ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​​ຫົວໜ້າ​​ ພັກ​ອິສລາມ​ ຖືກຕັດສິນໂທດ ປະຫານ​ຊີວິດ ໃນ​ຖານ ​​ກໍ່ອາຊະຍາກຳສົງຄາມ


Bangladesh Warcrimes SOTVO
please wait

No media source currently available

0:00 0:00:54 0:00

ກາ

ຜູ້ພິພາກ​ສາ​ ໃນບັງກລາ​ແດັສ ​ໄດ້ຕັດສິນໂທດປະຫານ​ຊີວິດ
ຫົວໜ້າພັກ​ອີສລາມ​ທີ່​ໃຫຍ່​ສຸດຂອງ​ປະ​ເທດ ​ໃນ​ຖານກໍ່ອາຊະ
ຍາກຳສົງຄາມ.

ຄະນະ​ຜູ້ພິພາກສາ 3 ຄົນ ຂອງສານພິ​ເສດ ໃນ​ນະຄອນ Dhaka
ໄດ້​ອອກຄຳພິພາກສາ ທີ່ມີການ​ລໍຄອຍ​ມາດົນນານແລ້ວ​ ​ໃນ​ວັນ​ພຸດ
​ມື້​ນີ້​ ​ໃຫ້​ແຂວນ​ຄໍ ທ່ານ Motiur Rahman Nizami ​ໄວ 71 ປີ
ທີ່​ເປັນ​ອະດີດ​ລັດຖະມົນຕີ ​ໃນ​ຄະນະລັດຖະບານນັ້ນ.​ ໃນ​ເດືອນ
​ມິຖຸນາຜ່ານມາ ​ທາງ​ສານໄດ້ເລື່ອນການອອກຄຳພິພາກສາ
ຫຼັງ​ຈາກເຈົ້າໜ້າທີ່ການແພດ ລະບຸ​ວ່າ ທ່ານ Nizami ມີສຸຂພາບ
ບໍ່ຄ່ອຍແຂງແຮງພໍທີ່​ຈະ​ໄປ​ປາກົດຕົວ​ທີ່​ສານໄດ້.

ທ່ານ Nizami ຊຶ່ງ​ເປັນ​ຜູ້ນຳ​ພາ​ພັກຫົວຮຸນແຮງ Jamaat-e-Islami ​ໄດ້​ຖືກ​ຟ້ອງໃນຂໍ້ຫາ ຂ້າລ້າງເຊື້ອຊາດເຜົ່າພັນ ຄາດຕະກຳ ທໍລະມານ ຂົ່ມ​ຂື່ນ​ສຳເລົາ ​ແລະ​ທຳລາຍ​ຊັບ​ສິນ ​ໃນບົດບາດຂອງ​ທ່ານ ລະຫວ່າງ​ສົງຄາມ ​ເປັນເວລາ 9 ​ເດືອນ ເພື່ອຄວາມເປັນເອກກະ ລາດຈາກ​ປາ​ກີ​ສຖານ ​ໃນ​ປີ 1971 ນັ້ນ.

ບັງກລາ​ແດັສ ກ່າວ​ວ່າ ຜູ້ຮ່ວມມືໃນເຂດ​ທ້ອງ​ຖິ່ນ ​ແລະ​ທະຫານ​ປາ​ກີ​ສຖານ ​ໄດ້​ສັງຫານຜູ້​ຄົນ 3 ລ້ານ​ຄົນ ຂົ່ມ​ຂື່ນ​ສຳເລົາ​ແມ່ຍິງ 200 ພັນ​ຄົນ​ແລະເຮັດໃຫ້ຜູ້​ຄົນ​ 10 ລ້ານ​ຄົນ ຕ້ອງອົບ​ພະຍົບຫລົບ​ໄພ ​ໄປ​ສູ່​ສູນ​ອົບ​ພະຍົບ ​ໃນ​ປະ​ເທດອິນ​ເດຍ ທີ່ເປັນເພື່ອນບ້ານ. ກຸ່ມ Jamaat-e-Islami ບໍ່​ເຫັນ​ດ້ວຍ​ໃນ​ການ​ແບກ​ແຍກຕົວອອກ​ເປັນ​ເອກ​ກະລາດ​.

ນາຍົກລັດຖະມົນຕີບັງກລາ​ແດັສ ທ່ານນາງ Sheikh Hasina ​ໄດ້​ຈັດ​ຕັ້ງສານພິເສດຂຶ້ນທີ່ໄດ້ຕັດສິນລົງໂທດ​ບັນດາ​ຜູ້ນຳພັກຝ່າຍ​ຄ້ານຢ່າງ​ນ້ອຍ 10 ຄົນ​ ​ໃນ​ຖານ​ເປັນອາຊະຍາ​ກອນ​ສົງ​ຄາມ ນັບ​ຕັ້ງ​ແຕ່ໄດ້ມີການສ້າງຕັ້ງ​ຂຶ້ນ ​ໃນ​ປີ 2010.

XS
SM
MD
LG