ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສົງ​ ສາສະໜາ​ຮິນ​ດູ ຄົນ​ນຶ່ງ ​ຖືກສັງຫານ ຕອນທີ່ທ່ານ ເດີນທາງໄປພາວະນາ


ແຜນທີ່ Dhaka ແລະ Cox's Bazar, Bangladesh
ແຜນທີ່ Dhaka ແລະ Cox's Bazar, Bangladesh

ພະສົງ​ສາສະໜາ​ຮິນ​ດູຄົນ​ນຶ່ງ ​ໄດ້​ຖືກສັງຫານ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ອັນ​ທີ່​ຕຳຫຼວດ​ຢ້ານ​ກົວ​ວ່າ ຈະ​ເປັນ​ການ​ໂຈ​ມຕີເທື່ອຫຼ້າ​ສຸດ ຕໍ່​ສາສະໜາ​ຮິນ​ດູ ​ໃນ Bangladesh ​ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ນັບ​ຖື​ສາສະໜາ​ອິສລາມນັ້ນ.

ພະສົງ​ສາສະໜາ​ຮິນ​ດູ ​ໄວ 70 ປີ ທ່ານ Ananda Gopal Ganguly ​ໄດ້ຖືກ​ພົບ​ເຫັນ​ເສຍ​ຊີວິດ​ໃກ້ໆ​ກັບເຮືອນຂອງ​ທ່ານ ​ທີ່​ບ້ານ Noldanga ບໍ່​ເທົ່າ​ໃດ​ຊົ່ວໂມ​ງ ຫຼັງຈາກທ່ານ​ຫາຍ​ສາບ​ສູນ​ໄປ​ ຊຶ່ງ​ໄດ້​ຮັບ​ລາຍ​ງານ​ວ່າ ພະ​ອົງ​ນີ້ ​ແມ່ນ​ກຳລັງ​ເດີນທາງ​ໄປ​ພາວະນາ​ໃນ​ຕອນ​ເຊົ້າ​ນັ້ນ.

ສົບ​ທີ່​ເກືອບ​ວ່າ​ຖືກ​ຕັດຂາດ​ນັ້ນ ​ແມ່ນ​ຄ້າຍຄື​ກັນ​ກັບຊາວ​ຮິ​ນດູ ​ແລະ​ຊາວ​ຄຣິສ ​ໃນ​ທົ່ວ​ປະ​ເທດ ທີ່​ຖືກ​ຟັນ ​ຈົນ​ຕາຍ ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ​ນັ້ນ.

ມີ​ຫຼາຍ​ກວ່າ 40 ຄົນ​ແລ້ວ ​ໄດ້​ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນ​ນີ້ ​ໃນ​ຮອບ 3 ປີ ຜ່ານມາ​ ແລະ​ຄວາມ​ຮຸນ​ແຮງ​ແມ່ນ​ນັບ​ມື້ ນັບ​ທະວີ​ຂຶ້ນ ​ໃນ​ຮອບສອງ​ສາມເດືອນ​ຜ່ານ​ມາ​ນີ້. ມີ​ຊາວ​ຄຣິສຄົນ​ໄດ້​ຖືກ​ທຸບ​ຕີ​ຈົນ​ຕາຍ ພຽງ​ 2 ມື້ກ່ອນ​ໜ້າ​ນີ້ ຫຼັງ​ຈາກ​ທີ່​ລາວ​ໄດ້​ສູດ​ມົນ​ພາ ວະນາປະຈຳ​ວັນ​ອາທິດ​ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປະ​ເທດ.

ນັກ​ເຄື່ອນ​ໄຫວເລື້ອງ​ສິດທິຂອງ​ພວກ​ຮັກ​ຮ່ວ​ມ​ເພດ ບັນດາ​ອາຈານ​ສອນ​ທີ່ບໍ່​ຝັກ​ໄຝ່​ໃນ​ເລື້ອງ ສາສະ​ໜາ ​ແລະ​ພວກ​ນັກຂຽນຂ່າວ​ທາງ​ອິນ​ເຕີ​ເນັດ ​ແມ່ນ​ຮວມຢູ່​ໃນ​ພວກ​ເຄາະ​ຮ້າຍ​ທີ່​ວ່າ​ນີ້.

ພວກຫົວ​ຮຸນ​ແຮງຂອງ​ກຸ່ມ​ລັດ​ອິດ​ລາມ 3 ຄົນ ມີລາຍ​ງານ​ວ່າ ​ໄດ້ຖືກ​ສັງຫານ ​ໃນ​ການ​ປະ​ທະ ກັບ​ພວກ​ຕຳຫຼວດ ​ທີ່​ນະຄອນ​ຫຼວງ​ Dhaka ​ໃນ​ວັນ​ອັງຄານ​ມື້ນີ້ ​ໃນ​ຂະນະ​ທີ່​ກອງ​ກຳລັງ​ຕຳຫລວດແຫ່ງ​ຊາດ ພະຍາຍາມ​ທີ່​ຈະ​ປາບ​ປາມ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່ສ່ວນ​ໃຫຍ່ຖືກ​ຖິ້ມ​ໂທດ​ໃສ່ ວ່າ​ເປັນ​ຜູ້​ຮັບຜິດຊອບ​ ໃນ​ການ​ໂຈມ​ຕີ​ທີ່​ວ່າ​ນີ້.

ກຸ່ມ​ລັດ​ອິສລາມ​ແລະ​ກຸ່ມ al-Qaida ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ, ​ແຕ່​ວ່າ ​ເຈົ້າໜ້າ​ທີ່ Bangladesh ຍັງສືບ​ຕໍ່ຢືນຢັນ​ວ່າ ບໍ່​ມີ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງ ປະ​ເທດ ປະຕິ​ບັດ​ງານ​ໃນ​ປະ​ເທດ​ຕົນ ​ເຈົ້າ​ໜ້າ​ທີ່​ກັບ​ກ່າວ​ປະນາມ​ພວກຫົວ​ຮຸນ​ແຮງທ້ອງ​ຖິ່ນ ຫຼື​ບໍ່ກໍ​ພວກ​ພວກ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ນັ້ນແທນ.

ເຖິງ​ແມ່ນ​ວ່າ ​ໃນ​ທາງ​ການ​ແລ້ວ ​ແມ່ນ​ເປັນ​ປະ​ເທດທີ​ຕ່ບໍ່​ຝັກ​ໄຝ່​ໃນ​ສາສະໜາ​ ແຕ່ປະມານ 90 ​ເປີ​ເຊັນ ​ຊາວ Bangladesh ແມ່ນ​ນັບຖືສາສະໜາ​ອິສລາມ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Bangladesh Attacks
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG