ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

100 ຄົນ ເສຍຊີວິດ ຍ້ອນໄຟ​ໄໝ້ ​​ໂຮງງານ​ ​ຢູ່ບັງກລາແດັສ


ຊາກສົບສ່ວນນຶ່ງຂອງຜູ້ເສຍຊີວິດ ທີ່ຖືກຜ້າຄຸມໄວ້
ຊາກສົບສ່ວນນຶ່ງຂອງຜູ້ເສຍຊີວິດ ທີ່ຖືກຜ້າຄຸມໄວ້
ທາງ​ການ​ບັງ​ກລາ​ແດັສ​ເວົ້າ​ວ່າ ​ເຫດ​ໄຟ​ໄໝ້​ທີ່​ໂຮງງານ​ຕັດຫຍິບ​ເສື້ອ​ຜ້າ​ແຫ່ງນຶ່ງ​ ຍັງ​ຜົນ​ໃຫ້​ມີ​ຜູ້​ເສ​ຍຊີວິດຢ່າງ​ໜ້ອຍ 100 ຄົນ ສ່ວນ​ໃຫຍ່​ເປັນ​ແມ່ຍິງ ຊຶ່ງເຈົ້າໜ້າ​ທີ່​ບັງ​ກລາ​ແດັສ ກ່າວ​ວ່າ ຈໍານວນ​ຄົນ​ເສຍ​ຊີວິດ​ອາດ​ເພີ່ມ​ຂຶ້ນຕື່ມ.

ພວກ​ຄົນ​ງານ​ກູ້​ໄພ​ໄດ້​ຄົ້ນ​ພົບຫຼາຍສົບ​ເມື່ອ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄຟ​ໄດ້​ເລີ່​ມໄໝ້​ຈາກ​ຊັ້ນ​ພື້ນ​ດິນ​ຂອງ​ຕຶກ​ເ​ກົ້າຊັ້ນ​ ​ເມື່ອຕອນ​ແລງ​ວັນ​ເສົາ ວານ​ນີ້ ທີ່​ໂຮງງານຕັດຫຍິບ​ເສື້ອ​ຜ້າ Tazreen Fashions ທີ່​ຕັ້ງ​ຢູ່​ນອກ​ນະຄອນ ຫຼວງ Dhaka ນັ້ນ.

ພວກ​ຄົນ​ງານຫຼາຍຄົນ​ແມ່ນ​ຕົກ​ຄ້າງ​ຢູ່​ຊັ້ນ​ເທິງ​ຂອງ​ຕຶກ ຊຶ່ງ​ເຈົ້າໜ້າ​ທີ່​ກ່າວວ່າ ບາງ​ຄົນ​ກໍ​ໄດ້​ໂດດ​ຕຶກລົງ​ມາ​ແລ້ວ​ກໍ​ເສຍ​ຊີວິດ ກ່ອນ​ໜ່ວຍ​ກູ້​ໄພ​ຈະໄປ​ເຖິງ​ທີ່​ເກີດ​ເຫດ.

ສາ​ເຫດ​ຂອງ​ໄຟ​ໄໝ້​ຄັ້ງ​ນີ້ ຍັງ​ບໍ່​ມີ​ລາຍ​ລະ​ອຽດເທື່ອ ​ໃນ​ເວລາ​ນີ້.

ປະ​ເທດ​ບັງ​ກລາແດັສ ມີ​ໂຮງງານ​ຕັດຫຍິບ​ເສື້ອ​ຜ້າ​ຢູ່​ປະມານ 4,000 ​ແຫ່ງ ທີ່​ຜະລິດ​ເສື້ອ​ຜ້າ​ໃຫ້​ຍີ່​ຫໍ້​ຕ່າງໆ​ໃນ​ທົ່ວ​ໂລກ.
XS
SM
MD
LG