ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັງກລາແດັສ ຈັບເຈົ້າໜ້າທີ່ ໂຮງງານຕັດຫຍິບ ທີ່ຖືກ ໄຟໄໝ້ (ສະໄລດ໌)


ໃນວັນທີ 27 ພະຈິກ 2012 ພວກກໍາມະກອນໂຮງງານຕັດຫຍິບຫຼາຍພັນຄົນ ແລະຜູ້ນໍາຂອງພວກເຂົາເຈົ້າ ຮ້ອງຄໍາຂວັນປະທ້ວງຕໍ່ການຕາຍຂອງເພື່ອນຮ່ວມງານຂອງພວກເຂົາເຈົ້າ ລຸນຫລັງເກີດເຫດໄຟໄໝ້ຢ່າງຮຸນແຮງໃນນະຄອນ Dhaka, ຂອງບັງກລາແດັສ.
ໃນວັນທີ 27 ພະຈິກ 2012 ພວກກໍາມະກອນໂຮງງານຕັດຫຍິບຫຼາຍພັນຄົນ ແລະຜູ້ນໍາຂອງພວກເຂົາເຈົ້າ ຮ້ອງຄໍາຂວັນປະທ້ວງຕໍ່ການຕາຍຂອງເພື່ອນຮ່ວມງານຂອງພວກເຂົາເຈົ້າ ລຸນຫລັງເກີດເຫດໄຟໄໝ້ຢ່າງຮຸນແຮງໃນນະຄອນ Dhaka, ຂອງບັງກລາແດັສ.
ທາງການບັງກລາແດັສໄດ້ຈັບກຸມພວກເຈົ້າໜ້າທີ່ໂຮງງານຕັດ
ຫຍິບສາມຄົນ ທີ່ມີສ່ວນກ່ຽວພັນກັບເຫດໄຟໄໝ້ຢູ່ທີ່ໂຮງງານ
ໃນວັນເສົາຜ່ານມາ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 110 ຄົນນັ້ນ.

ຜູ້ບັນຊາການຕໍາຫລວດຢູ່ໃນນະຄອນຫຼວງ Dhaka ເວົ້າວ່າພວກ
ເຈົ້າໜ້າທີ່ຂອງໂຮງ ງານໄດ້ຖືກຈັບກຸມໃນວັນພຸດມື້ນີ້ ຖ້າມກາງ
ການກ່າວຫາວ່າ ພວກຜູ້ຈັດການໄດ້ບອກຄົນງານ ໃຫ້ກັບຄືນໄປ
ເຮັດວຽກລຸນຫລັງທີ່ເຄື່ອງ ສັນຍານເຕືອນໄຟໄໝ້ດັງຂຶ້ນ ແລະວ່າ
ປະຕູທີ່ລັອກໄວ້ ເຮັດໃຫ້ພວກກໍາ ມະກອນໜີອອກໄປບໍ່ໄດ້.

ພວກກໍາມະກອນຫລາຍຮ້ອຍຄົນ ບໍ່ສາມາດອອກຈາກໂຮງງານ
ຕັດຫຍິບເສື້ອຜ້າ Tazreen Fashions ໄດ້ໃນຂະນະທີ່ເກີດ
ເຫດໄຟໄໝ້. ພວກເຈົ້າໜ້າທີ່ດັບໄຟເວົ້າວ່າ ການບໍ່ມີທາງອອກ
ສຸກເສີນ ຢູ່ໃນໂຮງ ງານກໍມີສ່ວນເຮັດໃຫ້ຄົນເສຍຊີວິດເຊັ່ນກັນ.

ພວກຄົນງານຫຼາຍພັນຄົນໄດ້ທໍາການປະທ້ວງມາເປັນມື້ທີ 3 ແລ້ວ ໃນວັນພຸດມື້ນີ້ ຊຶ່ງໄດ້ ພາກັນອັດຕັນຖະໜົນຫົນທາງ ແລະແກວ່ງກ້ອນຫີນໃສ່ຕຶກໂຮງງານເຫລົ່ານັ້ນ.

ເບິ່ງສະໄລດ໌ການປະທ້ວງຂອງກໍາມະກອນໂຮງງານຕັດຫຍິບທີ່ບັງກລາແດັສ:
XS
SM
MD
LG