ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ບັງກລາແດັສ ຈະສ້າງ ສູນອົບພະຍົບ ໃຫ້ຊາວ ໂຣຮິງຢາ 400,000 ຄົນ


ອົບພະຍົບ ໂຣຮິງຢາ ລຽນແຖວເອົານໍ້າ ທີ່ສູນອົບພະຍົບໃກ້ກັບ
ເມືອງ Cox’s Bazaar, ປະເທດ ບັງກລາແດັສ.
ອົບພະຍົບ ໂຣຮິງຢາ ລຽນແຖວເອົານໍ້າ ທີ່ສູນອົບພະຍົບໃກ້ກັບ ເມືອງ Cox’s Bazaar, ປະເທດ ບັງກລາແດັສ.

ພວກເຈົ້າໜ້າທີ່ກ່າວວ່າ ລັດຖະບານ ບັງກລາແດັສ ວາງແຜນວ່າ ຈະສ້າງສູນໃຫຍ່ແຫ່ງ
ນື່ງຂຶ້ນ ເພື່ອໃຫ້ເປັນບ່ອນຢູ່ຂອງຊາວໂຣຮິງຢາມຸສລິມ ປະມານ 400,000 ຄົນ ຜູ້ທີ່ໄດ້
ຫຼັ່ງໄຫຼເຂົ້າມາ ຈາກປະເທດ ມຽນມາ ທີ່ຕິດກັນ ໃນໄລຍະສາມອາທິດຜ່ານມານີ້.

ບັນດາອຳນາດການປົກຄອງກ່າວວ່າ ເຮືອນພັກຊົ່ວຄາວ 14,000 ຫຼັງ ຊຶ່ງແຕ່ລະຫຼັງຈະ
ບັນຈຸໄດ້ຫົກຄອບຄົວ ຈະຖືກສ້າງຂຶ້ນພາຍໃນ 10 ມື້ຂ້າງໜ້ານີ້ ຢູ່ໃນບໍລິເວນ ແປດຕາ
ລາງ ກິໂລແມັດ ໄກ້ໆກັບເຂດຊາຍແດນ ບັງກລາແດັສ-ມຽນມາ.

ລັດຖະບານເວົ້າວ່າ ການເຄື່ອນໄຫວໄປມາ ຂອງພວກອົບພະຍົບຢູ່ໃນຫັ້ນ ຈະຢູ່ໃນ
ຂອບເຂດຈຳກັດ.

ທ່ານ ອາຊາດູຊາມັນ ຄານ ລັດຖະມົນຕີກະຊວງພາຍໃນ ບັງກລາແດັສ ກ່າວໃນວັນທີ
10 ກັນຍານີ້ ວ່າ “ພວກອົບພະຍົບ ໂຣຮິງຢາ ຈະບໍ່ໄດ້ຮັບອະນຸຍາດໃຫ້ອອກໄປນອກ
ສູນ. ນອກຈາກນັ້ນແລ້ວ ພວກເຂົາເຈົ້າ ກໍຍັງຈະຖືກຫ້າມ ບໍ່ໃຫ້ເດີນທາງໄປມາທາງໃດ
ໂດຍຍານພາຫະນະ."

ສູນດັ່ງກ່າວ ຊຶ່ງຈະຖືກສ້າງຂຶ້ນ ດ້ວຍຄວາມຊ່ອຍເຫຼືອຂອງທາງການທະຫານ ບັງກລາ
ແດັສ ກັບກຸ່ມຕ່າງໆຂອງນາໆຊາດ ແມ່ນເປັນການຕອບສະໜອງ ຕໍ່ການຫຼັ່ງໄຫຼເຂົ້າມາ
ຄັ້ງໃຫຽ່ທີ່ບໍ່ເຄີຍມີມາກ່ອນ ຍ້ອນການໂຈມຕີໃນວັນທີ 25 ເດືອນສິງຫາ ໂດຍພວກຫົວ
ຮຸນແຮງ ໂຣຮິງຢາ ຕໍ່ຖານທັບທະຫານແລະປ້ອມຕຳຫຼວດຕ່າງໆຂອງມ່ຽນມ່າ.

ພວກທະຫານ ມຽນມາ ໄດ້ໂຕ້ຕອບຕໍ່ການໂຈມຕີດັ່ງກ່າວ ດ້ວຍຄວາມຮຸນແຮງຕ່າງໆ
ນາໆ ໂດຍການຂ້າລ້າງຜານ, ການກະທຳຊຳເລົາ, ການຈູດເຜົາໝູ່ບ້ານ ແລະ ອື່ນໆ
ອີງຕາມກຸ່ມສິດທິມະນຸດຂອງໂລກ ແລະພວກລອດຊີວິດມາ.

ເມື່ອບໍ່ດົນມານີ້ອົງການສະຫະປະຊາຊາດ ໄດ້ບັນລະຍາຍການກະທຳຂອງ ມຽນມາ
ວ່າ “ແບບຢ່າງຕາມຕຳນານຂອງການຂ້າລ້າງຜານຊົນເຜົ່າ.”

ນັບເປັນເວລາຫຼາຍທົດວັດມາແລ້ວ ທີ່ຊາວໂຣຮິງຢາມຸສລິມ ໄດ້ປະເຊີນໜ້າ ກັບການ
ປະຫັດປະຫານ ແລະການຈຳແນກເຊື້ອຊາດມາ ຢູ່ໃນປະເທດມ່ຽນມ່າ ທີ່ມີຊາວພຸດ
ເປັນສ່ວນໃຫຽ່. ພວກເຂົາເຈົ້າບໍ່ເຄີຍໄດ້ຮັບສັນຍາດ ເຖິງແມ່ນວ່າ ບາງຄອບຄົວ ຈະ
ໄດ້ຢູ່ໃນປະເທດດັ່ງກ່າວມາ ເປັນເວລາຫຼາຍໆລຸ້ນຄົນແລ້ວກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG