ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັງກລາແດສ ແຂວນຄໍ ຜູ້ນຳ ຝ່າຍຄ້ານ ສອງຄົນ


ລົດພະຍາບານສຳເອົາສົບຂອງທ່ານ Salauddin Quader Chowdhury, ຜູ້ນຳພັກ ຊາດນິຍົມ ບັງກລາແດສ ອອກຈາກ ຄຸກໃຈກາງເມືອງ Dhaka ຫຼັງຈາກການປະຫານຊີວິດ. 22 ພະຈິກ, 2015.
ລົດພະຍາບານສຳເອົາສົບຂອງທ່ານ Salauddin Quader Chowdhury, ຜູ້ນຳພັກ ຊາດນິຍົມ ບັງກລາແດສ ອອກຈາກ ຄຸກໃຈກາງເມືອງ Dhaka ຫຼັງຈາກການປະຫານຊີວິດ. 22 ພະຈິກ, 2015.

ປະເທດ ບັງກະລາແດສ ໄດ້ປະຫານຊີວິດຜູ້ນຳພັກຝ່າຍຄ້ານສອງ ຄົນ ມີຄວາມຜິດໃນເລື່ຶອງອາຊະຍາກຳສົງຄາມທີ່ໄດ້ກະທຳໃນ ລະຫວ່າງ ສົງຄາມກອບກູ້ເອກະລາດຂອງ ບັງກະລາແດສ ໃນປີ 1971.

ທ່ານ Ali Ahsan Mujahid, ນັກການເມືອງອາວຸໂສຈາກພັກ Jamaat-e-Islami ແລະ ທ່ານ Salauddin Quader Chowduri, ຜູ້ນຳຂອງພັກຝ່າຍຄ້ານ ພັກ ຊາດນິຍົມ ບັງກະລາ ແດສ ໄດ້ຖືກແຂວນ ຄໍໃນຄຸກໃຈກາງເມືອງ Dhaka ຕອນເຊົ້າຂອງ ວັນອາທິດມື້ນີ້ ດັ່ງທີ່ຫົວໜ້າ ຕຳຫຼວດແຫ່ງຊາດ ບັງກະລາແດສ ທ່ານ Shahidul Hoque ໄດ້ໃຫ້ ຄຳຢືນຢັນໄປ.

ສານອາຊະຍາກຳສາກົນຂອງ ບັງກະລາແດສ ໄດ້ພິພາກສາ ແລະ ໄດ້ຕັດສິນລົງໂທດປະຫານ ຊີວິດແກ່ທັງ 2 ທ່ານໃນປີ 2013. ທັງສອງ ທ່ານໄດ້ຮ່າງຂໍອຸທອນ, ເຊິ່ງສານໄດ້ຖືກປະຕິເສດ.

ການປະຫານຊີວິດໄດ້ເກີດຂຶ້ນສອງສາມຊົ່ວໂມງຫຼັງຈາກທັງສອງທ່ານ ໄດ້ພົບຊະມາຊິກຄອບ ຄົວຢູ່ໃນຄຸກ ແລະ ລັດຖະມົນຕີກະຊວງ ພາຍໃນຂອງ ບັງກະລາແດສ ທ່ານ Asaduzzaman Khan Kamal ໄດ້ປະກາດວ່າ ການຫຼຸດຢ່ອນຜ່ອນໂທດຂອງປະທານາທິບໍດີ ໂອກາດສຸດທ້າຍ ຂອງພວກເຂົາສຳລັບການບັນເທົາໂທດ ແມ່ນໄດ້ຖືກປະຕິເສດ.

ພັກ Jamaat-e-Islami ໄດ້ຮຽກຮ້ອງການປະທ້ວງທົ່ວປະເທດ ແລະ ໄດ້ອ້າງວ່າທ່ານ Mujahid ແມ່ນຜູ້ເຄາະຮ້າຍຂອງ “ການພິຈາລະນາ ພິພາກສາຄະດີທີ່ໂງ່ຈ້າ” ເຊິ່ງໄດ້ແນເປົ້າ ໃສ່ “ການລົບລ້າງກຳລັງຝ່າຍຄ້ານ” ພາຍໃນປະເທດ. ດ້ວຍຄວາມເປັນຫ່ວງ ກ່ຽວກັບ ຄວາມ ບໍ່ສະຫງົບ ແລະ ຄວາມຮຸນແຮງໂດຍຜູ້ສະໜັບສະໜູນຂອງ ພັນທະມິດຝ່າຍຄ້ານນຳໜ້າໂດຍ ພັກຊາດນິຍົມ ບັງກະລາແດສ,​ ລັດຖະບານໄດ້ ສັ່ງໃຫ້ເສີມກຳລັງຮັກສາຄວາມປອດໄພໃນ ທົ່ວປະເທດສອງສາມຊົ່ວ ໂມງຫຼັງຈາກການປະຫານຊີວິດໄດ້ດຳເນີນຂຶ້ນ.

ຕໍ່ມາຫຼັງຈາກທ່ານ Mujahid ອາຍຸ 67 ປີ ແລະ ທ່ານ Chowduri ອາຍຸ 66 ປີໄດ້ຖືກແຂວນຄໍ ແລ້ວ, ສົບຂອງທັງສອງທ່ານແມ່ນໄດ້ຖືກສົ່ງໃຫ້ ຄອບຄົວໄປທຳພິທີຝັງ.

Bangladesh Executions
please wait
Embed

No media source currently available

0:00 0:00:57 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG