ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງ​ໜ້ອຍ 43 ຄົນ ໄດ້​ເສຍ​ຊີວິດ ໃນເຫດດິນ​ເຈື່ອນທີ່ Bangladesh


ເຂດດິນ​ເຈື່ອນ ທີ່ Bangladesh
ເຂດດິນ​ເຈື່ອນ ທີ່ Bangladesh

​ຝົນຕົກ​ໜັກ ​ໄດ້​ເຮັດ​ໃຫ້ດິນ​ເຈື່ອນ​ໃນ Bangladesh ທີ່​ຍັງ​ຜົນ​ໃຫ້​ມີຢ່າງ​ນ້ອຍ 43 ຄົນ ​
ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່ ​ໄດ້​ເຕືອນ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈຳ​ນວນ​ຂອງການບາດ​ເຈັບ​ລົ້ມ​ຕາຍ ຈະ​ມີ​
ເພີ່ມ​ຂຶ້ນ​ ​ໃນ​ຂະນະ​ທີ່ໄດ້​ມີ​ການ​ຊ່ອຍ​ກູ້​ໄພ​ແລະ​ຊອກ​ຄົ້ນ​ຫາ​ ໃນ​ຫຼາຍໆ​ເຂດ​ກວ້າງ​ອອກ​
ໄປໃນ​ເຂດ​ທີ່​ເປັນໂນນ ຮ່ອມ​ພູ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ຂີ້ຕົມ​ໄດ້​ທັບ​ຖົມ​ບ້ານ​ເຮືອ​ນທັງຫຼາຍ ຫຼັງ​ຈາກ​ທີ່​ຝົນໄດ້​ເລີ່​ມຕົກລົງ​ມາໃນ​ວັນ​ຈັນ​ວານ​ນີ້. ​
ເຂດ Rangamati ທີ່​ໃກ້ໆ​ກັບ​ຊາຍ​ແດນອິນ​ເດຍ ​ແມ່ນ​ກະທົບ​ຮ້າຍ​ແຮງ​ສຸດ.

​ໃນ​ເດືອນ​ແລ້ວ​ນີ້ ພາຍຸ ​ໄຊ​ໂຄລນ ​ໄດ້​ສັງຫານ 7 ຄົນ ​ແລະ​ທຳລາຍບ້ານ​ເຮືອນ​ຫຼາຍໆ
ພັນ​ຫຼັງ ​ທາງ​ພາກ​ຕາເວັນອອກສຽງໃຕ້​ຂອງ Bangladesh.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG