ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັງກລາແດັສ ສັ່ງຈັບ ອະດີດ ນາຍົກລັດຖະມົນຕີ Khaleda Zia


ອະດີດນາຍົກລັດຖະມົນຕີ ທ່ານນາງ Khaleda Zia ຖືທຸງສີດຳ ໃນຂະນະທີ່ຢືນຢູ່ຫ້ອງການ.
ອະດີດນາຍົກລັດຖະມົນຕີ ທ່ານນາງ Khaleda Zia ຖືທຸງສີດຳ ໃນຂະນະທີ່ຢືນຢູ່ຫ້ອງການ.

ສານ​ບັງ​ກລາ​ແດັສແຫ່ງ​ນຶ່ງ​ ໄດ້​ອອກ​ໝາຍ​ຈັບ​ ​ອະດີດ​ນາຍົກ
ລັດຖະມົນຕີ Khaleda Zia ໃນ​ວັນ​ພຸດ​ມື້​ນີ້ ທີ່​ພົວພັນ​ກັບ​ສອງ
​ຄະດີ ສໍ້​ລາດ​ບັງ​ຫລວງ ຫລັງ​ຈາກ​ທ່ານ​ນາງບໍ່ໄດ້ໄປປາກົດ​ໂຕ​
ຢູ່​ສານ.

ບັນດາ​ທະນາຍຄວາມ​ຂອງ​ທ່ານ​ນາງ ​ໄດ້​ໂຕ້​ຖຽງ​ວ່າ ທ່ານ​ນາງ
​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງຄວາມ​ປອດ​ໄພ ​ເນື່ອງ​ຈາກ​
ຄວາມ​ບໍ່​ສະຫງົບ​ທີ່ຍັງ​ດຳ​ເນີນ​ຢູ່​ໃນບັງ ​ກລາ​ແດັສ ​ແລະ​ທ່ານ
​ນາງໄດ້​ກັກ​ໂຕ​ເອງຢູ່​ໃນ​ຫ້ອງການ​ຂອງທ່ານ.

ທ່ານ​ນາງ Zia ​ໄດ້​ຖືກ​ກ່າວ​ຫາ​ວ່າ ຊື້​ທີ່​ດິນແບບ​ຜິດ​ກົດໝາຍ​
ເພື່ອ​ການ​ກຸສົນ ທີ່ໃສ່​ຊື່ ມື້​ລາງ​ສາມີ​ຂອງ​ທ່ານ​ນາງ ອະດີດ​ປະທານາທິບໍດີ Ziaur Rahman.

ທ່າ​ນນາງກ່າວ​ວ່າ ການ​ກ່າວ​ຫາ​ເຫຼົ່ານີ້ ແມ່ນມີຈຸດປະສົງທາງການ​ເມືອງ. ພັກ​ຂອງ​ທ່ານ
​ນາງ ​ບໍ່ໄດ້ເຂົ້າຮ່ວມຫຼືບອຍຄອດການ​ເລືອກ​ຕັ້ງສະພາ​ໃນ​ເດືອນ​ແລ້ວ​ນີ້ ​ແລະ​ທ່ານ​ນາງໄດ້​
ຮຽກຮ້ອງໃຫ້ພວກ​ຜູ້ສະ​ໜັບສະ​ໜູນ​ປະຕິບັດຕາມການຫ້າມ​ໃຊ້​ ການ​ຂົນ​ສົ່ງ​ໃນທົ່ວ​ປະ​ເທດ
​ອັນ​ເປັນ​ພາກ​ສ່ວນນຶ່ງ​ໃນ​ຄວາມ​ພະຍາຍາມ ​ເພື່ອໂຄ່ນ​ລົ້​ມ ນາຍົກລັດຖະມົນຕີຄົນ​ປັດ​ຈຸ​ບັນ
ທ່ານນາງ Sheik Hasina.

ຄວາມ​ເຄັ່ງ​ຕຶງລະຫວ່າງ​ສອງ​ພັກ​ການ​ເມືອງ​ທີ່​ສຳຄັນ​ໃນ​ບັງ​ກລາ​ແດັສ ​ໄດ້​ພາໃຫ້ການ​ປະ​ທ້ວງ ​ແລະການກໍ່ຄວາມຮຸນ​ແຮງ ເຮັດ​ໃຫ້​ປະມານ 100 ຄົນ​ເສຍ​ຊີວິດໄປແລ້ວ.

XS
SM
MD
LG