫລີກ​ລ້ຽງ​ການ​ເລືອກ​ຕັ້ງ.

ທ່ານນາງ ຮາຊິນາ ​ໄດ້​ກ່າວ​ຫາ​ຝ່າຍ​ຄ້ານ​ວ່າ ​ຍຸແຍ່​ໃຫ້​ມີ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດ ຖະບານ ​ທີ່​ໄດ້​ເຮັດໃຫ້ດາກາ (Dhaka) ສັ່ນ​ສະ​ເທືອ​ນ​ ​ນັບ​ແຕ່​ທ້າຍ​ເດືອນ​ຕຸລາທີ່​ຜ່ານ​ມາ ​ແລະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 14 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG