ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັງກະລາແດັສທຳການ ໄວ້ອາໄລ ຫຼັງຈາກການໂຈມຕີຄັ້ງຮ້າຍ ແຮງ ໃນນະຄອນຫຼວງ Dhaka


ທ່ານ Masato Watanabe, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ບັງກະລາແດັສ ສະແດງຄວາມເຄົາລົບ ຕໍ່ຜູ້ເຄາະຮ້າຍ
ຈາກການໂຈມຕີ ກໍ່ການຮ້າຍທີ່ຮ້ານເຂົ້າຈີ່ Holey Artisan Bakery, ທີ່ສະໜາມກິລາແຫ່ງໜຶ່ງໃນນະຄອນຫຼວງ Dhaka, ບັງກະລາແດັສ, 4 ກໍລະກົດ, 2016.
ທ່ານ Masato Watanabe, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ບັງກະລາແດັສ ສະແດງຄວາມເຄົາລົບ ຕໍ່ຜູ້ເຄາະຮ້າຍ ຈາກການໂຈມຕີ ກໍ່ການຮ້າຍທີ່ຮ້ານເຂົ້າຈີ່ Holey Artisan Bakery, ທີ່ສະໜາມກິລາແຫ່ງໜຶ່ງໃນນະຄອນຫຼວງ Dhaka, ບັງກະລາແດັສ, 4 ກໍລະກົດ, 2016.

ໃນວັນຈັນມື້ນີ້ ນາຍົກລັດຖະມົນຕີ ບັງກະລາແດັສ ທ່ານນາງ Sheikh Hassina ໄດ້ສະ ແດງຄວາມເຄົາລົບທີ່ພິທີໄວ້ອາໄລແກ່ດວງວິນຍານຂອງພວກຕົວປະກັນ 20 ຄົນ ແລະ ຕຳຫຼວດ 2 ຄົນທີ່ໄດ້ເສຍຊີວິດໃນລະຫວ່າງການຍຶດຮ້ານອາຫານ ລາຄາແພງທີ່ນະຄອນ ຫຼວງ Dhaka.

ພິທີໄວ້ອາໄລດັ່ງກ່າວ ປະກອບມີທຸງຊາດ ແລະ ບັນດາເອກອັກຄະລັດຖະທູດທີ່ ຕາງໜ້າ ໃຫ້ກັບຜູ້ທີ່ຖືກຂ້າຕາຍ ຈາກ ອິນເດຍ, ອິຕາລີ, ຍີ່ປຸ່ນ ແລະ ສະຫະ ລັດ. ທ່ານນາງ Hassina ໄດ້ໂອ້ລົມກັບສະມາຊິກຄອບຄົວຂອງຜູ້ໄດ້ຮັບເຄາະ ຮ້າຍ.

ພິທີດັ່ງກ່າວໄດ້ເກີດຂຶ້ນໃນມື້ທີສອງ ຂອງການໄວ້ອາໄລແຫ່ງຊາດ 2 ວັນ.

ພວກລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີກໍ່ການຮ້າຍ ນັ້ນ, ແຕ່ ການເຊື່ອໂດຍກົງຕໍ່ກຸ່ມຫົວຮຸນແຮງແມ່ນບໍ່ໄດ້ຖືກຢືນຢັນ, ແລະ ພວກເຈົ້າໜ້າທີ່ລັດຖະ ບານກໍໄດ້ປະຕິເສດທຸກໆເຫດການວ່າບໍ່ມີສ່ວນຮ່ວມ ຂອງພວກ IS.

ແມ່ຍິງຄົນໜຶ່ງທີ່ບໍ່ສາມາດລະບຸຊື່ ນຳດອກໄມ້ເພື່ອໄວ້ອາໄລໃຫ້ແກ່ຄົນຜູ້ທີ່ໄດ້ເສຍຊີວິດ ທີ່ຮ້ານເຂົ້າຈີ່ Holey Artisan ໃນນະຄອນຫຼວງ Dhaka.
ແມ່ຍິງຄົນໜຶ່ງທີ່ບໍ່ສາມາດລະບຸຊື່ ນຳດອກໄມ້ເພື່ອໄວ້ອາໄລໃຫ້ແກ່ຄົນຜູ້ທີ່ໄດ້ເສຍຊີວິດ ທີ່ຮ້ານເຂົ້າຈີ່ Holey Artisan ໃນນະຄອນຫຼວງ Dhaka.

ລັດຖະມົນຕີກະຊວງພາຍໃນຂອງ ບັງກະລາແດັສ ໄດ້ກ່າວໃນວັນອາທິດວານ ນີ້ວ່າ ໃນຈຳ ນວນພວກໂຈມຕີ 7 ຄົນ, ທີ່ 6 ຄົນໃນນັ້ນໄດ້ຖືກຂ້າຕາຍແມ່ນ ບໍ່ມີການເຊື່ອມຕໍ່ກັບພວກ ລັດອິສລາມຢ່າງແນ່ນອນ. ລັດຖະມົນຕີກະຊວງ ພາຍໃນທ່ານ Asaduzzaman Khan ກ່າວວ່າ ກົງກັນຂ້າມ ພວກ Jihad ແມ່ນສະມາຊິກຂອງກຸ່ມຫົວຮຸນແຮງທີ່ຖືກກໍ່ຕັ້ງຂຶ້ນຢູ່ໃນ ປະເທດຊື່ວ່າ Jumatul Mujahedeen ບັງກະລາແດັສ ຫຼື JPM ເຊິ່ງໄດ້ຖືກສັ່ງຫ້າມໃນປະເທດເປັນເວ ລາດົນກວ່າໜຶ່ງທົດສະວັດມາແລ້ວ.

ຫົວໜ້າຕຳຫຼວດແຫ່ງຊາດ ທ່ານ Shahidul Hoque ໄດ້ກ່າວວ່າ ບັນດາເຈົ້າ ໜ້າທີ່ແມ່ນ ກຳລັງສືບສວນສອບສວນຫາຄວາມເປັນໄປ ກ່ຽວກັບ ສາຍພົວ ພັນຂອງພວກໂຈມຕີທີ່ມີຕໍ່ ກັບພວກ IS.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ໂທລະສັບຫາ ນາຍົກ ລັດຖະມົນຕີ Hassina ສະແດງຄວາມເສົ້າສະຫຼົດໃຈ ແລະ ໃຫ້ກຳລັງ ໃຈ. ຖະແຫຼງການ ສະບັບໜຶ່ງຂອງ ກະຊວງການຕ່າງປະເທດ ໄດ້ກ່າວວ່າ ທ່ານ Kerry “ໄດ້ສົ່ງເສີມໃຫ້ລັດ ຖະບານ ບັງກະລາແດັສ ດຳເນີນການສືບສວນ ສອບສວນຂອງພວກເຂົາເຈົ້າ ອີງຕາມ ມາດຕະຖານສາກົນທີ່ສູງທີ່ສຸດ.” ນອກ ນັ້ນ ທ່ານຍັງໄດ້ສະເໜີວ່າຈະໃຫ້ການຊ່ວຍເຫຼືອ ຈາກກຳລັງບັງຄັບໃຊ້ກົດໝາຍ ຂອງ ສະຫະລັດ ລວມທັງອົງການສືບສວນສອບສວນລັດຖະບານກາງ ສະຫະລັດ ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bangladesh Attack
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG